ປະທານສະຫະພັນບານເຕະແຂວງອຸດົມໄຊສະແດງຄວາມຂອບໃຈ

16/10/2022

ຈາກຜົນງານການປະກອບສວ່ນຊວ່ຍເຫຼືອຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໃຫ້ແກ່ອຳນາດການປົກຄອງແຂວງອຸດົມໄຊເມື່ອວັນທີ 15 ຕຸລາຜ່ານມາທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວຄືໄດ້ມອບເງິນຈໍານວນ 205.120.000 ກີບ ໃຫ້ແຂວງອຸດົມໄຊເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານໄພພິບັດນໍ້າຖ້ວມ.

ນອກຈາກ, ອຳນາດການປົກຄອງແຂວງໄດ້ມອບໃບກຽດຕິຄຸນໃຫ້ແກ່ ສຕລ ໂດຍແມ່ນ ທ່ານ ວີເພັດ ສີຫາຈັກຣ, ປະທານສະຫະພັນບານເຕະແຫ່ງຊາດລາວ ເປັນຜູ້ຕາງໜ້າຮັບແລ້ວ, ທ່ານຫຸມພັນ ອິນທະມຸງຄຸນ, ປະທານສະຫະພັນບານເຕະແຂວງອຸດົມໄຊ ໃນນາມຄະນະຮັບຜິດຊອບຟື້ນຟູຜົນກະທົບຈາກໄພພິບັດນໍ້າຖວ້ມຂັ້ນແຂວງກໍ່ໄດ້ສົ່ງໜັງສືສະແດງຄວາມຂອບໃຈມາຍັງປະທານສະຫະພັນບານເຕະແຫ່ງຊາດລາວຕື່ມອີກ.