ຫຼວງພະບາງຊະນະຈຳປາສັກ 2 ປະຕູຕໍ່ 0 ແລະ ສະຫວັນນະເຂດຊະນະຫົວພັນ 2 ປະຕູຕໍ່ 0

02/11/2022

ຜົນການແຂ່ງຂັນທັງ2ຄູ່: ຫຼວງພະບາງ ຊະນະ ຈຳປາສັກ ປະຕູຕໍ່ ແລະ ສະຫວັນນະເຂດ ຊະນະ ຫົວພັນ ປະຕູຕໍ່ 0.

ໃນການແຂ່ງຂັນກິລາບານເຕະແຫ່ງຊາດ ວັນທີ 01 ພະຈິກ 2022 ຢູ່ທີ່ສະໜາມກິລາຫຼັກ 16(ສະໜາມໃນ) ເປັນການແຂ່ງຂັນຂອງກຸ່ມ ຄໍ ເຊິ່ງເປັນການພົບກັນລະຫວ່າງ ທີມກິລາບານເຕະແຂວງຫຼວງພະບາງ ເຊິ່ງເປັນທີມທີ່ໄດ້ຮອງຊະນະເລີດໃນການແຂ່ງຂັນບານເຕະຊິງຂັນວັນຊາດລາວຄົບຮອບ 45 ປີ ໃນປີ 2020 ກັບ ທີມກິລາບານເຕະແຂວງ ຈໍາປາສັກ ເຊິ່ງເປັນແຊ້ມເກົ່າໃນປີ2020.ຜົນປະກົດວ່າ ທິມບານເຕະຊາຍຫຼວງພະບາງຊະນະທິມບານເຕະຊາຍຈຳປາສັກປະຕູຕໍ່ 0.

ການແຂ່ງຂັນໃນເຄິ່ງເວລາທີ ແຂວງຈໍາປາສັກ ເລີ້ມເປີດສາກບຸກຕະຫຼອດ ສ່ວນແຂວງຫຼວງພະບາງກໍ່ສາມາດຕ້ານໄວ້ໄດ້ດີ ແລະໃນນາທີ 32 ຫຼວງພະບາງມີໂອກາດໄດ້ບຸກ ເມື່ອ ອຸດອນ ໝາຍເລກ 20 ໄດ້ບານຢູ່ທາງປີກຂວາສົ່ງເຂົ້າໜ້າປະຕູໃຫ້ກັບ ວົງໄພບູນ ວາຊິວລີ ແລະ ວົງໄພບູນ ຍິງໄປທາງແຈຊ້າຍຜ່ານມືຜູ້ຮັກສາປະຕູເຂົ້າໄປຕໍາຕາໜ່າງດ້ານໃນເປັນປະຕູຢ່າງສວຍງາມ. ສິ້ນສຸດເວລາຂອງການແຂ່ງຂັນ ເຄິ່່ງເວລາທີ ຫຼວງພະບາງນໍາແຂວງຈໍາປາສັກໄປກ່ອນ 1-0. ໃນການແຂ່ງຂັນຄັ້ງນີ້ມີຄະນະນໍາຈາກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ເຂົ້າມາຕິດຕາມຮັບຊົມຮັບເຊຍ ແລະ ເປັນກໍາລັງໃຈໃຫ້ນັກກິລາທັງສອງທີມເປັນຈໍານວນຫຼາຍ.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ແຂວງຈໍາປາສັກກໍ່ເປີດເກມບຸກເຊັ່ນເດີມເພື່ອຫວັງຈະຕີສະເໝີໃຫ້ໄດ້. ສ່ວນແຂວງຫຼວງພະບາງກໍ່ຕ້ານທານໄດ້ເປັນຢ່າງດີເພື່ອບໍ່ໃຫ້ເສຍປະຕູອີກ. ການແຂ່ງຂັນດໍາເນີນມາຮອດນາທີ 62 ຜູ້ຫຼິ້ນຂອງແຂວງຈໍາປາສັກສະກັດບານພາດໄປຕໍາເອົາຜູ້ຫຼິ້ນຝ່າຍຕົນເອງ ແລະ ລູກບານດອນກັບເຂົ້າປະຕູຂອງຕົນເອງ ເຮັດໃຫ້ແຂວງຫຼວງພະບາງໄດ້ປະຕູຂຶ້ນມາຕື່ມ. ສິ້ນສຸດເວລາຂອງການແຂ່ງຂັນ ແຂວງຫຼວງພະບາງ ຊະນະ ແຂວງຈໍາປາສັກ 2-0.

ສໍາລັບການແຂ່ງຂັນຢູ່ສະໜາມກິລາຫຼັກ16(ສະໜາມນອກ) ກໍ່ເປັນການແຂ່ງຂັນຂອງກຸ່ມ ຄໍ ເຊັ່ນດຽວກັນ ເຊິ່ງເປັນການແຂ່ງຂັນລະຫວ່າງທີມກິລາບານເຕະແຂວງຫົວພັນ ກັບ ທີມກິລາບານເຕະແຂວງ ສະຫວັນນະເຂດ. ການແຂ່ງຂັນໃນເຄິ່ງເວລາທີ ເຕັກນິການຫຼິ້ນເຫັນວ່າເທົ່າທຽມກັນ ແຕ່ເກມການຫຼິ້ນກໍ່ດຸເດືອດສົມຄວນດຶງດູດຄວາມສົນໃຈຈາກຜູ້ຊົມເປັນຢ່າງດີ. ຜົນການແຂ່ງຂັນໃນເຄິ່ງເວລາທີ ແມ່ນສະເໝີກັນຢູ່ 0-0. ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ແຂວງສະຫວັນນະເຂດໄດ້ມີການປັບປຸງການຫຼິ້ນຕ່າງຈາກການຫຼິ້ນໃນເຄິ່ງເວລາທີ ຄືເລີ້ມການແຂ່ງຂັນຂອງເຄິ່ງເວລາທີ ພຽງ ນາທີ ແຂວງສະຫວັນນະເຂດສາມາດຍິງປະຕູໄດ້ໂດຍການຍິງຂອງ ສັນຕິສຸກ ໄຊຍະສິງ ແລະ ຕໍ່ມາໃນນາທີ ທີ 77 ສັນຕິສຸກກໍ່ສາມາດຍິງໄດ້ອີກເປັນປະຕູທີ ສິ້ນສຸດເວລາຂອງການແຂ່ງຂັນ ແຂວງສະຫວັນນະເຂດຊະນະ ແຂວງຫົວພັນ 2-0.