ຜົນການແຂ່ງຂັນບານຕະຍິງ ກຸ່ມ ກໍ

18/10/2022

ສໍາລັບການແຂ່ງຂັນບານເຕະແຫ່ງຊາດປະເພດຍິງ ກຸ່ມ ກໍ ໃນວັນຈັນ ວັນທີ 17/10/2022 ມີທັງໝົດ 2 ຄູ່. ຄູ່ທີ 1 ເປັນການພົບກັນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ ການແຂ່ງຂັນລະຫວ່າງຄູ່ນີ້ໃນເຄິ່ງເວລາທີ 1 ທັງຄູ່ແມ່ນສະເໝີກັນ 0-0 ໃນລະຫວ່າງການແຂ່ງຂັນ ແຂວງໄຊຍະບູລີມີໂອກາດທີ່ສາມາດທໍາປະຕູໄດ້ໃນຄະນະທີ່ໄດ້ລູກໂທດ 11 ແມັດ ແຕ່ນັກກິລາ ໝາຍເລກ 2 ລຽນສີ ສົມເລືອງຊິງ ຂອງແຂວງໄຊຍະບູລີຍິງບານພາດຈຶ່ງເສຍໂອກາດໄປ. ສ່ວນການແຂ່ງຂັນໃນເຄິ່ງເວລາທີ 2 ທັງຄູ່ຍັງຄຸມເກມໄດ້ດີເໝືອນເດີນ ມາຮອດນາທີ ທີ 69 ນະຄອນຫຼວງວຽງຈັນສາມາດຍິງໄດ້ 1 ປະຕູ ຈາກການຍິງຂອງ ເກມມີ້ ອຸດົມສຸກ, ຈາກນັ້ນພຽງ 7 ນາທີ ເກມມີ້ ຍິງໄດ້ຕື່ມອີກເປັນປະຕູທີ 2 ສິ້ນສຸດເວລາຂອງການແຂ່ງຂັນ ນະຄອນຫຼວງວຽງຈັນ ຊະນະ ແຂວງໄຂຍະບູລີ 2-0.

ສໍາລັບການແຂ່ງຂັນຂອງຄູ່ທີ 2 ທີ່ເດີ່ນນອກ ແຂວງຫຼວງພະບາງ ຊະນະ ແຂວງວຽງຈັນ 2-0 ຈາກການຍິງຂອງ ສາຍຝົນ ທະມະນີ ນາທີ ທີ 70 ແລະ ແສງຈັນ ຄັນທະວິໄລ ນາທີ ທີ 80+1.