ທີມບານເຕະຈໍາປາສັກ ສະເໝີ ທີມບານເຕະສະຫວັນນະເຂດ 1 ປະຕູຕໍ່ 1

04/11/2022

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໃນວັນທີ 03 ພະຈິກ 2022 ເປັນການແຂ່ງຂັນພົບກັນລະຫວ່າງ ທີມບານເຕະແຂວງຈໍາປາສັກ ກັບ ທີມບານເຕະແຂວງສະຫວັນນະເຂດ ໃນກຸ່ມ ຄໍ ເຊິ່ງແຂ່ງຂັນຢູ່ທີ່ສະໜາມກິລາຫຼັກ 16 (ເດີ່ນນອກ). ການແຂ່ງຂັນຄູ່ນີ້ແມ່ນໃນຮອບຕັດເຊືອກເພື່ອທີ່ຈະຄັດເອົາທີມຊະນະເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ. ສະເພາະສະຫວັນນະເຂດ,ຖ້າສະເໝີ ຫຼື ຊະນະ ຈຶ່ງຈະໄດ້ຜ່ານເຂົ້າຮອບ ສ່ວນຈໍາປາສັກຕ້ອງຊະນະຢ່າງດຽວຈຶ່ງຈະໄດ້ເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ.

ການແຂ່ງຂັນໃນເຄິ່ງເວລາທີ 1 ປະກົດວ່າສະຫວັນນະເຂດມີໂອກາດຍິງປະຕູຕັ້ງຫຼາຍຄັ້ງ ແຕ່ກໍ່ບໍ່ໄດ້ຮັບຜົນ ກົງກັນຂ້າມຈໍາປາສັກບຸກໜ້ອຍກ່ວາແຕ່ກໍ່ມາປະສົບຜົນສໍາເລັດໃນນາທີ ທີ 14 ເມື່ອນັກກິລາຢູ່ທາງປີກຂວາສົ່ງບານສູງເຂົ້າມາທີ່ເສົາສອງໂດຍມີນັກກິລາໝາຍເລກ 11 ສົມລັກ ໄຊຍະຈັກຢູ່ທີ່ນັ້ນ ໂດດໃຊ້ຫົວຕີບານເຂົ້າເບື້ອງຊ້າຍຂອງຜູ້ຮັກສາປະຕູໄປຢ່າງງາມເຮັດໃຫ້ຈໍາປາສັກເປັນຝ່າຍນໍາສະຫວັນນະເຂດໄປກ່ອນ 1 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ສະຫວັນນະເຂດໄດ້ສືບຕໍ່ບຸກເພື່ອຫວັງຈະຕີສະເໝີໃຫ້ໄດ້.ແຕ່ການແຂ່ງຂັນດໍາເນີນໄປໃກ້ຈະສິ້ນສຸດເວລາ,ຍັງເຫຼືອພຽງແຕ່ 3 ນາທີຄືນາທີ ທີ 87 ຈິດຕະກອນ ວໍລະເດດ ນັກກິລາສະຫວັນນະເຂດໄດ້ບານທີ່ກອງຫຼັງສົ່ງໄກມາໃຫ້ ແລ້ວນໍາບານຜ່ານເຂົ້າມາທາງປີກຂວາໃກ້ຈະເຖິງປະຕູແລ້ວສົ່ງບານກັບຄືນໃຫ້ກັບໝາຍເລກ 3 ອານຸສັກ ຈູມມະນີວົງ ແລະ ອານຸສັກ ໄດ້ຈັງຫວະຍິງເຂົ້າປະຕູຂອງຈໍາປາສັກ. ສິ້ນສຸດເວລາການແຂ່ງຂັນຈໍາປາສັກ ສະເໝີກັບ ສະຫວັນນະເຂດ 1 ປະຕູຕໍ່ 1.ສົ່ງຜົນໃຫ້ສະຫວັນນະເຂດໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ ເຊິ່ງເປັນອັນດັບທີ 2 ໃນຕາຕະລາງຄະແນນ ໂດຍມີ 4 ຄະແນນຮອງຈາກ ຫຼວງພະບາງ.