ຫຼວງພະບາງ ຊະນະ ບໍ່ແກ້ວ 4 ປະຕູຕໍ່ 2

06/11/2022

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ຮອບ 8 ທີມ ໃນເວລາ 18:30 ຂອງວັນທີ 6 ພະຈິກ 2022 ຢູ່ທີ່ສະໜາມຫຼັກ 16 (ເດີ່ນໃນ) ເປັນການພົບກັນລະຫວ່າງ ທີມກິລາບານເຕະແຂວງ ຫຼວງພະບາງ ກັບ ທີມກິລາບານເຕະ ແຂວງບໍ່ແກ້ວ. ການແຂ່ງຂັນລະຫວ່າງຄູ່ນີ້ເລີ້ມເປີດການແຂ່ງຂັນ ຫຼວງພະບາງເປີດສາກບຸກກ່ອນ ແລະ ກໍ່ບຸກຕະຫຼອດ ແຕ່ບໍ່ແກ້ວເປັນຝ່າຍຮັບກັບມາເປັນຝ່າຍໄດ້ປະຕູກ່ອນໃນນາທີທີ 15 ຈາກການຍິງຂອງນັກກິລາໝາຍເລກ 17 ເກີດ ກັນສະຫຍາມ. ຫຼັງຈາກເສຍປະຕູໄປແລ້ວຫຼວງພະບາງຍັງສືບຕໍ່ບຸກແຕ່ບໍ່ປະສົບຜົນ ສຳເລັດ.ຈົບການແຂ່ງຂັນຂອງເຄິ່ງເວລາທີ 1 ບໍ່ແກ້ວ ນໍາຫຼວງພະບາງໄປກ່ອນ 1 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ມາຮອດນາທີ ທີ 52 ຜູ້ຫຼິ້ນຂອງບໍ່ແກ້ວໄດ້ບັດແດງເຮັດໃຫ້ຫຼວງພະບາງໄດ້ປຽບໃນຈໍານວນຜູ້ຫຼິ້ນມາຮອດນາທີທີ 55 ຫຼວງພະບາງສາມາດຕີສະເໝີຂຶ້ນມາໄດ້ໂດຍນັກກິລາບໍ່ແກ້ວສະກັດເຂົ້າປະຕູໂຕເອງ. ຫຼັງຈາກທິມບໍ່ແກ້ວຂາດຜູ້ຫຼິ້ນໄປແລ້ວຄົນໜຶ່ງເຮັດໃຫ້ເກມການຫຼິ້ນແຕກຕ່າງໄປຈາກເຄິ່ງເວລາທີ 1. ຕໍ່ມາໃນນາທີທີ 64 ຫຼວງພະບາງຍິງໄດ້ອີກເປັນປະຕູທີ 2 ຈາກການຍິງຂອງ ສະລາວຸດ ແສງດວງມີໄຊ ແລະ ຈາກນັ້ນພຽງສອງນາທີຄືນາທີ ທີ 66 ທະນະວົງ ບຸນປະທັບ ນໍາບານເຂົ້າມາທາງດ້ານຊ້າຍແລ້ວຍິງເຂົ້າປະຕູຂອງບໍ່ແກ້ວ ພາທີມຫຼວງພະບາງນໍາຫ່າງອອກໄປອີກເປັນປະຕູທີ 3. ຫຼັງຈາກເສຍປະຕູໄປແລ້ວບໍ່ແກ້ວ ກໍ່ພະຍາຍາມບຸກຢ່າງເຕັມທີຈົນສາມາດຍິງປະຕູໄລ່ຂຶ້ນມາເປັນປະຕູທີ 2 ໃນນາທີ ທີ 83 ຈາກການຍິງຂອງ ວິລະສັກ ຈັນທິມາ ຈາກນັ້ນພຽງ 2 ນາທີຕໍ່ມາຄືໃນເວລາທີ 85 ບຸຄໍ້າ ແກ້ວມະນີ ນັກກິລາຂອງຫຼວງພະບາງຍິງປະຕູນໍາຫ່າງອອກໄປອີກເປັນປະຕູທີ 4 ເກມການແຂ່ງຂັນມີຄວາມຟົດຟື້ນ ແລະ ດຸເດືອດ ທ່າມກາງສຽງເຊັຍຈາກກອງເຊັຍທັງສອງທີມ. ຈົບການແຂ່ງຂັນຫຼວງພະບາງຊະນະບໍ່ແກ້ວ 4 ປະຕູຕໍ່ 2 ແລະ ຜ່ານເຂົ້າໄປແຂ່ງຂັນໃນຮອບ 4 ທີມ ໂດຍຈະພົບກັບ ນະຄອນຫຼວງໃນວັນທີ 9 ພະຈິກ 2022.