ນະຄອນຫຼວງວຽງຈັນ ສະເໝີ ແຂວງຫຼວງນໍ້າທາ 0 ປະຕູຕໍ່ 0

03/11/2022

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໃນກຸ່ມ ຂໍ ຢູ່ທີ່ສະໜາມຫ້ວຍຫົງນະຄອນຫຼວງວຽງຈັນໃນວັນທີ 02 ພະຈິກ 2022 ຮອບແບ່ງກຸ່ມ ເປັນການພົບກັນລະຫວ່າງ ທີມບານເຕະຊາຍນະຄອນຫຼວງວຽງຈັນ ກັບທິມບານເຕະຊາຍແຂວງຫຼວງນໍ້າທາເຊິ່ງເປັນນັດສຸດທ້າຍ ແລະ ເປັນການຊິງໄຊວ່າທີມແຂວງໃດຈະໄດ້ເຂົ້າໄປແຂ່ງຂັນໃນຮອບ 8 ທີມ.

ການແຂ່ງຂັນໃນເຄິ່ງເວລາທີ 1 ຕ່າງຝ່າຍຕ່າງເປີດເກມບຸກໃສ່ກັນຫວັງຈະເອົາປະຕູເພື່ອຈະມີສິດເຂົ້າໄປແຂ່ງຂັນໃນຮອບ 8 ທີມ ແຕ່ກອງຫຼັງຂອງແຕ່ລະທີມກໍ່ປ້ອງກັນໄດ້ເປັນຢ່າງດີ ເຮັດໃຫ້ທັງສອງທີມສະເໝີກັນພາຍຫຼັງສິ້ນສຸດເຄິ່ງເວລາທີ 1 ດ້ວຍຄະແນນ 0-0.

ສ່ວນການແຂ່ງຂັນໃນເຄິ່ງເວລາທີ 2 ເກມການແຂ່ງຂັນຍິ່ງເຂັ້ມຂຸ້ນ ແລະ ດຸເດືອດກ່ວາເຄິ່ງເວລາທີ 1 ສ້າງສຽງເຊຍ, ສຽງຮ້ອງຈາກຜູ້ເຂົ້າຮັບຊົມເປັນຈໍານວນຫຼວງຫຼາຍ ແຕ່ກອງໜ້າຂອງແຕ່ລະທີມເຮັດຫຍັງບໍ່ໄດ້ ສັງເກດເບິ່ງວ່າກອງຫຼັງແມ່ນຕ້ານທານໄດ້ດີກ່ວາ. ໃນການແຂ່ງຂັນຄັ້ງນີ້ກໍ່ໄດ້ມີການນໍາຂອງ ສະຫະພັນບານເຕະແຫ່ງຊາດລາວ ລົງມາຕິດຕາມຮັບຊົມ ເພື່ອເປັນກໍາລັງໃຈໃຫ້ກັບທັງສອງທີມ. ສິ້ນສຸດເວລາຂອງການແຂ່ງຂັນທັງສອງທີມສະເໝີກັນຢູ່ 0 ປະຕູຕໍ່ 0. ແຕ່ຍ້ອນທິມບານເຕະນະຄອນຫຼວງວຽງຈັນມີຄະແນນລວມດີກ່ວາຈຶ່ງໄດ້ເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ.