
ທີມຊາດລາວU17 ປະເດີມສະຫນາມນັດທຳອິດເສຍໃຫ້ ທີມຊາດໄທU17 1-2
ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປະຈຳປີ 2023 ຮອບສຸດທ້າຍກຸ່ມ A ວັນທີ 15 ມິຖຸນາ 2023 ຢູ່ທີ່ສະຫນາມກິລາປະທຸມທານີ ໄດ້ມີການແຂ່ງຂັນລະຫວ່າງ ທີມຊາດລາວU17 ພົບ ທີມຊາດລາວU17 ເຊິ່ງເປັນນັດທຳອິດທັງ 2 ທີມ ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ໄທ 1-2
- ທີມຊາດລາວ ໄດ້ປະຕູຈາກ: ເບີ 10 ປີເຕີ້ ພັນທະວົງ ນາ 26'
- ທີມຊາດໄທ ໄດ້ປະຕູຈາກ: ເບີ 19' DUTSADEE 12', ເບີ 10 CHANOTHAI ນາທີ 90+5'
ນັດທີ ສອງ ຂອງກຸ່ມ A ລາວ ພົບ ເຢເມນ ແລະ ໄທ ພົບ ມາເລເຊຍ ຈະແຂ່ງຂັນວັນທີ 18 ມິຖຸນາ 2023.

ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ

ຈຳປາສັກແຂ່ງຂັນກິລາບານເຕະນັກຮຽນມສຊາຍ-ຍິງຊິງຂັນເຈົ້າແຂວງ

ວົງມີໄຊ ສຸບົວຄໍາ ຜູ້ຝຶກສອນຄູຝຶກຄົນທຳອິດ ສປປ ລາວ ໄດ້ສອນລະດັບ ຊີ 'AFC C Diploma'

ອາເຣນ່າ ກູເລຍໂມ່ ໄດ້ຮັບການແຕ່ງຕັ້ງເປັນຄູຝຶກທີມຊາດລາວ
ທ່ານ ອາເຣນ່າ ກູເລຍໂມ່ ມີໃບປະກາດ UEFA Pro License ແລະ ມີຜົນງານການຄຸມທີມໃນລີກຫລາຍປະເທດຄື:ລີກໃນປະເທດບູກີນາຟາໂຊ,ເບນິນ,ສິງກະໂປ,ໂອມານ,ອານຈີເຣຍ,ສະຫະລັດອາຣັບ ອີມີເຣດ,ມາຣົກ, ເປັນຜູ້ຊ່ວຍຄູຝຶກPhilippe Troussier ໃນ ສະໂມສອນ HangzhouGreentown ໃນລີກ ສປ. ຈີນ.
ໃນໂອກາດດັ່ງກ່າວທ່ານ ອາເຣນ່າ ກູເລຍໂມ່ ໄດ້ສະແດງຄວາມດີໃຈທີ່ໄດ້ມາມີສວ່ນຮວ່ມໃນການພັດທະນາກິລາບານເຕະທິມຊາດລາວແລະ ຈະເຮັດຜົນງານໃຫ້ດີທີ່ສຸດ ພ້ອມຈະຮວ່ມມືກັບສຕລ,ຄະນະທິມງານຄູຝືກແລະ ນັກກິລາທິມຊາດລາວສ້າງຜົນງານໃຫ້ໄດ້ດີທີ່ສຸດ.
ສຳລັບ ອາເຣນ່າກູເລຍໂມ່ ຈະນຳພາ ທີມຊາດລາວU23 ເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ
ຮຸ່ນອາຍຸບໍ່ເກີນ 23 ປີ ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ໂດຍທີມຊາດລາວ ຢູ່ ກຸ່ມຊີ ຮ່ວມກັບ ຟີລິບປິນ, ຫວຽດນາມ ແລະ ການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ລະຫວ່າງວັນທີ 06-12 ກັນຍາ 2023 ເຊິ່ງ ທີມຊາດລາວ ຢູ່ກຸ່ມ I ຮ່ວມກັບ ອົສະຕຣາລີ, ທາຈີກິສຖານ ແລະ ສປປເກົາຫລີ.

ແຂວງເຊກອງ ແຂ່ງຂັນ ມັດທະຍົມຕອນປາຍ ຊາຍ - ຍິງ ຢ່າງຄຶກຄື້ນ
ການແຂ່ງຂັນບານມັດທະຍົມຕອນປາຍ ຊາຍ - ຍິງ ທົ່ວແຂວງເຊກອງ ແມ່ນມີບັນຍາກາດຟົດຟື້ນໂດຍໄດ້ເລີ້ມການແຂ່ງຂັນມານັບຕັ້ງແຕ່ວັນທີ
19 ພຶດສະພາ 2023 ເປັນຕົ້ນມາ, ໂດຍ ການແຂ່ງຂັນບານເຕະມັດທະຍົມຕອນປາຍ ຊາຍ
ມີທີມເຂົ້າຮ່ວມ 7 ທີມປະກອບມີ: ໂຮງຮຽນ ມໍປາຍແຂວງ, ໂຮງຮຽນ ມັດທະຍົມສົມບູນ
ບ້ານ.ໂພນ, ໂຮງຮຽນ ມັດທະຍົມສົມບູນ ບ້ານ ດອນຈັນ, ໂຮງຮຽນ ມັດທະຍົມສົມບູນ
ບ້ານ. ກະປື, ໂຮງຮຽນ ມັດທະຍົມສົມບູນ ເມືອງທ່າແຕງ, ໂຮງຮຽນ ສາມັນກິນນອນ ຊົນເຜົ່າແຂວງ
ແລະ ໂຮງຮຽນ ມິດຕະພາບ ລາວ - ຫວຽດ ຂະນະທີ່ ການແຂ່ງຂັນບານເຕະມັດທະຍົມຕອນປາຍ
ຊາຍ ມີທີມເຂົ້າຮ່ວມ 7 ທີມປະກອບມີ: ໂຮງຮຽນ ມໍປາຍແຂວງ, ໂຮງຮຽນ ສາມັນກິນນອນ
ຊົນເຜົ່າແຂວງ, ໂຮງຮຽນ ມິດຕະພາບ ລາວ - ຫວຽດ, ໂຮງຮຽນ ມັດທະຍົມສົມບູນ ເມືອງທ່າແຕງ,
ໂຮງຮຽນ ມັດທະຍົມສົມບູນ ບ້ານ ດອນຈັນ, ໂຮງຮຽນ ມັດທະຍົມສົມບູນ ບ້ານ. ກະປື
ແລະ ໂຮງຮຽນ ມັດທະຍົມສົມບູນ ບ້ານ. ຈຸນລາ.
ການແຂ່ງຂັນລາຍການດັ່ງກ່າວແມ່ນແບ່ງອອກ ເປັນ 2 ກຸ່ມ ຄັດເອົາອັນດັບ
1 ແລະ ອັນດັບ 2 ຜ່ານເຂົ້າຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນໃນວັນທີ 12-13 ມິຖຸນາ 2023
ສ່ວນ ນັດຊີງອັນດັບ 3 ແມ່ນແຂ່ງຂັນໃນວັນທີ 15 ມິຖຸນາ 2023 ແລະ ນັດຊີງຊະນະເລີດ ວັນທີ 16 ມິຖຸນາ
2023.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ
ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60
ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ
ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ ໃນວັນທີ 6 ມີຖຸນາ 2023.ກຽມພ້ອມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ 2023.
ຕາຕະລາງການແຂ່ງຂັນທີມຊາດລາວ
- ວັນທີ 15/06/2023 ເວລາ 19:00 ໄທ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາປະທຸມທານີ
- ວັນທີ 18/06/2023 ເວລາ 17:00 ເຢເມນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ
- ວັນທີ 21/06/2023 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ
n

ຕາຕະລາງ ແຜນການຝຶກອົບຮົມຄູຝຶກໃນລະຫວ່າງເດືອນມິຖຸນາ ຫາ ເດືອນ ທັນວາ 2023

ສະຫຼຸບຜົນຂອງການແຂ່ງຂັນບານເຕະລາວລີກ 2 ປະຈໍາປີ 2023 ອາທິດ ທີ 2 ຂອງນະຄອນຫຼວງວຽງຈັນ ແລະ ຕາຕະລາງ ຄະແນນ
ການແຂ່ງຂັນເຕະບານລາວລີກ 2 ຂອງນະຄອນຫຼວງວຽງຈັນ ປະຈຳປີ 2023 ມີທັງໝົດ 12 ສະໂມສອນ ເຂົ້າຮ່ວມແຂ່ງຂັນປະກອບມີ: ສະໂມສອນກິລາບານເຕະ ໄອສະປອດ , ສະໂມສອນກິລາບານເຕະ ເມືອງຫາດ ຢູໄນເຕັດ, ສະໂມສອນ ເອັດອີຊີ , ສະໂມສອນກິລາບານເຕະ ທຣີນິຕີ ,ສະໂມສອນກິລາບານເຕະ ເອັດທີທີ, ສະໂມສອນກິລາບານເຕະ ເຮັສບີທີ 941ເອັບຊີ, ສະໂມສອນກິລາບານເຕະ ເຄພີເອັສ, ສະໂມສອນ ກິລາບານເຕະ ຈັນສີ, ສະໂມສອນ ກິລາບານເຕະ ມຊ, ສະໂມສອນ ກິລາບານເຕະ ເຄເອັມທີ, ສະໂມສອນກິລາບານເຕະ ຄິງດ້ອມ ແລະ ສະໂມສອນກິລາບານເຕະ ຈັນທະບູລີ ສະຫຼຸບຜົນຂອງການແຂ່ງຂັນບານເຕະລາວລີກ2 ປະຈໍາປີ 2023 ອາທິດ ທີ 2 ຂອງນະຄອນຫຼວງວຽງຈັນ ແລະຕາຕະລາງຄະແນນ
+ ວັນເສົາ03/06/2023 - ເມືອງຫາດ ຊະນະ ເຄພີເອັສ 6-1 - ໄອສະປອດ ສະເຫມີ ຄິງດອມ 1-1 - ເອັສທີທີ ເສຍໃຫ້ ເຮັສບີທີ 941 1-2 + ວັນອາທິດ 04/06/2023. - ຈັນສີ ເສຍໃຫ້ ທຣີນີຕີ 1-4 - ຈັນທະບູລີ ສະເຫມີ ເຄເອັມທີ 2-2 - ເອັສອີຊີ ເສຍໃຫ້ ມຊ 0-2

ລາວລີກ 2 ແຂວງຄຳມ່ວນ ເປີດສາກຂຶ້ນໃນອາທິດຜ່ານມາ
ການແຂ່ງຂັນບານເຕະ ລາວລີກ 2 ແຂວງຄຳມ່ວນ ແມ່ນໄດ້ເປີດສາກຂຶ້ນແລ້ວໃນອາທິດຜ່ານມາໂດຍມີ 6 ທີມ ເຂົ້າຮ່ວມການແຂ່ງຂັນປະກອບມີ:
1. ປກຊ ແຂວງ 2. ປກສ ແຂວງ 3. ເທບສີໄຮ ເອັຟຊີ
4. ເລັກຕ້າ ເອັຟຊີ 5. ລູກໝູ ເອັຟຊີ
6. ບໍ່ໂພນຕີ້ວເອັຟຊີ
ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 16 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ, ສຳລັບຜົນການແຂ່ງຂັນໃນອາທິດທຳອິດ: ວັນທີ 03/06/2023 ປກຊ ແຂວງ ເອົາຊະນະ ລູກໝູ 2-0 ແລະ ວັນທີ 04/06/2023 ເລັກຕ້າ ສະເຫມີ ປກສ ແຂວງ 1-1, ສຳລັບນັດຕໍ່ໄປອາທິດທີ 2 ຈະມີຂຶ້ນ ວັນທີ 10/06/2023 ເວລາ 15:00 ບໍ່ໂພນຕິ້ວ ພົບ ເທບສີໄຮ ແລະ ວັນທີ 10/06/2023 ເວລາ15:00 ລູກໝູ ພົບ ເລັກຕ້າ ໂດຍຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ລາວລີກ 2 ແຂວງສະຫວັນນະເຂດ ເປີດສາກຂຶ້ນໃນອາທິດຜ່ານມາ
ການແຂ່ງຂັນບານເຕະລາວລີກ 2ແຂວງສະຫວັນນະເຂດແມ່ນໄດ້ເປີດສາກຂຶ້ນແລ້ວໃນອາທິດຜ່ານມາໂດຍມີ 6 ທີມ ເຂົ້າຮ່ວມການແຂ່ງຂັນປະກອບມີ: 1. ສະຫວັນ ຢູໄນເຕັດ 2. ອານັນ ອາໄລ່ 3. ໂພໄຊນ້ອຍ 4. ດາຣກວູຟ 5. ສອງຄອນ 6. ຮາຢີນ້າ
ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 6 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ, ສຳລັບຜົນການແຂ່ງຂັນໃນອາທິດທຳອິດ: ວັນທີ 03/06/2023 ສະຫວັນຢູໄນເຕັດ ເສຍໃຫ້ ອານັນ ອາໄລ່ 0-1 , ໂພໄຊນ້ອຍ ເສຍໃຫ້ ດາຣກວູຟ 1-3 ແລະ ວັນທີ 04/06/2023 ຮາຢີນາ ເສຍໃຫ້ ສອງຄອນ 1-4 ສຳລັບນັດຕໍ່ໄປອາທິດທີ 2 ຈະມີຂຶ້ນ ວັນທີ 10/06/2023 ເວລາ 13:30 ອານັນ ອາໄລ່ ພົບ ສອງຄອນ, ເວລາ 16:00 ໂພໄຊນ້ອຍ ພົບ ດາຣກວູຟ ແລະ ວັນທີ 11/06/2023 ຮາຢີນ້າ ພົບ ໂພໄຊນ້ອຍ ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ.
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ສະໂມສອນ ລະບຽງພູ ຂື້ນນໍາຕາລາງຄະແນນ ລາວລີກ 2 ແຂວງຈໍາປາສັກ
ສຳເລັດການແຂ່ງຂັນການແຂ່ງຂັນເລັກ 1 ແລ້ວ ສໍາລັບຈໍາປາສັກ ລີກ 2 ຊິງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ພາຍຫລັງທີ່ດຳເນີນການແຂ່ງຂັນນັບຕັ້ງແຕ່ ວັນທີ 8 ເມສາ 2023 ເປັນຕົ້ນມາ ໂດຍມີທັງຫມົດ 8 ສະໂມສອນ ເຂົ້າຮ່ວມ ການແຂ່ງຂັນປະກອບມີ: ສະໂມສອນກິລາບານເຕະທະຫານແຂວງ(ແຊັ້ມເກົ່າ), ສະໂມສອນກິລາບານເຕະ ປກສ ແຂວງ, ສະໂມສອນກິລາບານເຕະ ສີລາເພັດ, ສະໂມສອນກິລາບານເຕະລະບຽງພູ, ສະໂມສອນກິລາບານເຕະ ສີອໍາພອນ, ສະໂມສອນກິລາບານເຕະ ບາຈຽງ, ສະໂມສອນກິລາບານເຕະຫົວແຊ ແລະ ສະໂມສອນ ກິລາບານເຕະນໍ້າດື່ມນາດາ
ການແຂ່ງຂັນກິລາບານເຕະ ລາວລີກ 2 ແຂວງຈໍາປາສັກ ແມ່ນໃຊ້ສະຫນາມກິລາແຂວງຈໍາປາສັກ ເປັນສະຫນາມຫລັກໃນການແຂ່ງຂັນ ໂດຍປັດຈຸບັນແມ່ນ
ສະໂມສອນກິລາບານເຕະລະບຽງພູ ເປັນທີມນຳຕາຕະລາງຄະແນນ ລົງສະຫນາມ 7 ນັດ ຊະນະ 6 ນັດ ສະເຫມີ 0 ນັດ, ເສຍ 1 ນັດ ມີ 18 ຄະແນນ;
ອັນດັບ 2 ສະໂມສອນກິລາບານເຕະທະຫານແຂວງ ລົງສະຫນາມ 7 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ມີ 15 ຄະແນນ,
ອັນດັບ 3 ສະໂມສອນກິລາບານເຕະບາຈຽງ 7 ນັດ ຊະນະ 4 ນັດ ສະເຫມີ 1 ນັດ, ເສຍ 2 ນັດ, ມີ 13 ຄະແນນ,
ອັນດັບ 4 ສະໂມສອນກິລາບານເຕະ ປ.ກ.ສ ແຂວງ 7 ນັດ ຊະນະ 3 ນັດ ສະເຫມີ 2 ນັດ, ເສຍ 2 ນັດ ມີ 11 ຄະແນນ,
ອັນດັບ 5 ສະໂມສອນກິລາບານເຕະສີອໍາພອນ 7 ນັດ ຊະນະ 2 ນັດ, ສະເຫມີ 2 ນັດ, ເສຍ 3 ນັດ, ມີ 8 ຄະແນນ;
ອັນດັບ 6 ສະໂມສອນກິລາບານເຕະສີລາເພັດ 7 ນັດ ຊະນະ 2 ນັດ, ສະເຫມີ 1 ນັດ, ເສຍ 4 ນັດ, ມີ 7 ຄະແນນ;
ອັນດັບ 7 ສະໂມສອນກິລາບານເຕະຫົວແຊ 7 ນັດ ຊະນະ 1 ນັດ, ສະເຫມີ 1 ນັດ, ເສຍ 5 ນັດ, ມີ 4 ຄະແນນ;
ອັນດັບ 8 ສະໂມສອນກິລາບານເຕະຫົວແຊ 7 ນັດ ຊະນະ 1 ນັດ, ສະເຫມີ 0 ນັດ, ເສຍ 6 ນັດ, ມີ 3 ຄະແນນ;
ເຊິ່ງປັດຈຸບັນ ລາວລີກ 2 ແຂວງຈໍາປາສັກ ຢູ່ໃນຊ່ວງພັກ ແລະ ເປີດການໂອນຍາຍນັກກິລາໃຫ້ບັນດາສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນໄດ້ປັບປຸງທິມ ແລະ ຈະກັບມາສືບຕໍ່ແຂ່ງຂັນຮອບ 2 ໃນວັນທີ 10 ມີຖຸນາ 2023 ນີ້ ການແຂງຂັນ ລາວລີກ 2 ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນຈາກ ສະຫະພັນບານເຕະແຫ່ງຊາດ ລາວ ສົມທົບກັບການຈັດຕັ້ງພັກ-ລັດ, ພາກສ່ວນທຸລະກິດ ພາຍໃນແຂວງຈໍາປາສັກ.