ຝຶກອົບຮົມຄູຝຶກບານເຕະລະດັບ ຊີ ທີ່ ແຂວງຫຼວງພະບາງ

17/10/2022

ຕອນເຊົ້າ ວັນຈັນ 17 ຕຸລາ 2022 ຢູ່ທີ່ຫ້ອງປະຊຸມ ສະຫນາມກິລາແຂວງຫຼວງພະບາງໄດ້ຈັດ ຊຸດຝຶກອົບຮົມຄູຝຶກບານເຕະລະດັບຊີ AFC ‘’ C ‘’ DIPLOMA COACHING COURSE 2022 ເຊິ່ງໃຫ້ກຽດເຂົ້າຮ່ວມພິທີເປີໂດຍທ່ານ ດຣ. ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະພັນບານເຕະແຫ່ງຊາດລາວ, ທ່ານ ວົງເພັດ ອຸດົມລິດ ຫົວຫນ້າພະແນກສືກສາທິການ ແລະ ກິລາ ແຂວງຫຼວງພະບາງ ທັງເປັນຮອງປະທານສະຫະພັນບານເຕະແຂວງຫຼວງພະບາງ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ - ວິທະຍາ ສຕລ ( ເປັນວິທະຍາກອນ ) ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 19 ຄົນ ທີ່ມາຈາກແຂວງຫຼວງພະບາງ, ແຂວງບໍ່ແກ້ວ ແລະ ແຂວງຫົວພັນ ເຂົ້າຮ່ວມ.

ໃນໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 3 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປນັບຕັ້ງແຕ່ວັນທີ 17 ຕຸລາ ຫາ 29 ຕຸລາ 2022.