
ສຕລ ສຳເລັດຝຶກອົບຮົມຄູຝຶກກິລາບານເຕະລະດັບ C ຢູ່ ແຂວງສາລະວັນ
ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C)ໃຫ້ແກ່ຜູ້ເຂົ້າຮວ່ມເມື່ອວັນທີ 21 ມີນາ 2025 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການແລະ ກິລາແຂວງສາລະວັນ,ໃຫ້ກຽດເຂົ້າຮວ່ມ ມີ ທ່ານ ທົງໄຊ ບຸນທິສະຫວັດ ຮອງຫົວຫນ້າພະແນກພະລັງງງານ ແລະ ບໍ່ແຮ່ ແຂວງສາລະວັນ.
ໄລຍະການຝຶກອົບຮົມສຳມະກອນຈໍານວນ 24 ທ່ານ ທີ່ມາຈາກແຂວງສາລະວັນ 14 ທ່ານ, ນະຄອນຫຼວງ 4 ທ່ານ ແລະ ປະເທດໄທ 6 ທ່ານໄດ້ຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງຢູ່ສະໜາມ, ໂດຍມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ),ໃນນັ້ນ,ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບຂອງນັກກິລາ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະ ຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມແລະອື່ນໆ.
ການຝຶກອົບຮົມແມ່ນໄດ້ດຳເນີນມາແຕ່ວັນທີ10-21 ມີນາ 2025.ເຂົ້າຮວ່ມພິທີຍັງມີທ່ານ ໂມຮໍາມັດ ເຮີມັນ ( Mohammad Herman B Zailani ) ຫົວໜ້າວຽກງານພັດທະນາຄູຝຶກ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍຄະນະ.ສ່ວນຜົນການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.ສຳລັບແຜນການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຄັ້ງຕໍ່ໄປແມ່ນຈະຈັດຢູ່ແຂວງສະຫວັນນະເຂດລະຫວ່າງ ວັນທີ 19-30 ພຶດສະພາ 2025.

ດາໝົດ ທອງຄຳສະຫວັດ ເຊັນສັນຍາຮ່ວມທີມ ແທັງຮວາ ທີມໃນລີກສູງສຸດຂອງຫວຽດນາມ (V-League)
ເຟສບຸກຂອງ ສະໂມສອນບານເຕະ ເອສະຣາ ແລະ ສະໂມສອນ ສະໂມສອນບານເຕະ ແທັງຮວາ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ:ສະໂມສອນບານເຕະ ເອສະຣາ ແຊ້ມລີກສູງ ເປບຊີ ລາວລີກ 1 ລະດູການ 2024/2025 ແລະແຊ້ມລີກສູງສຸດຂອງລາວທີ່ຊະນະເລີດຂັນນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ລະດູການນີ້ໄດ້ບັນລຸຂໍ້ຕົກລົງແລະເຊັນສັນຍາກັບສະໂມສອນບານເຕະ ແທັງຮວາ (Thanh Hoa FC) ທີມໃນລີກສູງສຸດຂອງຫວຽດນາມ (V-League)ໃຫ້ດາໝົດ ທອງຄຳສະຫວັດ ( ແຮ໋ມ )ກອງກາງທີມຊາດລາວ ໄວ 20 ປີ ຂອງສະໂມສອນເອສະຣາໄປຫຼີ້ນໃຫ້ກັບສະໂມສອນບານເຕະ ແທັງຮວາ.
ດາຫມົດ ທອງຄຳສະຫວັດ ເກີດວັນທີ 03 ເມສາ 2004 ຢູ່ທີ່່ບ້ານຈັດສັນ ນະຄອນປາກເຊ ແຂວງຈຳປາສັກ, ລວງສູງ 175 ຊັງຕີແມັດ ແລະ ນໍ້າຫນັກ 61ກລ ຈຸດເລີ່ມຕົ້ນການເຕະບານຂອງ ດາຫມົດ ແມ່ນເລີ້ມຫລິ້ນເຕະບານໃນອາຍຸ 10 ປີ ໂດຍສະໂມສອນ ທຳອິດ ແມ່ນ ອາຄາເດີມີ ໄອດີຊີ ຈຳປາສັກ ອາຈານຄົນທຳອິດ ແມ່ນ ອຈ ຄຳຕັນ ປິ່ນແກ້ວ ແລະ ອຈ ແຂກ ວິລະສິດ ສຸນາແກ້ວວົງສາ ເປັນຜູ້ສິດສອນໃຫ້ຈົນກ້າວມາເປັນນັກກິລາທີມຊາດລາວ ໃນຮຸ່ນເຍົາວະຊົນ, ຈາກນັ້ນແມ່ນຕິດທີມປະສົມແຂວງຈຳປາສັກ ຊຸດເຂົ້າຮ່ວມ ການແຂ່ງຂັນບານເຕະ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແມ່ນພາທີມແຂວງຈຳປາສັກ ຄວ້າແຊ້ມລາຍການດັ່ງກ່າວ, ຈາກນັ້ນໃນປີ 2021 – 2022 ແມ່ນຫລິ້້ນໃຫ້ກັບ ສະໂມສອນ ບານຕະຈຳປາສັກ ເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ແລະ ປີິ 2023 – 2025 ແມ່ນຍ້າຍມາຮ່ວມສະໂມສອນ ບານເຕະ ເອສະຣາ ໂດຍໃນລະດູການ 2024/2025 ຜົນງານເດັ່ນກັບຕົ້ນສັງກັດ ສາມາດຊ່ວຍທີມສ້າງປະຫວັດສາດຄວ້າ 2 ແຊ້ມໃນລະດູການນີ້ ພ້ອມຄວ້າລາງວັນນັກເຕະດີເດັ່ນຂອງ ລາວລີກ 1 ດ້ວຍຜົນງານ 7 ປະຕູ 4 ແອັສຊິສ.
ສ່ວນຜົນງານລະດັບທີມຊາດລາວ ດາຫມົດ ຕິດທີມຊາດລາວໃນຫລາຍຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 16 ປີ, ຮຸ່ນອາຍຸບໍ່ເກີນ 19 ປີ ( ໄດ້ຮອງແຊ້ມອາຊຽນ ) , ຮຸ່ນອາຍຸບໍ່ເກີນ 23 ປີ ແລະ ຕິດທີມຊາດລາວ ຊຸດໃຫຍ່ ໃນປີ 2022.
ດາຫມົດ ຍັງກ່າວຕື່ມວ່ານັດທີ່ປະທັບໃຈໃນການຫລິ້ນທີມຊາດລາວ ແມ່ນນັດຮອບຮອງຊະນະເລີດ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮູ່ນອາຍຸບໍ່ເກີນ 19 ປີ 2022 ຮອບຮອງຊະນະເລີດ ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0 ໂດຍນັດດັ່ງກ່າວຜູ້ກ່ຽວຍິງໄດ້ 1 ປະຕູ.
ດາຫມົດ ທອງຄຳສະຫວັດ ໄດ້ກ່າວສະແດງຄວາມຮູ້ສຶກທີ່ໄດ້ຍ້າຍມາຮ່ວມ ສະໂມສອນບານເຕະ ແທັງຮວາ (Thanh Hoa FC) ທີມໃນລີກສູງສຸດຂອງຫວຽດນາມ (V-League) ວ່າ: ‘’ ຮູ້ສືກດີໃຈ ແລະ ເປັນຄວາມຝັນທີ່່ຢາກໄປເຕະຢູ່ລີກນອກປະເທດ ແລະ ເປັນອີກບາດກ້າວຫນື່ງສຳລັບຕົນເອງ ‘’
ດາໝົດ ຈະກາຍເປັນນັກເຕະບານຈາກລາວຄົນທຳອິດ ໄດ້ລົງຫລິ້ນໃນລີກສູງສຸດຂອງຫວຽດນາມ ຈະໄດ້ຊ່ວຍ ແທັງຮວາ ໃນຮອບຂາກັບຂອງ ວີລີກ ລະດູການນີ້ ປັດຈຸບັນ ແທັງຮວາ ຢູ່ອັນດັບທີ 4 ແຂ່ງ 16 ນັດ ມີ 26 ຄະແນນ ຕາມຫລັງ ນຳດິ່ງ ທີມນຳ 5 ຄະແນນ.

ທີມບານເຕະຍິງ ທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ອຸດເບກິສຖານ, ເນປານ, ສີລັງກາ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 AFC Women’s Asian Cup 2026 Qualifiers
ວັນທີ 27 ມີນາ 2025 ຢູ່ທີ່ ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 AFC Women’s Asian Cup 2026 Qualifiers ໂດຍມີທີມເຂົ້າຮ່ວມທັງຫມົດ 34 ທີມ ແບ່ງອອກເປັນ8 ກຸ່ມ ຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມ, ຮອບສຸດທ້າຍ ຈະຈັດຂຶ້ນໃນປີ 2026 ຢູ່ທີ່ປະເທດ ອົສຕຣາລີ ໂດຍມີທີມທີ່ລໍຖ້າໃນຮອບສຸດທ້າຍ ມີ ອົສຕຣາລີ ( ເຈົ້າພາບ ), ຍີປຸ່ນ, ສປ ຈີນ ແລະ ສ.ເກົາຫລີ.
ຜົນການຈັບສະຫລາກ ທີມບານເຕະ ຍິງທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ອຸດເບກິສຖານ ( ເຈົ້າພາບ ຮອບຄັດເລືອກ ), ເນປານ, ລາວ ແລະ ສີລັງກາ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 23 ມິຖຸນາ ຫາ 5 ກໍລະກົດ 2025. ທີມບານເຕະຍິງ ທີມຊາດລາວ ແມ່ນຈະເກັບຕົວຝຶກຊ້ອມໃນໄລຍະທີ 1 ວັນທີ່ 30 ມີນາ ຫາ 11 ເມສາ 2025 ຢູ່ທີ່ສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16.
ຕາຕະລາງການແຂ່ງຂັນ ທີມຊາດລາວ
- ນັດທີ 1 ທີມຊາດເນປານ ພົບ ທີມຊາດລາວ
- ນັດທີ 2 ທິມຊາດລາວ ພົບ ທີມຊາດອຸດເບກິສຖານ
- ນັດທີ 3 ທີມຊາດລາວ ພົບ ທີມຊາດສີລັງກາ

ຝຶກອົບຮົມຄູຝຶກກິລາບານເຕະຂອງໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ທີ່ແຂວງຫົວພັນ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ຈັດພິທີເປີດຝຶກອົບຮົມຄູຝຶກກິລາບານເຕະຂອງໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂື້ນ ໃນວັນທີ 25 ມີນາ 2025 ທີ່ໂຮງຮຽນມັດທະຍົມສົມ ບູນພັນລາ ເມືອງຊໍາເໜືອ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມເພັດ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງແລະທ່ານ Soundram Moorthy ຫົວໜ້າພະແນກເຕັກນິກວິທະຍາຂອງ ສຕລ.
ຈຸດປະສົງໃນການຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດແລະວິທີສິດສອນກິລາບານເຕະໃຫ້ກັບຄູພາລະສຶກສາທົ່ວແຂວງຫົວພັນ ໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກຢູ່ບັນດາໂຮງຮຽນໃນທົ່ວແຂວງ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງປະເພດຍິງ-ຊາຍໃຫ້ກ້າວສູ່ຄຸນນະພາບສຸງຂື້ນ.ໃນນັ້ນ,ລວມມີການແນະນໍາການຝຶກແອບນັກກິລາໃຫ້ຮູ້ປັບປຸງຄວາມສາມາດຂອງການຫຼີ້ນກິລາບານເຕະາ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນຫຼາຍກ່ວາເພື່ອເອົາຊະນະ.
ໃນໂອກາດເປີດພິທີ ທ່ານ ສົມເພັດ ອິນທະສອນກ່າວວ່າ: ການຝຶກອົບຮົມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພາະເປັນການຝຶກໃຫ້ສໍາມະນາກອນໄດ້ນໍາເອົາຄວາມຮູ້ອັນໃໝ່ ເປັນຕົ້ນແມ່ນວຽກງານຂອງການເປັນຄູຝຶກບານເຕະໃຫ້ແກ່ນັກຮຽນສາມັນ,ແຕ່ຍ້ອນເວລາການຝຶກມີໜ້ອຍ,ຈື່ງຮຽກຮ້ອງໃຫ້ສໍາມະນາກອນຈົ່ງເອົາໃຈໃສ່ ຈັດຕັ້ງປະຕິບັດດ້ານເວລາແຕ່ລະວັນ, ແຕ່ລະຕອນໃຫ້ເຂັ້ມງວດ ນັບທັງພາກທິດສະດີ ແລະພາກປະຕິບັດຕົວຈິງຕາມຕາຕະລາງທີ່ວາງໄວ້, ຮັບເອົາຄວາມຮູ້ຈາກຄູຝຶກ ເພື່ອໄປໝູນໃຊ້ໃຫ້ເກີດຜົນປະໂຫຍດ, ສາມາດນໍາເອົາໄປຝຶກນັກກິລາຮຸ່ນສືບທອດເພື່ອພັດທະນາກິລາບານເຕະຂັ້ນທ້ອງຖິ່ນ,ໂຮງຮຽນຕົນເອງໃຫ້ມີທັກສະໃນການຫຼີ້ນທີ່ດີຂື້ນ.ການຝຶກອົບຮົມດັ່ງກ່າວແມ່ນຈະດຳ ເນີນໄປເປັນເວລາ 2 ມື້ນັບຕັ້ງແຕ່ວັນທີ 25–26 ມີນາ 2025 ເຊິ່ງລວມມີພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ທີ່ສະຫນາມແລະ ຈະໄດ້ເປີດພີທີໂຄງການ FIFA FOOTBALL FOR SCHOOLSຢ່າງເປັນທາງການໃນວັນທີ 27 ມີນາ 2025.
ເຂົ້າຮວ່ມໃນກອງປະຊຸມນີ້ຍັງມີ ທ່ານ ພູຄຳ ກອງສີຫາລາດ ຮອງຫົວໜ້າພະແນກພະລະສຶກສາ ກົມກິລາມວນຊົນພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ວິທະຍາກອນຈາກ ສຕລ,ຫົວໜ້າຂະແໜງກິລາກາຍະກໍາ, ຄູສອນພະລະສຶກສາ, ຄູສອນຊ່ວຍ, ຜູ້ຮັບຜິດຊອບວຽກງານກິລາໃນໂຮງຮຽນປະຖົມ ແລະ ມັດທະຍົມ ລວມທັງໝົດ 35 ທ່ານ.
#FIFA
#FIFAFOOTBALLFORSCHOOL
#LAOFOOTBALLFEDERATION
#GRASSROOTSLFF
#HUAPHANPROVINCE

ສຕລ ສຳເລັດການຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານຢູ່ເມືອງຈຳພອນ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານທີ່ເມືອງຈຳພອນ ແຂວງສະຫວັນນະເຂດແລະໄດ້ຈັດພິທີອັດການຝຶກອົບຮົມຢ່າງເປັນທາງການໃນວັນທີ 20 ມີນາ 2025ທີ່ສະ ໂມສອນສຶກສາເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີປະເສີດ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ພ້ອມຄະນະວິທະຍາກອນຈາກສຕລ,ຜູ້ຕາງໜ້າຂະແໜງກິລາກາຍະກຳ-ສີລະປະສຶກສາ ຈາກ06ເມືອງຂອງແຂວງສະຫວັນນະເຂດເຂົ້າຮວມ.
ຕະຫຼອດໄລຍະການຝຶກອົບຮົມສຳມະນາກອນທີ່ເປັນກຳມະການຕັດສີນບານເຕະຂັ້ນພື້ນຖານຂອງ 6 ເມືອງຈາກເມືອງຈຳພອນ,ເມືອງຊົນນະບູລີ,ເມືອງອຸທຸມພອນ,ນະຄອນໄກສອນ ພົມວິຫານ, ເມືອງອາດສະພັງທອງ ແລະ ເມືອງ ອາດສະພອນຈຳນວນ 27 ຄົນ (ເມືອງຈຳພອນ 22 ຄົນ)ໄດ້ຮຽນຮູ້ທິດສະດີກະຕິກາບານເຕະຂັ້ນພື້ນຖານທັງໝົດ 17 ຂໍ້ພ້ອມເບິ່ງວີດີໂອໃນການປະຕິບັດໜ້າທີ່ຂອງກຳມະການຕັດສິນ, ລົງພາກປະຕິບັດຕົວຈິງ 2 ວັນ ແລະ ສອບເສັງເອົາຄະແນນເພື່ອປະເມີນຜົນ ຄວາມເຂົ້າໃຈຂອງສຳມະນາກອນ ເຫັນວ່າ ທຸກຄົນໄດ້ຮັບຮູ້ດ້ານກະຕິກາ ແລະ ບົດຮຽນໃນການຕັດສີນກິລາບານເຕະໄດ້ດີພໍສົມຄວນແລະພ້ອມຈະນຳເອົາບົດຮຽນໄປຈັດຕັ້ງປະຕິບັດໃນຕໍ່ໜ້າ. ຕອນທ້າຍ ທ່ານ ສີປະເສີດ ໄຊຍະລິນໄດ້ໃຫ້ກຽດໂອ້ລົມແລະກ່າວປີດການຝຶກອົບຮົມວ່າ: ເມື່ອໄດ້ການຮັບຝຶກອົບຮົມແລ້ວ,ຂໍໃຫ້ສຳມະນາກອນນຳເອົາບົດຮຽນທີ່ສຳຄັນໄປນຳໃຊ້ແລະເຜີຍແຜ່,ຜັນຂະຫຍາຍ ໃນການ ຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຄຸນນະພາບແລະສອດຄ່ອງກັບຄວາມເປັນຈິງໃນການຕັດສີນ. ຈາກນັ້ນທ່ານ ສີປະເສີດ ໄຊຍະລິນ ແລະ ທ່ານ ໄຊປະເສີດ ພົງສະນິດ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ສຳມະນາກອນຢ່າງສົມກຽດ.

ປະກາດລາຍຊື່ນັກກິລາທີມຊາດລາວຊຸດໃຫຍ່ ອຸ່ນເຄື່ອງພົບກັບທີມຊາດສີລັງກາ ແລະ ເຂົ້າຮ່ວມ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮອບຄັດເລືອກ 2027 ການແຂ່ງຂັນ AFC Asian Cup Saudi Arabia 2027 Qualifiers Final Round
ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ໄດ້ປະກາດລາຍຊື່ນັກກິລາ 28 ຄົນຂອງ ທີມຊາດລາວຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກທີມຊາດລາວ ສັນຊາດ ສ.ເກົາຫລີ ກຽມອຸ່ນເຄື່ອງພົບກັບ ທີມຊາດສີລັງກາ ແລະ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 ການແຂ່ງຂັນ AFC Asian Cup Saudi Arabia 2027 Qualifiers Final Round.
ລາຍຊື່ນັກກິລາມີດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ
ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກິລາບານເຕະ ກອງທັບ
ອານຸລັກ ວິລະຜົນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
+ ກອງຫຼັງ
ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ຊີດີ ພົມສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ຄຳຫມັ້ນ ທາປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ
ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ
ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ
ແອັດ ວຽງຄຳ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ
ຈີນູ່ລ່າວ ຢ່າໂຊຕູ້ກີ ຈາກ ສະໂມສອນ ກິລາບານເຕະ ມັດສະດ້າ ວຽງຈັນ
ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ ສະໂມສອນ IS SELONGEY B ( ປະເທດຝຣັ່ງ )
ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
ອິນທະວົງ ຫຼວງສະລາດ ຈາກ ສະໂມສອນ ກິລາບານເຕະ ກອງທັບ
+ ກອງກາງ
ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV LINX ( ປະເທດ ເຢຍລະມັນ )
ພຸດທະລັກ ທອງສະນິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ
ສອນສະນິດ ພົມມະຈັນ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ
ອານຸລັກ ໄຊຍະລາດ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ
+ ກອງຫນ້າ
ເທໂອ ຄລາຍນ໌ ຈາກ ສະໂມສອນ OMAHA MAVERICKS ( ປະເທດ ສະຫະລັດອາເມຣິກາ )
ບຸນພະຈັນ ບຸນກອງ ຈາກ ສະໂມສອນ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )
ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ
ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
ສຳລັບຕາຕະລາງ ການແຂ່ງຂັນນັດອຸ່ນເຄຶ່ອງ ທີມຊາດລາວ ແມ່ນຈະມີຂຶ້ນວັນທີ 20 ມີນາ 2025 ເວລາ 19:00 ທີມຊາດລາວ ພົບ ທີມຊາດສີລັງກາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ປີ້ເຂົ້າຊົມການແຂ່ງຂັນ ລາຄາ 10.000 ກີບ ຂະນະທີ່ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 ການແຂ່ງຂັນ AFC Asian Cup Saudi Arabia 2027 Qualifiers Final Round ທີມຊາດລາວ ຖືກຈັດຢູ່ຮ່ວມ ກຸ່ມ F ຮ່ວມກັບ ຫວຽດນາມ, ມາເລເຊຍ ແລະ ເນປານ, ໂດຍນັດທຳອິດ ທີມຊາດລາວ ຈະອອກໄປຢາມທີມຊາດຫວຽດນາມ ເຊິ່ງຈະແຂ່ງຂັນ ວັນທີ 25 ມີນາ 2025 ເວລາ 19:30 ແຂ່ງຂັນຢູ່ທີ່ສະຫນາມກິລາ Go Dau Stadium ແຂວງບິງເຢືອງ ປະເທດຫວຽດນາມ.

ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບ C ຢູ່ ແຂວງສາລະວັນ
ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C)ໃຫ້ແກ່ນັກສຳມະກອນຈໍານວນ 24 ທ່ານ ທີ່ມາຈາກແຂວງສາລະວັນ 14 ທ່ານ, ນະຄອນຫຼວງ 4 ທ່ານ ແລະ ປະເທດໄທ 6 ທ່ານຂື້ນໃນຕອນເຊົ້າວັນທີ 10 ມີນາ 2025 ທີ່ທີ່ຫ້ອງປະຊຸມພະແນກສຶກສາທິການແລະ ກິລາແຂວງສາລະວັນ, ໃຫ້ກຽດເຂົ້າຮວ່ມມີ ທ່ານ ທ່ານ ແອປີຊານ ລ້ານນາຂວາງ ຮອງພະແນກສຶກສາທິການແລະ ກິລາແຂວງ ປະທານສະຫະພັນບານເຕະແຂວງສາລະວັນ.
ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ),ໃນນັ້ນ,ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.
ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປແຕ່ວັນທີ 10 ມີນາ ຈົນຮອດ ວັນທີ 21 ມີນາ 2025.ເຂົ້າຮວ່ມພິທີຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ໂມຮໍາມັດ ເຮີມັນ ( Mohammad Herman B Zailani ) ຫົວໜ້າວຽກງານພັດທະນາຄູຝຶກ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍຄະນະ.

ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຄຳມ່ວນ 97 ຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ

ສຕລ ຮ່ວມກັບ ສຕຂ ສາລະວັນ ຈັດກິດຈະກໍາສະຫຼອງວັນແມ່ຍິງສາກົນ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະແຂວງສາລະວັນ(ສຕຂ)ໄດ້ຈັດ ພິທີເປີດ ກິດຈະ ກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ115ປີຂຶ້ນພາຍໃຕ້ໂຄງການ AFC Women's Footbal Day ທີ່ສະຫນາມກິລາແຂວງ ສາລະວັນ ໃນວັນທີ 8 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສຕລ, ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ. ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກ ພະລັງງານບໍ່ແຮ່, ປະທານ ສຕຂ ສາລະວັນ, ທ່ານ ແອປີຊານ ລ້ານນາຂວາງ ຮອງພະແນກສຶກສາທິການແລະ ກິລາແຂວງ ປະທານສະຫະພັນບານເຕະແຂວງສາລະວັນ ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່ງຫຼວງຫຼາຍ. ງານດັ່ງກ່າວຈັດຂື້ນໂດຍການຮວ່ມມືລະຫວ່າງ ສຕລແລະ ສຕຂ ສາລະວັນ, ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's Football Day ,ໂຄງການນີ້ແມ່ນ ເປີດໃຫ້ເດັກນ້ອຍ ເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ໂດຍມີເປົ້າໝາຍເພື່ອເສີມ ສ້າງພັດທະນານັກກິລາບານເຕະຮຸ່ນສຶບ ທອດໃຫ້ໄດ້ທົ່ວຂົງເຂດທີ່ຫ່າງໄກສອກຫຼີກ ແລະເຂດພູດອຍຢ່າງທົ່ວເຖິງ.
ໃນໂອກາດດັ່ງກ່າວ ທ່ານ ທ່ານ ໂພທິຍາ ວົງຈອມສີ ປະທານ ສຕຂ ສາລະວັນ ໄດ້ກ່າວໃຫ້ຮູ້ວ່າ ບານເຕະສາລະວັນຢູ່ໃນທ່ວງທ່າທີ່ດີໃນການພັດທະນາ ໂດຍໄດ້ຮັບການສະໜັບສະໜູນຢ່າງໃກ້ຊິດຈາກ ສຕລ, ພະແນກສຶກສາທິການແລະກິລາແຂວງ ເຮັດໃຫ້ການພັດທະນາບານເຕະແຂວງ ສາລະວັນ ມີໃບໜ້າອັນໃໝ່ ສະແດງອອກໃນງານກິລາມັດທະຍົມທົ່ວປະເທດຄັ້ງທີ VII ຜ່ານມາ ສາມາດເຂົ້າຊິງຫຼຽນຄຳໄດ້ທັງຍິງ ແລະຊາຍ ໂດຍສະເພາະບານເຕະຍິງພວມກໍາລັງສົ່ງເສີມໃຫ້ມີການຝຶກແອບຢ່າງຕໍ່ເນື່ອງໃນປີຜ່ານມາ ແລະແນ່ນອນວ່າຈະໄດ້ມີການຊຸກຍູ້ຕໍ່ໄປເລື້ອຍໆໃນອະນາຄົດ.
ກ່າວເປີດພິທີ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນບານເຕະແຂວງ ສາລະວັນ ທີ່ໄດ້ເປັນເປັນເຈົ້າພາບຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ແລະຫວັງວ່າງານໃນມື້ນີ້ຈະເປັນແຮງບັນດານໃຈເປັນຈຸດເລີ່ມຕົ້ນເລັກໆນ້ອຍໆ, ໃຫ້ທຸກຄົນມີຄວາມມັກຮັກໃນກິລາບານເຕະ ເພື່ອຕໍ່ຍອດໃຫ້ນ້ອງໆທຸກຄົນກາຍເປັນນັກກິລາທີ່ດີໃຫ້ກັບໂຮງຮຽນ, ສະໂມສອນແລະກາຍເປັນນັກກິລາທີມຊາດໃນອະນາຄົດ.
ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.

ເອສະຣາ ຄວ້າແຊ້ມ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ເປັນສະໄຫມທໍາອິດ
ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ນັດຊີງຊະນະເລີດ ໄດ້ມີຂຶ້ນ ວັນທີ 08 ມີນາ 2025 ຢູ່ທີ່ສະຫນາມກິລາແຂວງຈໍາປາສັກ ເປັນການພົບກັນ ລະຫວ່າງ ສະໂມສອນ ບານເຕະ ເອສະຣາ ພົບ ສະໂມສອນ ບານເຕະ ຊ້າງນ້ອຍ ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນ ບານເຕະ ເອສະຣາ ເອົາຊະນະ ສະໂມສອນ ບານເຕະ ຊ້າງນ້ອຍ 2-1 ຕະຫລອດ 90 ນາທີ ເອສະຣາ ສະເຫມີ ຊ້າງນ້ອຍ 1-1 ຕ້ອງໄດ້ ຕໍ່ເວລາພິເສດອອກໄປ 30 ນາທີ, ເອສະຣາ ເຮັດໄດ້ດີກວ່າໃນໄລຍະເວລາຕໍ່ເວລາພິເສດ ເອົາຊະນະ ຊ້າງນ້ອຍ 2-1 ໂດຍ ເອສະຣາ ໄດ້ປະຕູຈາກ: ເບີ 8 ດາຫມົດ ທອງຄຳສະຫວັດ ນາທີ 45, ເບີ 4 ອານັນຕະຊາ ສີພົງພັນ ນາທີ 97 ຂະນະທີ່ ຊ້າງນ້ອຍ ໄດ້ປະຕູຈາກ: ເບີ 9 ກີ້ດາວອນ ສຸວັນນີ ນາທີ 77.
ສະໂມສອນ ບານເຕະ ເອສະຣາ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນ 200 ລ້ານກີບ ຂະນະທີ່ ອັນດັບ 2 ສະໂມສອນ ບານເຕະ ຊ້າງນ້ອຍ ໄດ້ຮັບຫລຽນ ແລະ ເງິນລາງວັນ 50 ລ້ານກີບ, ສ່ວນລາງວັນບຸກຄົນ ຄູຝຶກດີເດັ່ນ ທ່ານ ບຽງຊູນາ ຄູຝຶກ ສະໂມສອນ ບານເຕະ ເອສະຣາ, ນັກກິລາຍິງປະຕູສູງສຸດ ປີເຕີ້ ພັນທະວົງ ຈາກ ສະໂມສອນ ບານເຕະ ເອສະຣາ ຍິງໄດ້ 11 ປະຕູ, ນັກຮັບດີເດັ່ນ ກົບ ໂລກພະທິບ ຈາກ ສະໂມສອນ ບານເຕະ ເອສະຣາ ລົງສະຫນາມ 4 ນັດ ເສຍ 1 ປະຕູ ແລະ ນັກກິລາດີເດັ່ນ ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ.
ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ນັດຊີງຊະນະເລີດ ແມ່ນໄດ້ເລີ່ມການແຂ່ງຂັນນັບຕັ້ງແຕ່ ວັນທີ 23 ມັງກອນ 2025 ມີທີມເຂົ້າຮ່ວມ 16 ທີມເຂົ້າຮ່ວມ ຄື: ທີມຈາກ ລີກ 1 ມິ 8 ທີມ ປະກອບມີ: ສະໂມສອນ ບານເຕະ ຊ້າງນ້ອຍ, ສະໂມສອນ ບານເຕະ ມາດສເຕີ , ສະໂມສອນ ບານເຕະ ເອສະຣາ, ສະໂມສອນ ບານເຕະ ກອງທັບ, ສະໂມສອນ ບານເຕະ ຫຼວງພະບາງ, ສະໂມສອນ ບານເຕະ ຈຳປາສັກ, ສະໂມສອນ ບານເຕະ ນໍ້າທາ ຢຸູໄນເຕັດ ແລະ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ ຂະນະ ທີມຈາກ ລີກ 2 ປະກອບມີ: ສະໂມສອນ ບານເຕະ ພີເອັມ ເຊກອງ, ສະໂມສອນບານເຕະ ທະຫານແຂວງຄຳມ່ວນ, ສະໂມສອນ ບານເຕະ ເມືອງເລົ່າງາມ, ສະໂມສອນ ບານເຕະ ສະຫວັນ ຢູໄນເຕັດ, ສະໂມສອນ ບານເຕະ ເມືອງພວນ, ສະໂມສອນ ບານເຕະ ທະຫານແຂວງຈຳປາສັກ, ສະໂມສອນ ບານເຕະ ທະຫານແຂວງຊຽງຂວາງ, ສະໂມສອນ ບານເຕະ ເຮືອເຫຼັກ.
ເຂົ້າຮ່ວມພິທີປິດໃນຄັ້ງນີ້່ ມີ ພະນະທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອາລຸນໄຊ ສຸວັນນະລາດ ສູນນະລາດ ເຈົ້າແຂວງ ແຂວງຈຳປາສັກ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ Henrik Andersen ຜູ້ອຳນວຍການໃຫຍ່ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ແຟນບານ ແລະ ສື່່ມວນຊົນ ເຂົ້າຮ່ວມຊົມນັດດັ່ງກ່າວຢ່າງຟົດຟື້ນໂດຍມີແຟນບານທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຮັບຊົມທັງຫມົດ 5ພັນກວ່າ ຄົນ.

ເອສະຣາ ຄວ້າແຊ້ມ ປະຫວັດສາດ ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2024/2025 ເປັນສະໄຫມທຳອິດ
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ນັດສຸດທ້າຍຂອງການແຂ່ງຂັນໄດ້ຈັດຂຶ້ນທີ່ສະຫນາມກິລາແຫ່ງຊາດ(ຫຼັກ16) ເປັນການພົບກັນ ລະຫວ່າງ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ ພົບ ສະໂມສອນ ບານເຕະ ເອສະຣາ ຜ່ານການແຂ່ງຂັນສະໂມສອນ ບານເຕະ ເອສະຣາ ເອົາຊະນະ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ 5-1 ໂດຍ ເອສະຣາ ໄດ້ປະຕູຈາກ: ເບີ 10 ໂຈນີ້ ແຫວນປະເສີດ ນາທີ 10, ເບີ 7 ປີເຕີ້ ພັນທະວົງ ນາທີ 45+1, 76, ເບີ 8 ດາຫມົດ ທອງຄຳສະຫວັດ ນາທີ 70, ເບີ 79 ທະນູສັກ ນັນທະວົງດວງສີ ນາທີ 68 ສ່ວນ ມັດສະດ້າ ວຽງຈັນ ໄດ້ປະຕູຈາກ: ເບີ 18 MICHAEL MADUABUCHUKWU OKUSHI ນາທີ 90+2, ສ່ວນຜົນອີກ 3 ຄູ່ ແຂ່ງຂັນໃນມື້ດຽວກັນນັ້ນ ມາດສເຕິີີ ເສຍໃຫ້ ຊ້າງນ້ອຍ 0-1, ກອງທັບ ຊະນະ ນໍ້າທາ ຢູໄນເຕັດ 2-0 ແລະ ຈຳປາສັກ ເສຍໃຫ້ ຫຼວງພະບາງ 0-3.
ເອສະຣາ ເກັບໄຊຊະນະ ເປັນນັດທີ 12 ຈາກທັງຫມົດ 14 ນັດ ສ່ວນທີ່ເຫລືອ ສະເໜີ 2 ນັດເສຍ 0 ຍິງໄດ້ 56 ປະຕູ ເສຍ 13 ປະຕູ,ມີ 38 ຄະແນນ ແລະ ເອສະຣາ ຄວ້າແຊ້ມ ປະຫວັດສາດ ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2024/2025 ເປັນສະໄຫມທຳອິດ ພາຍຫຼັງ ສ້າງຕັ້ງສະໂມສອນ ມາໄດ້ 22 ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນ 450 ລ້ານກີິບ, ສະໂມສອນ ບານເຕະ ເອສະຣາ ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.
ຂະນະທີ່ ອັນດັບ 2 ຊ້າງນ້ອຍ ໄດ້ຮັບເງິນລາງວັນ 250 ລ້ານກີບ, ອັນດັບ 3 ມາດສເຕີ້ ໄດ້ຮັບເງິນລາງວັນ 120 ລ້ານກີບ, ອັນດັບ 4 ຫຼວງພະບາງ ໄດ້ຮັບເງິນລາງວັນ 60 ລ້ານກີບ, ອັນດັບ 5 ກອງທັບ ໄດ້ຮັບເງິນລາງວັນ 45 ລ້ານກີບ, ອັນດັບ 6 ນໍ້າທາ ໄດ້ຮັບເງິນລາງວັນ 30 ລ້ານກີບ, ອັນດັບ 7 ວຽງຈັນ ໄດ້ຮັບເງິນລາງວັນ 20 ລ້ານກີບ ແລະ ອັນດັບສຸດທ້າຍ ຈຳປາສັກ ໄດ້ຮັບເງິນລາງວັນ 10 ລ້ານກີບ. ສ່ວນລາງວັນປະເພດບຸກຄົນມີຄື: ລາງວັນຄູຝຶກດີເດັ່ນ ທ່ານ ບຽງຊູນາ BYUNG SOO NA ສັນຊາດ ສ.ເກົາຫລີ ຈາກ ສະໂມສອນ ບານເຕະ ເອສະຣາ, ລາງວັນນັກກິລາດີເດັ່ນ ດາຫມົດ ທອງຄຳສະຫວັດ ຈາກ ສະໂມສອນ ບານເຕະ ເອສະຣາ, ລາງວັນຜູ້ຮັກສາປະຕູດີເດັ່ນ ກົບ ໂລກພະທິບ ຈາກ ສະໂມສອນ ບານເຕະ ເອສະຣາ ແລະ ລາງວັນຜູ້ຍິງປະຕູສູງສຸດ TAKUMU NISHIHARA ສັນຊາດຍີ່ປຸ່ນ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ ຍິງໄດ້ 26 ປະຕູ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ແມ່ນໄດ້ເລີ່ມແຂ່ງຂັນນັບຕັ້ງແຕ່ ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025. ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ.
ໃຫ້ກຽດເຂົ້າຮ່ວມພິທີປິດ ແລະ ມອບລາງວັນໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນສະຫມອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫລາດບໍລິສັດເບຍລາວຈຳກັດ, ທ່ານ ທິດຕະວັນ ວັນນະຈັກ ຜູ້ອຳນວຍການຮ້ານຂາຍເຄື່ອງກິລາ LIFE FOOTBALL, ພ້ອມດ້ວຍ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ ຕະຫລອດຮອດແຟນບານ ເຂົ້າຮ່ວມຮັບຊົມ.

ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຫຼວງນໍ້າທາ 110 ຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ