ທິມບານເຕະຊາຍ ແຂວງຊຽງຂວາງ ຊະນະ ແຂວງວຽງຈັນ 1-0

01/11/2022

ຜົນການແຂ່ງຂັນບານເຕະຊາຍ ປະຈໍາປີ2022 ໃນວັນທີ 31 ຕຸລາ 2022 ທີ່ສະໜາມຫ້ວຍຫົງນະຄອນຫຼວງວຽງຈັນເປັນການແຂ່ງຂັນໃນກຸ່ມກໍ ລະຫວ່າງທີມບານເຕະແຂວງວຽງຈັນ ກັບ ແຂວງຊຽງຂວາງ.

ເລີ່ມຕົ້ນການແຂ່ງຂັນ,ທິມແຂວງວຽງຈັນເປັນຝ່າຍເປີດສາກບຸກກ່ອນ ແລະ ກໍ່ມີໂອກາດທີ່ຈະຍິງປະຕູໄດ້ຫຼາຍຄັ້ງແຕ່ກົງກັນຂ້າມແຂວງຊຽງຂວາງທີ່້ເປັນຝ່າຍຮັບກັບມາເປັນຝ່າຍໄດ້ປະຕູໄປກ່ອນ ຄືໃນນາທີ ທີ 32 ປີກຂວາຂອງທິມແຂວງຊຽງຂວາງນໍາບານຂຶ້ນມາແລ້ວສົ່ງຜ່ານເຂົ້າມາຕໍ່ໜ້າປະຕູຄູ່ຕໍ່ສູ້ ເຊິ່ງມີຜູ້ຫຼິ້ນໝາຍເລກ 15 ຂອງແຂວງຊຽງຂວາຢືນຢູ່ທີ່ນັ້ນ ກອງຫຼັງຂອງແຂວງວຽງຈັນກໍ່ພະຍາຍາມເຂົ້າໄປຍາດບານ ແຕ່ນັກກິລາ ໝາຍເລກ 15 ຄື ສຸລີ ຍັນລະສີ ຫັກບານອອກ ແລ້ວຍິງເຂົ້າຕາໜ່າງເບື້ອງຊ້າຍຂອງຜູ້ຮັກສາປະຕູ ເຮັດໃຫ້ແຂວງຊຽງຂວາງ ນໍາແຂວງວຽງຈັນໄປກ່ອນ 1-0 ໃນເຄິ່ງເວລາທີ 1.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ແຂວງຊຽງຂວາງເປັນຝ່າຍບຸກ ແລະ ກໍ່ມີໂອກາດຫຼາຍຄັ້ງແຕ່ກໍ່ຍັງບໍ່ສາມາດຍິງປະຕູໄດ້ອີກຕື່ມ ໃນຕອນທ້າຍການແຂ່ງຂັນ ແຂວງວຽງຈັນບຸກຄືນເພື່ອຫວັງຈະຕີສະເໝີໃຫ້ໄດ້,ແຕ່ບໍ່ປະສົບຜົນສຳເລັດ.ສິ້ນສຸດເວລາຂອງການແຂ່ງຂັນແຂວງຊຽງຂວາງຊະນະແຂວງວຽງຈັນ 1-0 ເປັນໄຊຊະນະຄັ້ງທີ ຈາກການລົງເດີ່ນແຂ່ງຂັນ2ຄັ້ງທ່າມກາງບັນຍາກາດການແຂ່ງຂັນພາຍໃນເດີ່ນຫ້ວຍຫົງຟົດຟື້ນ ມວ່ນຊື່ນ ຈາກກອງເຊຍທັງສອງທິມ.