ຂ່າວສານ
News Cover

ຍິນດີນຳ U12 ປີ ພີເຄພີ ຫລວງພະບາງ ໄດ້ສິດໄປແຂ່ງຂັນທີ່ປະເທດສິງກະໂປ ລາຍການ SINGACUP ພາຍຫລັງຄວ້າແຊ້ມ U12 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ

08/10/2024

ການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 12 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະ​ຈຳ​ປີ 2024 ໄດ້ສຳເລັດລົງໃນທ້າຍອາທິດຜ່ານມາ 🏆🥇 ອັນດັບທີ 1 ໄດ້ແກ່: ສະໂມສອນ ພີເຄພີ ຫລວງພະບາງ ດ້ວຍຜົນງານ 7 ນັດ ຊະນະ 6 ເສຍ 1 ຍິງໄດ້ 19 ປະຕູ ເສຍ 7 ປະຕູ ມີ 18 ຄະແນນ.

🥈ອັນດັບທີ 2 : ສະໂມສອນ ຄຳໃສ ເອັຟຊີ ມີ 15 ຄະແນນ ຈາກ 7 ນັດ

🥉ອັນດັບທີ 3 : ສະໂມສອນ ພົມມະທັດ ເອັຟຊີ ເກັບໄດ້ 13 ຄະແນນ ຈາກ 7 ນັດ

ການເປັນແຊ້ມຂອງ U12 ປີ ພີເຄພີ ຫລວງພະບາງ ຄັ້ງນີ້ ໄດ້ສິດເປັນຕົວແທນທີມຈາກລາວ ເຂົ້າຮ່ວມລາຍການ SINGACUP 2024 ທີ່ປະເທດສິງກະໂປ ລະຫວ່າງວັນທີ 3-5 ພະຈິກທີ່ຈະມາເຖິງນີ້.

News Cover

ພະນັກງານ ສຕລ ສໍາເລັດການປະຕິບັດໜ້າທີ່ໃນການແຂ່ງຂັນ ຟຸດຊໍ ຊິງແຊ້ມໂລກ FIFA Futsal World Cup 2024 ທີ່ປະເທດອຸດເບກິດສະຖານ

07/10/2024

ການແຂ່ງຂັນ ຟຸດຊໍ ຊິງແຊ້ມໂລກ 2024 ທີ່ປະເທດອຸດສະເບກິດສະຖານ ໄດ້ສິ້ນສຸດລົງຢ່າງສໍາເລັດ ແລະ ຈົບງາມ ໃນຄໍ່າຄືນທີ່ຜ່ານມາ ໂດຍເປັນທີມຊາດເບຣຊິນ ສາມາດຄວ້າແຊ້ມສະໄໝທີ 6 ໄດ້ ພາຍຫຼັງທີ່ເອົາຊະນະທີມຊາດອາກຊັງຕິນ ດ້ວຍຜົນການແຂ່ງຂັນ 2-1 ປະຕູ.

ການແຂ່ງຂັນຄັ້ງນີ້ ທາງ FIFA ໄດ້ແຕ່ງຕັ້ງ ທ່ານ ປາດຖະໜາ ຂັນຕິຍະວົງ, ຫົວໜ້າຝ່າຍພົວພັນຕ່າງປະເທດ ທັງເປັນຜູ້ຮັບຜິດຊອບການປົກປ້ອງສິດທິເດັກນ້ອຍ ຂອງສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮັບຜິດຊອບໜ້າທີ່ຊ່ວຍພິທີການໃນສະໜາມແຂ່ງຂັນ ເຊິ່ງໄດ້ປະຕິບັດໜ້າທີ່ຕັ້ງແຕ່ເລີ່ມຕົ້ນ ຈົນຈົບການແຂ່ງຂັນ.

ຕໍ່ປະສົບການດັ່ງກ່າວ, ທ່ານ ປາດຖະໜາ ໄດ້ກ່າວວ່າ “ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ FIFA ແລະ LOC ສໍາລັບໂອກາດທີ່ມອບໃຫ້. ຮູ້ສຶກເປັນກຽດ ແລະ ດີໃຈຫຼາຍທີ່ໄດ້ມີໂອກາດປະກອບສ່ວນໃນການແຂ່ງຂັນລະດັບໂລກ ເຊິ່ງເຮັດໃຫ້ຂ້າພະເຈົ້າ ໄດ້ຮຽນຮູ້ ແລະ ເກັບກ່ຽວປະສົບການໃນຫຼາຍໆດ້ານ ຈາກຝ່າຍຈັດການແຂ່ງຂັນ ແລະ ເພື່ອນຮ່ວມງານ. ສຸດທ້າຍນີ້ ຂ້າພະເຈົ້າຂໍຂອບໃຈ ສະຫະພັນບານເຕະແຫ່ງຊາດລາວ ທີ່ໄດ້ຊຸກຍູ້ ແລະ ໃຫ້ຂ້າພະເຈົ້າ ໄດ້ມີໂອກາດ ໄດ້ຮຽນຮູ້ສິ່ງໃໝ່ ແລະ ສະແດງສັກກາຍະພາບຂອງຕົວຂ້າພະເຈົ້າເອງ”

ສຕລ ໄດ້ສືບຕໍ່ສ້າງບຸກຄະລາກອນພາຍໃນ ໃຫ້ມີໂອກາດປະກອບສ່ວນໃນການແຂ່ງຂັນລະດັບທະວີບ ແລະ ລະດັບໂລກ ເຊິ່ງໃນຕົ້ນປີທີ່ຜ່ານມາ ກໍ່ໄດ້ສົ່ງ ທ່ານ ສັນຕິກອນ ແສງດາລາ, ຫົວໜ້າພະແນກຈັດການແຂ່ງຂັນ ໄປປະຕິບັດໜ້າທີ່ໃນການແຂ່ງຂັນບານເຕະ ຊິງແຊ້ມອາຊີ AFC Asian Cup ທີ່ປະເທດກາຕ້າ ແລະ ທ່ານ ນາງ ພຸດສະຫວັນ ຈັນທະວົງ, ກໍາມະການຕັດສິນລະດັບ AFC Elite ເຂົ້າຮ່ວມການແຂ່ງຂັນຂອງ AFC ຫຼາຍລາຍການ.


News Cover

ປະກາດລາຍຊື່ນັກກິລາ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມແຄ້ມຝຶກຊ້ອມ ຢູ່ທີ່ ປະເທດໄທ

06/10/2024

ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 30 ຄົນ ເຂົ້າ ຮ່ວມແຄ້ມຝຶກຊ້ອມທີ່ປະເທດໄທ ໃນລະຫວ່າງວັນທີ 07 – 16 ຕຸລາ 2024 ຕານປະຕິຖິນ ຟີຟາ . ສຳລັບນັກກິລາ 30 ຄົນມີລາຍຊື່ດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ

1. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ບານເຕະ ກອງທັບ

2. ກົບ ໂລກພະທິບ ຈາກ ສະໂມສອນ ບານເຕະ ເອສະຣາ

3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ບານເຕະ ນໍ້າທາ

4. ອານຸລັກ ວິລະຜົນ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

+ ກອງຫຼັງ

5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

6. ອານັນຕະຊາ ສີພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ

7. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

8. ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

9. ພົນສັກ ສີສະຫວາດ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

10. ຂຸນວັງ ສູນດາລາ ຈາກ ສະໂມສອນກິລາບານເຕະ ນໍ້າທາ

11. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ນໍ້າທາ

12. ຊູຊະນະ ສີຫາລາດ ຈາກ ສະໂມສອນກິລາບານເຕະ ກອງທັບ

+ ກອງກາງ

13. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

14. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

15. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ

16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

17. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

18. ພູຫຼວງ ວິນນະວົງ ຈາກ ສະໂມສອນ ບານເຕະ ຈໍາປາສັກ

19. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາດສເຕີ

20. ສົມສະຫວາດ ພົມໂສພາ ຈາກ ສະໂມສອນກິລາບານເຕະ ມາດສເຕີ້

21. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນໍ້າທາ

22. ສິນນະຄອນ ກູມະນີຄໍາ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ

23. ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນກິລາບານເຕະ ທັບຫຼວງ Thapluang United ( ປະເທດໄທ )

24. ສີສະຫວາດ ດາລາວົງ ຈາກ ສະໂມສອນກິລາບານເຕະ ກອງທັບ

25. ພູຸສົມບູນ ປັນຍາວົງ ຈາກ ສະໂມສອນກິລາບານເຕະ ກອງທັບ

+ ກອງຫນ້າ

26. ຈໍ່ໍາ ວັນປະເສີດ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ

27. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ ສວາຍຣຽງ ( PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

28. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ

29. ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

30. ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

  ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ແມ່ນຈະອອກເດີນທາງໃນຕອນຄໍ່າ ວັນທີ 07 ຕຸລາ 2024.


News Cover

ເປີດຂຶ້ນຢ່າງເປັນທາງການສູນຝຶກ ຈຳປີ-ຈໍາປາແຫ່ງທີ6ທີ່ແຂວງ ບໍລິຄໍາໄຊ

01/10/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດພິທີເປີດສູນຝຶກ ຈຳປີ-ຈໍາປາ ແຂວງ ບໍລິຄໍາໄຊຢ່າງເປັນທາງການໃນວັນທີ 29 ກັນຍາ 2024 ທີ່ ສະໜາມກິລາບານເຕະເມືອງປາກ,ໂດຍການເປັນປະທານ ຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ຄະນະພັດທະນາຄູຝຶກ, ຕາງຫນ້າ ສະຫະພັນບານເຕະແຂວງບໍລິຄຳໄຊ, ຄູຝຶກ ແລະ ນັກກິລາທັງໝົດ60 ກວ່າຄົນເຂົ້າຮວ່ມ.

  ທ່ານ ນາງ ພູໄຊ ແພງພົງໄດ້ກ່າວວ່າ:ຈຸດປະສົງຂອງການສ້າງຕັ້ງສູນຝຶກບານເຕະຈໍາປີ-ຈໍາປາຂື້ນ ແມ່ນເພື່ອພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະຂອງເຍົາວະຊົນລາວເວົ້າລວມ, ເວົ້າສະເພາະແມ່ນເຍົາວະຊົນໃນທ້ອງຖິ່ນໃຫ້ມີທັກສະການຫຼິ້ນກິລາບານເຕະຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ໂດຍມີລຸ້ນອາຍຸ 10, 12ປີ, 14ປີ ແລະ 15ປີ, ໂດຍນໍາໃຊ້ ຫຼັກສູດການການຫຼີ້ນກິລາຂອງສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກ ຜູ້ນໍາຊ່ຽວຊານ ແລະ ສິດສອນຝຶກອົບຮົມຈາກຄູຝຶກຂອງສຕລ.ພ້ອມນັ້ນຍັງໄດ້ສ້າງສະພາບແວດລ້ອມທີ່ດີໃນການຝຶກແອບໃຫ້ນັກກິລາໃຫ້ ມີຄວາມປອດໄພ ແລະ ມ່ວນຊື່ນ.

ທ່ານ ນາງ ພູໄຊ ແພງພົງກ່າວຕື່ມວ່າ:ສູນຝຶກບານເຕະຈໍາປີ-ຈໍາປາແຫ່ງສູນທໍາອິດໃນລາວໄດ້ເປີດຂື້ນຢ່າງເປັນທາງການໃນ ວັນທີ 21 ມີນາ 2021ທີ່ສໍານັກງານໃຫຍ່ສຕລ ນະຄອນຫຼວງວຽງຈັນ,ເຊິ່ງຈຸດປະສົງສ້າງໃຫ້ເປັນສູນຝຶກບານເຕະຂອງເຍົາວະຊົນລາວແລະຈາກຜົນສໍາເລັດຕະຫຼອດການຈັດຕັ້ງປະຕິບັດສູນຝຶກບານເຕະຈໍາປີ-ຈໍາປາທີ່ຜ່ານມາ ເຫັນວ່າພໍ່ແມ່ຜູ້ປົກຄອງໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ. ດັ່ງນັ້ນຈຶ່ງໄດ້ຂະຫຍາຍໂຄງການສູນຝຶກບານເຕະຈໍາປີ-ຈໍາປາອອກໄປສູ່ຕ່າງແຂວງໃນທົ່ວປະເທດລາວ ໂດຍໄດ້ຮັບທຶນ ສະຫນັບສະຫນູນຈາກສະຫະພັນບານເຕະສາກົນ ຫຼື FIFA ພາຍໃຕ້ໂຄງການພັດທະນາພອນສະຫວັນ(TALENT DEVELOPMENT SHCEEM), ເຊິ່ງໃນປັດຈຸບັນນີ້ມີສູນຝຶກ ບານເຕະຈໍາປີ-ຈໍາປາທີ່ຍັງມີການເຄື່ອນໄຫວຢູ່ທັງຫມົດຈໍານວນ 5 ແຫ່ງ ຄື: ສູນຝຶກ ຈໍາປີ-ຈໍາປາ ຫ້ວຍຫົງ ນະຄອນ ຫຼວງວຽງຈັນ, ສູນຈໍາປີ-ຈໍາປາ ຫຼັກ 16 ນະຄອນຫຼວງວຽງຈັນ, ສູນຝຶກ ຈໍາປີ-ຈໍາປາ ແຂວງ ຈໍາປາສັກ, ສູນຝຶກບານແຕະຈໍາປີ-ຈໍາປາຫຼວງນ້ໍາທາ ແລະ ສູນຝຶກສູນຝຶກ ຈໍາປີ-ຈໍາປາ ແຂວງບໍລິຄໍາໄຊ.ດັ່ງນັ້ນ, ເພື່ອໃຫ້ໂຄງການດັ່ງກ່າວນີ້ປະສົບຜົນສໍາເລັດຈິ່ງຂໍຮຽກຮ້ອງໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງພໍ່ແມ່ຜູ້ປົກຄອງ ແລະ ນັກກິລາ ຈົ່ງພ້ອມກັນເສີມຂະຫຍາຍທ່າແຮງແລະເອົາໃຈໃສ່ໃນການພັດທະນາ ແລະ ຊຸກຍູ້ໃຫ້ນ້ອງໆນັກກິລາຂອງພວກເຮົາໃຫ້ກ້າວໄປສູ່ການເປັນນັກກິລາທີ່ດີກ້າວຂື້ນກໍາລັງແຮງຂອງຊາດ,ຂອງແຂວງ ຫຼື ໃນລະດັບສາກົນໃນອະນາຄົດ


News Cover

ຍີ່ປຸ່ນມອບຊຸດກິລາໃຫ້ແກ່ ສະຫະພັນບານເຕະແຫ່ງຊາດລາວ - Sport for Tomorrow Initiative -

26/09/2024

ໃນວັນທີ 24 ກັນຍາທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ມອບຊຸດກິລາບານເຕະຈຳນວນ 400 ກວ່າຜືນໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ (LFF) ໂດຍຮ່ວມມືກັບສະມາຄົມບານເຕະຍີ່ປຸ່ນ (JFA). ພິທີມອບ-ຮັບໄດ້ຈັດຂຶ້ນທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນ.

Sport For Tomorrow (SFT) ແມ່ນໂຄງການລິເລີ່ມດ້ານກິລາລະດັບນານາຊາດທີ່ດຳເນີນການຮ່ວມກັນໂດຍພາກລັດ ແລະ ເອກະຊົນຍີ່ປຸ່ນ. SFT ມີຈຸດປະສົງແບ່ງປັນຄຸນຄ່າຂອງກິລາໃຫ້ກັບຜູ້ຄົນທຸກໄວໃນທົ່ວປະເທດ, ລວມທັງປະເທດກຳລັງພັດທະນາ, ເພື່ອອະນາຄົດທີ່ດີຂຶ້ນຂອງໂລກ.

ພະນະທ່ານ ຊຶໂຕມຸ ໂຄອິຊຶມິ, ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ. ລາວ, ໄດ້ໃຫ້ຄຳເຫັນໃນພິທີ ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງທີ່ກິລາທີ່ມີພະລັງເປັນເອກະລັກໃນການນຳພາຜູ້ຄົນ, ປະເທດຊາດ ແລະ ຊຸມຊົນໃຫ້ໃກ້ຊິດກັນຫຼາຍຂຶ້ນ ຜ່ານຄວາມຫຼົງໃຫຼທີ່ມີຮ່ວມກັນ. ທ່ານຍັງໄດ້ສະແດງຄວາມມຸ່ງຫວັງທີ່ຈະເພີ່ມທະວີຮັດແໜ້ນສາຍພົວພັນລາວ-ຍີ່ປຸ່ນຜ່ານການແລກປ່ຽນດ້ານວັດທະນະທຳ ແລະ ດ້ານບຸກຄົນ ໃນວາລະໂອກາດສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີ 2025.

ທ່ານ ວິເພັດ ສີຫາຈັກ, ປະທານສະຫະພັນບານເຕະແຫ່ງຊາດລາວ, ໄດ້ກ່າວຕ້ອນຮັບທ່ານທູດ ໂຄອິຊຶມິ ຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ກັບສາຍພົວພັນຮ່ວມມືອັນເຂັ້ມແຂງລະຫວ່າງ LFF ແລະ JFA ຕັ້ງແຕ່ປີ 2011. ທ່ານຍັງໄດ້ນຳສະເໜີຄວາມພະຍາຍາມຂອງ LFF ໃນການສົ່ງເສີມກິດຈະກຳບານເຕະຂັ້ນພື້ນຖານເພື່ອເຮັດໃຫ້ນັກຮຽນລາວທົ່ວປະເທດສາມາດເຂົ້າເຖິງກິລາບານເຕະ ແລະ ຮຽນຮູ້ທັກສະຊີວິດຜ່ານການຝຶກຝົນເຕະບານ.

ທ່ານນາງ ນາຢຸຮະ ໂທໂຢດະ, ຫົວໜ້າຄູຝຶກຂອງທີມຊາດຍິງລາວ, ກໍໄດ້ສະແດງຄວາມຂອບໃຈຕໍ່ກັບມິດຕະພາບ ແລະ ການຮ່ວມມືອັນຍືນຍາວລະຫວ່າງ LFF ແລະ JFA ແລະ ໄດ້ເນັ້ນຢ້ຳເຖິງພາລະກິດຂອງຕົນເອງໃນປະເທດລາວ, ເຊິ່ງແມ່ນການດຶງເອົາສັກກະຍະພາບຂອງນັກກິລາໜຸ່ມໃນປະເທດລາວອອກມາ. ທ່ານຍັງໄດ້ເວົ້າເຖິງທີມຂອງຕົນທີ່ກຳລັງກະກຽມໃສ່ການແຂ່ງຂັດລະດັບສາກົນທີ່ຈະຈັດຂຶ້ນທີ່ປະເທດລາວໃນທ້າຍປີນີ້.

ຊຸດເຕະບານທີ່ໄດ້ຮັບຈະນຳໄປມອບໃຫ້ແກ່ທີມກິລາບານເຕະຂັ້ນພື້ນຖານໃນໂຮງຮຽນປະຖົມໃນຫຼາຍທ້ອງຖິ່ນໃນປະເທດລາວ. ສະຫະພັນບານເຕະລາວຈະຈັດກິດຈະກຳຕ່າງໆ ແລະ ນຳໃຊ້ໂອກາດພິເສດເຊັ່ນວັນບານເຕະ Grassroots AFC ແລະ ວັນບານເຕະແມ່ຍິງ AFC ເພື່ອບໍລິຈາກເຄື່ອງເຫຼົ່ານີ້.


News Cover

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດລາວ U20 ເຂົ້າຮ່ວມແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ 2025

24/09/2024

ທີມຊາດລາວ U20 ພາຍໃຕ້ການຄຸມທີມຂອງທ່ານ ຈອງ ເຈ ຄວອນ(JUNG JAE KWON) ຄູຝຶກ ສ.ເກົາຫລີ ໄດ້ປະກາດລາຍຊື່ ນັກກິລາ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ) ພາຍຫລັງໄດ້ນຳພານັກກິລາຝຶກຊ້ອມ 3 ອາທິດ.
ລາຍຊື່ນັກກິລາທີ່ຖືກຄັດເລືອກ 23 ຄົນມີດັ່ງລຸ່ມນີ້: 
ຜູ້ຮັກສາປະຕູ:
ຜູ້ຮັກສາປະຕູ:
1. ກົບ ໂລກພາທິບ ຈາກ ສະໂມສອນ ບານເຕະ ເອສະຣາ
2. ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ບານເຕະ ຈຳປາສັກ
3. ສຸລິສັກ ສຸວັນຄຳ ຈາກ ສະໂມສອນ ບານເຕະ ຈັນທະບູລີ
ກອງຫຼັງ:
4. ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ບານເຕະ ເອສະຣາ
5. ຂຸນວັງ ສູນດາລາ ຈາກ ສະໂມສອນ ບານເຕະ ນໍ້າທາ
6. ຄຳໝັ້ນ ທາປະເສີດ ຈາກ ສະໂມສອນ ບານເຕະ ເອສະຣາ
7. ສີສັດຕະນາ ກັນລະຍາ ຈາກ ສະໂມສອນ ບານເຕະ ເອສະຣາ
8.ເພັດວິໄຊ ພິມມະເສນ ຈາກ ສະໂມສອນ ບານເຕະ ຈຳປາສັກ
9. ມາເຕໂອ ອັກຄະວົງ ຈາກ ສະໂມສອນ STADE OLYMPIQUE CHOLETAIS ປະເທດຝຣັ່ງ
10. ກຳມະການ ລາດສະອາດ ຈາກ ສະໂມສອນ ບານເຕະ ນໍ້າທາ
ກອງກາງ:
11. ພະຫັດໄຊ ແກ້ວມະນີ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ
12. ຊາຍຈອນ ອາດາມສ ຈາກ ສະໂມສອນ LAS VEGAS HEAT SURF ຈາກ ປະເທດອາເມຣິກາ
13. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ບານເຕະ ສຸພັນບູລິ ປະເທດໄທ
14. ສຸກສະຫວັນ ຮອບຈັກກະວານ ຈາກ ສະໂມສອນ ບານເຕະ ນໍ້າທາ
15. ພູຫຼວງ ວິນນະວົງ ຈາກ ສະໂມສອນ ບານເຕະ ຈຳປາສັກ
16.ພູສົມບູນ ປັນຍາວົງ ຈາກ ສະໂມສອນ ບານເຕະ ກອງທັບ
17. ພຸດທະຈັກ ວົງສິລິ ຈາກ ສະໂມສອນ ບານເຕະ ຈັນທະບູລີ
18. ຈັນສະໝອນ ເພັດສົມພອນ ຈາກ ສະໂມສອນ ບານເຕະ ຈຳປາສັກ
19. ບິນລິ້ ໂດນສະໜູພິດ ຈາກ ສະໂມສອນ ບານເຕະ ເອສະຣາ
ກອງໜ້າ:
  20.ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ບານເຕະ ຈຳປາສັກ
  21.ສົມຫວັງ ຈູມມະລີ ຈາກ ສະໂມສອນ ບານເຕະ ມາດສເຕີ
  22. ປີເຕີ້ ພັນທະວົງ ຈາກ ສະໂມສອນ ບານເຕະ ເອສະຣາ
  23.ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ບານເຕະ ເອສະຣາ

ຕາຕະລາງ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers )
- ວັນທີ 25/09/2024
 ເວລາ 19:00 ອີຣ່ານ ພົບ ລາວ
 ລິ້ງຖ່າຍທອດສົດ : https://youtube.com/live/8V0t8kC6akA?feature=share
- ວັນທີ 27/09/2024
 ເວລາ 19:00 ລາວ ພົບ ມົງໂກລີ
 ລິ້ງຖ່າຍທອດສົດ : https://youtube.com/live/0Tk9V4GMDnY?feature=share
- ວັນທີ 29/09/2024
 ເວລາ 19:00ອິນເດຍ ພົບ ລາວ
 ລິ້ງຖ່າຍທອດສົດ : https://youtube.com/live/FThfADRMiOs?feature=share
 ທຸກນັດແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ສຳລັບບັດເຂົ້າຊົມ ລາຄາ 10.000ກີບຕໍ່ບັດທຸກບ່ອນນັ່ງ.
ຢ່າລືມຢ່າພາດຫາໂອກາດແລະຊັກຊວນຄອບຄົວແລະໝູ່ເພື່ອນໄປຮ່ວມຊົມຮ່ວມເຊຍທີມຊາດຂອງຕົນເອງໃຫ້ໄດ້.

News Cover

ຈັດກິດຈະກຳບານເຕະ FIFA Women’s Football Campaign

22/09/2024

           ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບ ຟີຟາ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2024 ຂື້ນໃນວັນທີ21ກັນຍານີ້ທີ່ສຕລ,ເພື່ອສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 8 – 14 ປີ ໃຫ້ມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເປັນກຽດເຂົ້າຮ່ວມມີ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ພ້ອມດວ້ຍຄະນະບໍລິຫານງານ ສຕລ, ທ່ານ ໄຊມອນ ໂທເສລລີ ( SIMON TOSELLI ) ຜູ້ຕາງໜ້າຈາກ FIFAພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນແລະ ສື່ມວນຊົນ ເຂົ້າຮ່ວມ. ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດງານວ່າ: ‘’ ການຈັດງານຄັ້ງນີ້ແມ່ນເພື່ອຈຸດປະສົງພັດທະນາບານເຕະຍິງ ລາວໃຫ້ກ້າວສູ່ລະດັບເທົ່າທຽມກັບບານເຕະຊາຍ, ນີ້ເປັນໂຄງການທຳອິດຂອງການພັດທະນາກິລາບານເຕະຍິງທີ່ສຕລເປັນຜູ້ລິເລີ່ມສ້າງແຜນຍຸດທະສາດ ພັດທະນາກິລາບານເຕະຍິງນີ້ຂື້ນມາໃນປີທີ່ຜ່ານມາ ແລະສືບຕໍ່ເຮັດໃຫ້ມີກິດຈະກຳດັ່ງກ່າວນີ້ເກີດຂຶ້ນໄດ້ ເຊິ່ງເປັນຄັ້ງທຳອິດ‘’ ຂະນະທີ່ ທ່ານ ໄຊມອນ ໂທເສລລີ ( SIMON TOSELLI ) ຜູ້ຕາງໜ້າຈາກ FIFA ໄດ້ກ່າວວ່າ: ‘’ ມື້ນີ້ເປັນໂອກາດອັນດີທີ່ເຮົາໄດ້ສະເຫລີມສະຫລອງກິດຈະກຳບານເຕະຍິງ FIFA Women’s Football Campaign 2024.ນີ້ແມ່ນ ຫນຶ່ງໃນຈຸດປະສົງຫລັກຂອງ ຟີຟາ ໃນການພັດທະນາບານເຕະຍິງແມ່ນການສ້າງຈໍານວນນັກກິລາຍິງທີ່ມີສ່ວນຮ່ວມໃນກິລາບານເຕະ ບໍ່ວ່າຈະເປັນໃນລະດັບບານເຕະຂັ້ນພື້ນຖານ, ບານເຕະເຍົາວະຊົນ ແລະ ລະດັບທີມຊາດ.ໂອກາດນີ້ສະແດງຄວາມຂອບໃຈແລະຍ້ອງຍໍຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວ ທີໄດ້ມີການຈັດຫລາຍກິດຈະກຳປິ່ນອ້ອມໃນການພັດທະນາບານເຕະຍິງບໍ່ວ່າຈະເປັນການແຂ່ງຂັນລະດັບເຍົາວະຊົນ, ການແຂ່ງຂັນ ລາວລີກຍິງ ເຊິ່ງຈັດມາເປັນປີທີ 2 ‘’.

         ນອກນັ້ນ,ກິດຈະກຳຄັ້ງນີ້ ຍັງເປັນການສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນຍິງທີ່ມີໃຈຮັກ ໃນກິລາບານເຕະ ໄດ້ພ້ອມກັນຫລິ້ນກິດຈະກຳຮ່ວມ, ພ້ອມທັງເປັນການສົ່ງເສີມໃຫ້ບັນດາເຍົາວະຊົນຍິງຫັນມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເຊິ່ງເຍົາວະຊົນຍິງເຂົ້າຮ່ວມງານດັ່ງກ່າວທັງຫມົດ 250 ຄົນ.​

News Cover

ມາຮູ້ຈັກກັບ ບິນລີ້ ໂດນສະຫນູພິດ ກອງໜ້າ ຈາກ ສະໂມສອນ ບານເຕະ ເອສະຣາ

19/09/2024

 “ປະຕູສູ່ຄວາມສຳເລັດ” ຄໍາຂວັນຂອງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 EP 1 ຈະນຳພາທຸກຄົນໄປຮູ້ຈັກ ‘’ ບິນລີ້ ໂດນສະຫນູພິດ ‘’ ກອງກາງ ດາວເດັ່ນ ຈາກ ສະໂມສອນ ບານເຕະ ເອສະຣາ ໄດ້ຮັບໂອກາດລົງສະຫນາມ ນັດທຳອິດ ໃນຖານະນັກກິລາຕົວສຳຮອງປ່ຽນແທນ ຈັນທະວີໄຊ ຂຸນທຸມພອນ ໃນນາທີ 78 ນັດ ເອສະຣາ ເອົາຊະນະ ຈຳປາສັກ 10-0 ຖືວ່າເປັນນັດທຳອິດຂອງເຈົ້າຕົວລົງສະຫນາມນັດທຳອິດ ໃນເວທີລີກສູງສຸດ ຂອງປະເທດ ດ້ວຍໄວ 16 ປີ. ບິນລີ້ ໂດນສະໜູພິດ ເກີດວັນທີ 30 ກໍລະກົດ 2008 ຢູ່ທີ່ ບ້ານ ເຊໂນ ເມືອງອຸທຸມພອນ ແຂວງສະຫັວນນະເຂດ.ບິນລີ້ ໂດນສະໜູພິດກ່າວວ່າ:ເລີ່ມເຂົ້າສູ່ວົງການເຕະບານທຳອິດໃນໄວອາຍຸພຽງ 9 ປີ ແລະສະໂມສອນທຳອິດທີ່ຜູ້ກ່ຽວເລີ່ມຝຶກຊ້ອມແມ່ນສະໂມສອນ ເຊໂນ ອາຄາເດມີ້ ໂດຍຄູຝຶກຄົນທຳອິດທີ່ສອນແມ່ນ ວົງຄຳ ພົມມະຈັກ (ຈານເລ້) ຕໍ່ມາຕິດທີມປະສົມແຂວງ U10, U12 ສະຫັວນ ຢູໄນເຕັດ ປັດຈຸບັນແມ່ນ ຫລິ້ນໃຫ້ ສະໂມສອນ ບານເຕະ ເອສະຣາ, ແຮງບັນດານໃຈ ໃນການເຕະບານກໍຄືລຸ້ນອ້າຍຫຼາຍຄົນທີ່ຢູ່ ສະໂມສອນບານເຕະ ເອສະຣາ ເຮັດໃຫ້ຂ້າພະເຈົ້າມີແຮງບັນດານໃຈ ມີຄວາມກະຕືລືລົ້ນຢາກຫລີ້ນບານເຕະ ຂ້າພະເຈົ້າກໍມີຄວາມຝັນ ຢາກຕິດທີມຊາດລາວຊຸດໃຫ່ຍ ແລະ ຢາກໄປຫລີ້ນລີກຕ່າງປະເທດເຊັ່ນທີ່ປະເທດໄທ ຍ້ອນວ່າຢູ່ໃກ້ຄຽງກັບປະເທດເຮົາ ທີ່ຢູ່ອາໃສ ກໍສະດວກສະບາຍ, ນັກກິລາໃນດວງໃຈໃນປະເທດລາວ ແມ່ນ ອານັນຕາຊາ ສີພົງພັນ (ອ້າຍທິວ) ສ່ວນນັກກິລາ ຕ່າງປະເທດ ມັກ ແມ່ນ Andres lniesta.

ສຳລັບຜົນງານຂອງບິນລີ້ ໂດນສະໜູພິດແມ່ນໃນລາຍການແຂ່ງຂັນບານເຕະຊີງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແມ່ນເຄີຍໄດ້ຮັບລາງວັນນັກກິລາດີເດັ່ນ ແລະ ນັກເຕະທີ່ສົ່ງບານໃຫ້ເພື່ອນຮ່ວມທີມຍິງປະຕູ, ນອກ ຈາກນັ້ນແລ້ວ ໃນລາຍການຂອງສະຫະພັນບານເຕະແຫ່ງຊາດລາວ ຈັດຂຶ້ນໃນ ຮຸ່ນອາຍຸ U15ແລະU16ເມື່ອປີ 2023 – 2024 ຍາດໄດ້ລາງວັນນັກເຕະດີເດັ່ນ

 ບິ້ນລີ້ ກ່າວຕື່ມວ່າ:‘’ ຮູ້ສຶກຕື່ນເຕັ້ນ ແລະ ກໍດີໃຈຫຼາຍ ທີ່ໄດ້ລົງສະຫນາມນັດທຳອິດ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1, ຂ້າພະເຈົ້າຈະເຮັດເຕັມທີ່ ຖ້າມີໂອກາດໄດ້ລົງສະໜາມ,ຈະຕັ້ງໃຈຮຽນຮູ້ ນຳລຸ້ນອ້າຍພາຍໃນທີມ’’ໃຫ້ຫຼາຍແລະຈະຫຼີ້ນໃຫ້ໄດ້ດີທີ່ສຸດ.


News Cover

ສະຫວັນ ຢູໄນເຕັດ ເອົາຊະນະ ເຮືອເຫລັກ 4-0ຄວ້າແຊ້ມການແຂ່ງຂັນບານເຕະ ສະຫວັນນະເຂດ ລາວລີກ 2 ປະຈຳປີ 2024

15/09/2024

      ການແຂ່ງຂັນກິລາເຕະບານ ສະຫວັນນະເຂດ ລາວລີກ 2 ປະຈໍາປີ 2024 ໄດ້ດຳເນີນມາແຕ່ວັນທີ 8 ມິຖຸນາ 2024 ເປັນຕົ້ນມາ, ທີ່ສະໜາມກິລາແຂວງ ຫຼັກ 4, ໂດຍມີ 8 ທີມເຂົ້າຮ່ວມຊີງໄຊ ປະກອບມີ: ສະຫວັນ ຢູໄນເຕັດ, ອີໂວ້ ສະຫວັນ, ເຮືອເຫຼັກ, ໂພໄຊນ້ອຍ, ຮາຢີນາ, ເຊໂນ, ດັກວູ໋ບ ແລະ ມະຫາວິທະຍາໄລສະຫວັນນະເຂດ.

     ການແຂ່ງນັດສຸດທ້າຍໄດ້ມີຂຶ້ນ ວັນທີ 14 ກັນຍາ 2024 ທີ່ສະຫນາມ ກິລາແຂວງ ຫຼັກ 4 ໂດຍຄູ່ສຸດທ້າຍ ເປັນການພົບກັນລະຫວ່າງ ສະຫວັນ ຢູໄນເຕັດ ທີມອັນດັບ 1 ພົບ ເຮືອເຫຼັກທີມອັນດັບ2 . ຜ່ານການແຂ່ງຂັນຜົນປະກົດວ່າ ສະຫວັນ ຢູໄນເຕັດ ເອົາຊະນະ ເຮືອເຫຼັກ 4-0 ຄວ້າແຊ້ມສະໄຫມທີ 2 ລາວລີກ 2 ແຂວງສະຫວັນນະເຂດ ໄປຄອງ ຕໍ່ຈາກປີ 2023.

     ສະຫລຸບ ຕາຕະລາງຄະແນນ ສະຫວັນ ຢູໄນເຕັດ ແຂ່ງຂັນ 14 ນັດ ຊະນະ 13 ນັດ ເສຍ 1 ນັດ ມີ 39 ຄະແນນ ໄດ້ຮັບຂັນແຊ້ມ,ຫລຽນ ແລະ ເງິນ 20 ລ້ານກີບ, ອັນດັບ 2 ເຮືອເຫຼັກ ແຂ່ງ 14 ນັດ ຊະນະ 12 ເສຍ 2 ນັດ ມີ 36 ຄະແນນ ໄດ້ຮັບເງິນ 12 ລ້ານ, ອັນດັບ 3 ອີໂວ ສະຫວັນ ໄດ້ຮັບເງິນ 7 ລ້ານ, ອັນດັບ 4 ດັກວຸ໋ບ , ອັນດັບ 5 ເຊໂນ, ອັນດັບ 6 ໂພໄຊນ້ອຍ , ອັນດັບ 7 ຮາຢີນາ ແລະ ອັນດັບ 8 ມະຫາວິທະຍາໄລສະຫວັນນະເຂດ , ອັນດັບ 4-8 ແມ່ນໄດ້ຮັບເງິນທີມລະ 2 ລ້ານກີບ. ຂະນະ ທີ່ລາງວັນປະເພດບຸກຄົນ ມີ 4ລາງວັນຄືຕົກເປັນຂອງສະໂມສອນ ສະຫວັນ ຢູໄນເຕັດ ທັງຫມົດ ຜູ້ຮັກສາປະຕູດີເດັ່ນ ສັນຕິສຸກ ນ້ອຍວິໄລ, ຄູຝຶກດີເດັ່ນ ທ່ານ ອຸລະ ນ້ອຍວິໄລ ພ້ອມດ້ວຍຄະນະຄູຝຶກ , ຜູ້ຍິງປະຕູສູງສຸດ ຈິດຕະກອນ ວໍລະເດດ ຍິງໄດ້ 23 ປະຕູ ແລະ ນັກກິລາດີເດັ່ນ ເອກກະໄມ ລາດຊະຈັກ.

     ເຂົ້າຮ່ວມພິທີປິດການແຂ່ງຂັນມີ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ປະທານກິດຕິມະສັກ ສະຫະພັນບານເຕະແຂວງສະຫວັນນະເຂດ , ທ່ານ ໄພສານ ຈັນສີນາ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ ພ້ອມດ້ວຍແຂກຖືກເຊີນ, ສື່ມວນຊົນ ແລະ ແຟນບານເຂົ້າຮ່ວມ.

     ສຳລັບສະໂມສອນ ສະຫວັນ ຢູໄນເຕັດ ຊະນະເລີດ ສະຫວັນນະເຂດ ລີກ 2 ແມ່ນໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍປີ 2024 ນີ້.

News Cover

ຝຶກອົບຮົມກຳມະການຕັດສິນກຽມໃສ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 14 ກັນຍາ ນີ້

11/09/2024

        ຕອນເຊົ້າ ວັນທີ 11 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 PEPSI LAO LEGUE 1 SEASON 2024/2025 ໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ, ທ່ານ ທອງປະເສີດ ພອນສິຣິຍະວົງ ຄະນະອະນຸກຳມະການຕັດສິນ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 40 ຄົນ ເປັນຍິງ 3 ຄົນ.

ໂອກາດນີ້, ທ່ານ ຄຳແພງ ວົງຂັນຕີ ໄດ້ຮຽກຮ້ອງໃຫ້ກຳມະການຕັດສິນທີ່ເຂົ້າຮວ່ມຝຶກອົບຮົມໃຫ້ເອົາໃຈໃສ່ກຳແໜ້ນຢ່າງລະອຽດກ່ຽວກັບກົດລະບຽບກະຕິກາທີ່ທາງສະຫະພັນບານເຕະສາກົນ(FIFA)ໄດ້ປັບປຸງໃໝ່ 2024.ການຝຶກອົບຮົມ,ນອກຈາກກຽມຄວາມພ້ອມເຂົ້າຮ່ວມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ແລ້ວຍັງເປັນການກຽມຄວາມພ້ອມທາງດ້ານກະຕິກາ, ພາລະກໍາລັງ, ອັບເດດ ກະຕິກາ ຟີຟາ ປັບປຸງໃຫມ່ 2024ຕື່ມອີກ ເຊິ່ງການຝຶກອົບຮົມຈະໄດ້ດໍາເນີນການຝຶກອົບຮົມ 3ວັນ,ຄືນັບແຕ່ວັນທີ 11 -13 ກັນຍາ 2024.

       ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2024/2025 ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ມາດສເຕີ

3. ສະໂມສອນ ກິລາບານເຕະ ເອສະຣາ

4. ສະໂມສອນ ກິລາບານເຕະ ກອງທັບ

5. ສະໂມສອນ ກິລາບານເຕະ ຫຼວງພະບາງ

6. ສະໂມສອນ ກິລາບານເຕະ ຈຳປາສັກ

7. ສະໂມສອນ ກິລາບານເຕະ ນໍ້າທາ

8. ສະໂມສອນ ກິລາບານເຕະ ວຽງຈັນ

         ໃນການແຂ່ງຂັນຈະໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມ ກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ ແລະ ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ.

         ຮູບແບບການແຂ່ງຂັນແມ່ນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ. ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

        ຕາຕະລາງການແຂ່ງຂັນ ອາທິດທຳອິດ ວັນທີ 14 ກັນຍາ 2024 ເວລາ 16:00ມ ເອສະຣາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ( ສະຫນາມນອກ ), ເວລາ 16:00ມ ວຽງຈັນ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ, ວັນອາທິດ 15 ກັນຍາ 2024 ເວລາ 16:00ມ ກອງທັບ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ແລະ ເວລາ 16:00ມ ມາດສເຕີ ພົບ ນໍ້າທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ).


News Cover

ມາສເຕີ້ ເຊເວັ້ນ ຄວ້າແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 LAO WOMEN'S LEAGUE 2024

07/09/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການແຂ່ງຂັນກິລາບານເຕະ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 LAO WOMEN'S LEAGUE 2024 ຂື້ນເມື່ອ ວັນທີ 07 ກັນຍາ 2024 ຢູ່ທີ່ສະຫນາມສູນຝຶກສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 15 ມິຖຸນາ 2024.

 ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2024 ( Lao Women's League 2024) ມີ10 ທີມ ເຂົ້າຮ່ວມປະກອບມີ:

1. ກອງທັບ

2. ນ້ຳທາ

3. ຈຳປາສັກ

4. ຫຼວງພະບາງ

5. ມາສເຕີ້ ເຊເວັ້ນ

6. ທ່າຊ້າງ

7. ເອັສອີຊີ

8. ປາກຊັນ

9. ມະຫາວິທະຍາໄລແຫ່ງຊາດລາວ

10. ວຽງຈັນ

          ການແຂ່ງຂັນຄັ້ງນີ້ໄດ້ນຳໃຊ້ 8 ສະຫນາມຄື: ກິລາແຫ່ງຊາດຫຼັກ 16 ສະຫນາມໃນ, ກິລາແຫ່ງຊາດຫຼັກ 16 ສະຫນາມນອກ,ສູນຝຶກຫ້ວຍຫົງ ( 2 ສະຫນາມ),ກິລາກາງມະຫາວິທະຍາໄລແຫ່ງຊາດລາວ,ກິລາກອງທັບ ຫຼັກ 5,ກິລາກອງບັນຊາການທະຫານແຂວງວຽງຈັນ ແລະສະຫນາມກິລາສະຖານບັນກິລາ-ກາຍຍະກຳ ( ສີເກີດ ).

 ສະຫລຸບຜົນການແຂ່ງຂັນ ອັນດັບ 1 ມາສເຕີ້ ເຊເວັ້ນ ໄດ້ຮັບຂັນແຊັມພ້ອມເງິນລາງວັນ 300 ລ້ານກີບ ເຊິ່ງເປັນແຊ້ມປະຫວັດສາດຂອງ ສະໂມສອນ , ອັນດັບ 2 ກອງທັບ ໄດ້ຮັບເງິນ 100 ລ້ານກີບ, ອັນດັບ 3 ຫຼວງພະບາງ ໄດ້ຮັບເງິນ 50 ລ້ານກີບ, ອັນດັບ 4 ເອັສອີຊີ , ອັນດັບ 5 ທ່າຊ້າງ, ອັນດັບ 6 ຈຳປາສັກ, ອັນດັບ 7 ມຊ, ອັນດັບ 8 ນໍ້າທາ, ອັນດັບ 9 ປາກຊັນ ແລະ ອັນດັບ 10 ວຽງຈັນ. ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນມີ: ລາງວັນນັກກິລາທີ່ຍິງປະຕູສູງສຸດ ແລະ ລາງວັນນັກກິລາດີເດັ່ນ ແມ່ນ ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ລົງສະຫນາມ 18 ນັດ ຍິງໄດ້ 42 ປະຕູ ໄດ້ຮັບຂັນລາງວັນ, ລາງວັນຜູ້ຮັກສາປະຕູດີເດັ່ນ ລີ່ນ້າ ລັດສະຫມີ ຈາກ ສະໂມສອນ ບານເຕະ ຫຼວງພະບາງ ເສຍ 8 ປະຕູ ຈາກການລົງສະຫນາມ 18 ນັດ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ລາງວັນ ຄູຝຶກດີເດັ່ນ ທ່ານ ຕົ້ນ ເພັດເພັງທອງ ຈາກ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ໄດ້ຮັບຂັນລາງວັນ 1 ໜວ່ຍ.

ເຂົ້າຮ່ວມພິທີປິດມີ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ພັທ ຖາວອນ ຫຼວງຈັນດາວົງ, ທ່ານ ປອ ບຸນຍູ້ ສີສານ, ທ່ານ ດຣ ໄຊຊະນະ ທອງຄຳຈັນ, ທ່ານ ນ.ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍ ທ່ານ ທອນແກ້ວ ສີຫາວົງ ຕົວແທນຈາກ ບໍລິສັດ ລາວໂທລະຄົມ ມະຫາຊົນ ຈຳກັດ ແລະ ບັນດາແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນ.


News Cover

ສຕລ ແຕ່ງຕັ້ງ ທ່ານຈອງ ເຈ ຄວອນ ເປັນຫົວໜ້າຄູຝຶກ ທີມຊາດລາວU20 ລຸຍລາຍການແຂ່ງຂັນບານເຕະຊີງແຊ້ມອາຊີU20 ຮອບຄັດເລືອກ

02/09/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດແຕ່ງຕັ້ງ ທ່ານ ຈອງ ເຈ ຄວອນ(Jung Jae-kwon) ເປັນຫົວໜ້າຄູຝຶກ ທີມຊາດລາວຮຸ່ນອາຍຸບໍ່ເກີນ20ປີຫຼື U20ຄົນໃໝ່ເພື່ອຄຸມທິມເຂົ້າຮ່ວມ ລາຍການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ).

  ສຳລັບປະຫວັດ ຂອງ ທ່ານ ຈອງ ເຈ ຄວອນ ແມ່ນ ເກິດ ວັນທີິ ວັນທີ 5 ພະຈິກ 1970 ເປັນຄົນສັນຊາດ ສ. ເກົາຫລີ, ອະດີດ ກອງຫນ້າ ທີມຊາດ ສ. ເກົາຫລີ ໂດຍລົງສະຫນາມ ທີມຊາດຊຸດໃຫຍ່ ທັງຫມົດ 15 ນັດ ຍິງໄດ້ 3 ປະຕູ ແລະ ທີມຊາດ ສ.ເກົາຫລີ U23 ລົງສະຫນາມ 10 ນັດ ຍິງໄດ້ 3 ປະຕູ, ສ່ວນຜົນງານລະດັບສະໂມສອນ ມີຄື:

- ປີ 1993 ຫລິ້ນໃຫ້ກັບ ສະໂມສອນ Industrial Bank of Korea

- ປີ 1994-1999 ຫລິ້ນໃຫ້ກັບ ສະໂມສອນ Pusan Daewoo Royals ລົງສະຫນາມ 99 ນັດ ຍິງໄດ້ 20 ປະຕູ

- ປີ 1998 ຫລິ້ນໃຫ້ກັບ ສະໂມສອນ Vitória FC ລົງສະຫນາມ ລົງສະຫນາມ 5 ນັດ ຍິງ ໄດ້ 5 ປະຕູ

- ປີ 2000-2001 ຫລິ້ນໃຫ້ກັບ ສະໂມສອນ Pohang Steelers ລົງສະຫນາມ 17 ນັດ ຍິງໄດ້ 1 ປະຕູ

ຂະນະທີ່ຜົນງານການຄູມທີມມີຄື:

- ປີ 2002 ຄຸມທີມ ສະໂມສອນ Dong-eui University

- ປີ 2003 -2007 ເຮັດວຽກຢູ່ Dongnae Middle School

- ປີ 2008 - ປັດຈຸບັນ ຄູມທີມ ມະຫາວິທະຍາໄລ Hanyang University

ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ຈອງ ເຈ ຄວອນ ແມ່ນນຳພາ ທີມຊາດລາວ U20 ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ) ຢູ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບໃນຮອບຄັດເລືອກ ໂດຍ ທີມຊາດລາວ ຢູ່ ຮ່ວມກຸ່ມ G ປະກອບມີ : ອີຣ່ານ, ມົງໂກລີ, ອິນເດຍ ແລະສປປລາວ ( ເຈົ້າພາບ ).

ກ່ອນນັ້ນ,ຄືວັນທີ 14 ສິງຫາ 2024 ສະຫະພັນບານເຕະແຫ່ງຊາດລາວກໍໄດ້ຖະແຫລງຂ່າວການແຕ່ງຕັ້ງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ໄວ 54 ປີ ສັນຊາດ ສ. ເກົາຫລີ ຮັບໜ້າທີ່ເປັນ ຄູຝຶກ ທີມຊາດລາວ ຄົນໃໝ່,ຄຸມທີມຊາດລາວ ຊຸດໃຫຍ່ ແລະທີມຊາດລາວU23 ເພື່ອກຽມທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ASEAN Mitsubishi Electric Cup 2024 ແລະ ການແຂ່ງຂັນ AFC Asian Cup 2027 ຮອບຄັດເລືອກ ຮອບ 2.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ U20

- ວັນທີ 25/09/2024

 ເວລາ 19:00 ອີຣ່ານ ພົບ ລາວ

- ວັນທີ 27/09/2024

 ເວລາ 19:00 ລາວ ພົບ ມົງໂກລີ

- ວັນທີ 29/09/2024

 ເວລາ 19:00ອິນເດຍ ພົບ ລາວ

 ທຸກນັດແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16