ຂ່າວສານ
News Cover

ທີມຊາດລາວ U16 ປະເດີມສະຫນາມນັດທຳອິດ ເອົາຊະນະ ທີມຊາດຟີລິບປິນU16 3-0

21/06/2024

🏆 ການແຂ່ງຂັນບານເຕະຊິງແຊັມອາຊຽນ ຮຸ່ນບໍ່ເກີນ 16 ປີ ASEAN U16 Boy's Championship 2024 ນັດທີ 1

📅 ວັນສຸກ 21/06/2024

ທີມຊາດລາວ 3-0 ທີມຊາດຟີລິບປິນ

- ທີມຊາດລາວ ໄດ້ປະຕູຈາກ: ເບີ 8 ດາວພະຫັດ ກໍ່າກາຊົມພູ ນາທີ 39, James Sambalod ນາທີ 49 (OG), ເບີ 16 ວົງເດືອນ ສຸລິບັນ ນາທີ 90+7


ຕາຕະລາງ ການແຂ່ງຂັນບານເຕະຊິງແຊັມອາຊຽນ ຮຸ່ນບໍ່ເກີນ 16 ປີ ASEAN U16 Boy's Championship 2024 ໃນລະຫວ່າງວັນທີ 21 ມີຖຸນາ ຫາ 4 ກໍລະກົດ 2024 ທີ່ ປະເທດ ອິນໂດເນເຊຍ.


- ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

- ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ

ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium 

#LAOFOOTBALLFEDERATION

#LAOSU16

#LAONATIONALTEAM

#ASEANU16BOYSCHAMPIONSHIP2024 #LAOFOOTBALLFEDERATION

#LAOSU16

#LAONATIONALTEAM

#ASEANU16BOYSCHAMPIONSHIP2024


News Cover

ການແຂ່ງຂັນບານເຕະຊິງແຊັມອາຊຽນ ຮຸ່ນບໍ່ເກີນ 16 ປີ ASEAN U16 Boy's Championship 2024 ນັດທີ 1

21/06/2024

⚽ MATCHDAY 🔥🔥

🏆 ການແຂ່ງຂັນບານເຕະຊິງແຊັມອາຊຽນ ຮຸ່ນບໍ່ເກີນ 16 ປີ ASEAN U16 Boy's Championship 2024 ນັດທີ 1

📅 ວັນສຸກ 21/06/2024

⏰ ເວລາ 15:00

ທີມຊາດລາວ 🇱🇦 ພົບ ທີມຊາດຟີລິບປິນ 🇵🇭

🏟️ ສະຫນາມກິລາ Manahan Stadium ປະເທດອິນໂດເນເຊຍ

📺 ລິ້ງຖ່າຍທອດສົດ:

https://m.vidio.com/.../17473-asean-u16-boys...

#LAOFOOTBALLFEDERATION

#LAOSU16

#LAONATIONALTEAM

#ASEANU16BOYSCHAMPIONSHIP2024 

News Cover

ຄະນະນັກກິລາທີມຊາດລາວເດີນທາງເຖິງປະເທດ ອິນໂດເນເຊຍ

19/06/2024

ໃນຕອນແລງວັນທີ 19 ມີຖຸນາ 2024 ຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ U16 ເດີນທາງເຖິງເມືອງ Surakarta ປະເທດອິນໂດເນເຊຍ ເປັນທີ່ຮຽບຮ້ອຍແລ້ວ. ພ້ອມດຽວກັນນັ້ນກໍ່ໄດ້ເຂົ້າຮ່ວມຮັບຟັງການບັນຍາຍກ່ຽວກັບການສະກັດກັ້ນການລົ້ມບານຈາກ ສະຫະພັນບານເຕະອິນໂດເນເຊຍ.

ການແຂ່ງຂັນບານເຕະຊິງແຊັມອາຊຽນ ຮຸ່ນບໍ່ເກີນ 16 ປີ  ASEAN U16 Boy's Championship 2024 ໃນລະຫວ່າງວັນທີ 21 ມີຖຸນາ ຫາ 4 ກໍລະກົດ 2024 ທີ່ ປະເທດ ອິນໂດເນເຊຍ.

ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

- ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

- ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 21/6/2024 ເວລາ 15:00 ລາວ ພົບ ຟີລິບປິນ

- ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

- ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ

ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium

#LAOFOOTBALLFEDERATION

#LAOSU16

#LAONATIONALTEAM

#ASEANU16BOYSCHAMPIONSHIP2024


News Cover

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU16 ອອກເດີນທາງ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024

18/06/2024

ວັນທີ 18 ມິຖຸນາ 2024 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU16 ອອກເດີນທາງ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024 ASEAN U16 Boy's Championship 2024  ທີ່ປະເທດອິນໂດເນເຊຍ.

ຮ່ວມໃຫ້ກຳລັງໃຈໃຫ້ກັບ ທີມຊາດລາວU16 ໃຫ້ສ້າງຜົນງານດີໃນລາຍການ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024

👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:

🌐 www.laoff.org.la

FB: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

TikTok: Lff_official

IG: Lff_official

Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ

#LAOFOOTBALLFEDERATION

#LAOSU16

#LAONATIONALTEAM

#ASEANU16BOYSCHAMPIONSHIP2024


News Cover

ໂສມຫນ້າ ຄະນະນຳ,ຄະນະ ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024 ASEAN U16 BOY'S CHAMPIONSHIP 2024 ທີ່ປະເທດອິນໂດເນເຊຍ

18/06/2024

ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024 ASEAN U16 Boy's Championship 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 21 ມິຖຸນາ ຫາ 04 ກໍລະກົດ 2024 ຄະນະນຳ , ຄະນະຄູຝຶກ ແລະ ນັກກິລາ ມີລາຍຊື່ດັ່ງລຸ່ມນີ້:

ລາຍຊື່ ຄະນະນຳ , ຄະນະຄູຝຶກ

1. ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ ຄະນະນໍາ

2. ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ

3. ທ່ານ ນ. ພອນທິບ ແສງມະນີ ຜູ້ຊ່ວຍຄູຝຶກ

4. ທ່ານ ສອນວິໄລ ສີຫາວົງ ຜູ້ຊ່ວຍຄູຝຶກ

5. ທ່ານ ພັທ ແສງເພັດ ວົງໄຊຍະລາດ ຄູຝຶກຜູ້ຮັກສາປະຕູ

6. ທ່ານ ຄອນສະໄຫມ ຈັນທະວົງໄຊ ຜູ້ຈັດການທີມ

7. ທ່ານ ນ. ເຄືອວັນ ເມັງວິໄລ ແພດປະຈໍາທີມ

8. ທ່ານ ແສງຈັນ ສີບຸນເຮືອງ ແພດປະຈໍາທີມ

9. ທ່ານ ສອນໄຊ ລາດສະອາດ ສື່ມວນຊົນ

10. ທ່ານ ຈັນທະບູນ ຫມື່ນສີ່ ອຸປະກອນ

# ຜູ້ຮັກສາປະຕູ

ທິດສາຄອນ ສຳລີວົງຫວັດ ຈາກ ສະໂມສອນ ຈຳປາສັກ

ໄຊສົມພົງ ທີບພະວົງ ຈາກ ແຂວງ ບໍລິຄໍາໄຊ

ອານຸໄຊ ສີວັນທອງ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

# ກອງຫຼັງ:

ບຸນທະສັກ ຈັນດາລາ ຈາກ ສະໂມສອນ ຊ້າງນ້ອຍ

ພີສີດ ອໍຣ໌ ຈາກ ສະໂມສອນ ຊ້າງນ້ອຍ

ທັດສະພອນ ຄໍາພານິດ ຈາກ ສະໂມສອນ ຈຳປາສັກ

ໄຊຍະສິດ ຈິດປະສົງ ຈາກ ສະໂມສອນ ຈຳປາສັກ

ກິ ມູນກັນຍາ ຈາກ ສະໂມສອນ ມາສເຕີ້ 7

ພົມມະສອນ ນິລະວົງ ຈາກ ສະໂມສອນ ມາສເຕີ້ 7

ກາດຳ ກອນເຍີ ຈາກ ສະໂມສອນ ຊ້າງນ້ອຍ

# ກອງກາງ:

ບິນລີ້ ໂດນສະໜຸພິດ ຈາກ ສະໂມສອນ ເອສະຣາ

ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ຈຳປາສັກ

ຊາຍຄິດ ໂຄດໂຍທາ ຈາກ ສະໂມສອນ ມາສເຕີ້ 7

ສູນດາວີ ແສງດາລາ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

ປະລິນເດດ ເພັດຕະກູນ ຈາກ ສະໂມສອນ ມາສເຕີ້ 7

ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ເອສະຣາ

ວົງເດືອນ ສຸລິບັນ ຈາກ ສະໂມສອນ ມາສເຕີ້ 7

ພຸດທະສັກ ສີຫາໂຄດ ຈາກ ສະໂມສອນ ບໍ່ແກ້ວ

# ກອງໜ້າ:

ພະຍັກ ສີພະນົມ Chainat Hornbill Football Club

ຊີການດາ ໄຊສົງຄາມ ຈາກ ສະໂມສອນ ຈຳປາສັກ

ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ມາສເຕີ້ 7

ດາວພະຫັດ ກໍ່າກາຊົມພູ ຈາກ ສະໂມສອນ ມາສເຕີ້ 7

ທະນາກອນ ຈັນທະວົງ ຈາກ ສະໂມສອນ ວຽງຈັນ ເອັຟທີ

    ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

- ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

- ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 21/6/2024 ເວລາ 15:00 ລາວ ພົບ ຟີລິບປິນ

- ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

- ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ

ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium

  ກຳນົດການເດີນທາງຂອງທີມຊາດລາວ ແມ່ນຈະອອກເດີນທາງ ໃນຕອນບ່າຍວັນທີ 18 ມິຖຸນາ 2024 ແລະ ຈະພັກຢູ່ທີ່ປະເທດໄທ 1 ມື້, ຫລັງຈາກນັ້ນຈະເດີນທາງຈາກ ປະເທດໄທ ໄປສູ່ ປະເທດອິນໂດເນເຊຍ ໃນຕອນເຊົ້າ ວັນທີ 19 ມິຖຸນາ 2024 .


News Cover

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ASEAN Boy' Championship 2024 ທີ່ປະເທດອິນໂດເນເຊຍ

17/06/2024

              ຜ່ານການເກັບຕົວຝຶກຊ້ອມນັບຕັ້ງ ແຕ່ວັນທີ 01 ພຶດສະພາ 2024 ເປັນຕົ້ນມາ ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກ ທີມຊາດລາວU16 ໄດ້ຮຽກຕົວນັກກິລາເຍົາວະຊົນໃນເບື້ອງຕົ້ນຈຳນວນ 39 ຄົນເຂົ້າສູນຝຶກຊ້ອມ. ມາຮອດວັນທີ 17 ມິຖຸນາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດລາຍຊື່ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024 ASEAN U16 BOY'S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 21 ມິຖຸນາ ຫາ 04 ກໍລະກົດ 2024 ມີລາຍຊື່ດັ່ງນີ້:

# ຜູ້ຮັກສາປະຕູ

ທິດສາຄອນ ສຳລີວົງຫວັດ ຈາກ ສະໂມສອນ ຈຳປາສັກ

ໄຊສົມພົງ ທີບພະວົງ ຈາກ ແຂວງ ບໍລິຄໍາໄຊ

ອານຸໄຊ ສີວັນທອງ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

# ກອງຫຼັງ:

ບຸນທະສັກ ຈັນດາລາ ຈາກ ສະໂມສອນ ຊ້າງນ້ອຍ

ພີສີດ ອໍຣ໌ ຈາກ ສະໂມສອນ ຊ້າງນ້ອຍ

ທັດສະພອນ ຄໍາພານິດ ຈາກ ສະໂມສອນ ຈຳປາສັກ

ໄຊຍະສິດ ຈິດປະສົງ ຈາກ ສະໂມສອນ ຈຳປາສັກ

ກິ ມູນກັນຍາ ຈາກ ສະໂມສອນ ມາສເຕີ້ 7

ພົມມະສອນ ນິລະວົງ ຈາກ ສະໂມສອນ ມາສເຕີ້ 7

ກາດຳ ກອນເຍີ ຈາກ ສະໂມສອນ ຊ້າງນ້ອຍ

# ກອງກາງ:

ບິນລີ້ ໂດນສະໜຸພິດ ຈາກ ສະໂມສອນ ເອສະຣາ

ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ຈຳປາສັກ

ຊາຍຄິດ ໂຄດໂຍທາ ຈາກ ສະໂມສອນ ມາສເຕີ້ 7

ສູນດາວີ ແສງດາລາ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ

ປະລິນເດດ ເພັດຕະກູນ ຈາກ ສະໂມສອນ ມາສເຕີ້ 7

ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ເອສະຣາ

ວົງເດືອນ ສຸລິບັນ ຈາກ ສະໂມສອນ ມາສເຕີ້ 7

ພຸດທະສັກ ສີຫາໂຄດ ຈາກ ສະໂມສອນ ບໍ່ແກ້ວ

# ກອງໜ້າ:

ພະຍັກ ສີພະນົມ Chainat Hornbill Football Club

ຊີການດາ ໄຊສົງຄາມ ຈາກ ສະໂມສອນ ຈຳປາສັກ

ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ມາສເຕີ້ 7

ດາວພະຫັດ ກໍ່າກາຊົມພູ ຈາກ ສະໂມສອນ ມາສເຕີ້ 7

ທະນາກອນ ຈັນທະວົງ ຈາກ ສະໂມສອນ ວຽງຈັນ ເອັຟທີ

           ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

- ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

- ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

          ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

- ວັນທີ 21/6/2024 ເວລາ 15:00 ລາວ ພົບ ຟີລິບປິນ

- ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

- ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ

   ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium

         ກຳນົດການເດີນທາງຂອງທີມຊາດລາວ ແມ່ນຈະອອກເດີນທາງ ໃນຕອນບ່າຍວັນທີ 18 ມິຖຸນາ 2024 ແລະ ຈະພັກຢູ່ທີ່ປະເທດໄທ 1 ມື້, ຫລັງຈາກນັ້ນຈະເດີນທາງຈາກ ປະເທດໄທ ໄປສູ່ ປະເທດອິນໂດເນເຊຍ ໃນຕອນເຊົ້າ ວັນທີ 19 ມິຖຸນາ 2024 .


News Cover

ທີມຊາດລາວU20 ຢູ່ກຸ່ມ G ຮ່ວມກັບ ອີຣານ, ມົງໂກລີ ແລະ ອິນເດຍ

13/06/2024

              ວັນທີ 13 ມິຖຸນາ 2024 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍອາຍຸບໍ່ເກີນ20ປີ U20 ຊິງແຊ້ມອາຊີ 2025 ຮອບຄັດເລືອກ ໂດຍມີທັງຫມົດ 45 ທີມເຂົ້າຮ່ວມ ແບ່ງອອກເປັນ 10 ກຸ່ມ ຜົນການຈັບສະຫລາກມີດັ່ງລຸ່ມນີ້:

- ກຸ່ມ G ປະກອບມີ: ອີຣານ, ມົງໂກລີ, ອິນເດຍ,ສປປລາວ (ເຈົ້າພາບຮອບຄັດເລືອກ)

  ຮອບຄັດລືອກຈະແຂ່ງຂັນລະຫວ່າງວັນທີ 21 - 29 ກັນຍາ 2024, ຮູບແບບການຄັດເລືອກເອົາທີ 1 ຂອງ 10 ກຸ່ມ ບວກກັບ ທີ 2 ດີສຸດ 5 ທີມ ບວກກັບ ເຈົ້າພາບ ສປ ຈີນ ເຂົ້າຮອບສຸດທ້າຍ ປີ 2025.

             4 ທີມ ທີ່ສາມາດເຂົ້າສູ່ຮອບຮອງຊະນະເລີດ ໄດ້ສິດເປັນຕົວແທນທະວີບອາຊີ ໄປແຂ່ງຂັນບານເຕະຊາຍ U20 ປີ ຊິງແຊ້ມບານໂລກ 2025 ທີ່ປະເທດຊີລີ (ຊິເລ່).


News Cover

ທີມຊາດລາວU17ຖືກຈັດຢູ່ກຸ່ມ H ຮ່ວມກັບມາເລເຊຍ,ສະຫະລັດ ອາຣັບ ເອມີເຣດ, ເລບານອນ

13/06/2024

          ວັນທີ 13 ມິຖຸນາ 2024 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ17ປີ(U17)ຊິງແຊ້ມອາຊີ 2025 ຮອບຄັດເລືອກ ໂດຍມີທັງຫມົດ 42 ທີມເຂົ້າຮ່ວມ ແບ່ງອອກເປັນ 10 ກຸ່ມ ຜົນການຈັບສະຫລາກທິມຊາດລາວຖືກຈັດຢູ່ໃນກຸ່ມ H,ໂດຍປະກອບມີ: ມາເລເຊເຍ,ສປປລາວ ( ເຈົ້າພາບຮອບຄັດເລືອກ ) , ສະຫະລັດ ອາຣັບ ເອມີເຣດ ແລະ ເລບານອນ

          ຮອບຄັດເລືອກຈະແຂ່ງຂັນໃນລະຫວ່າງ ໃນລະຫວ່າງວັນທີ 19-27 ຕຸລາ 2024 ຮູບແບບການຄັດເລືອກ:ເອົາທີ 1 ຂອງ 10 ກຸ່ມ ບວກກັບ ທີ 2 ດີສຸດ 5 ທີມ ບວກກັບ ເຈົ້າພາບ ຊາອຸດິອາຣາເບຍ ເຂົ້າຮອບສຸດທ້າຍ ປີ 2025.

  4 ທີມ ທີ່ສາມາດເຂົ້າສູ່ຮອບຮອງຊະນະເລີດ ໄດ້ສິດເປັນຕົວແທນທະວີບອາຊີ ໄປແຂ່ງຂັນບານເຕະຊາຍ U17 ປີ ຊິງແຊ້ມໂລກ 2025 ທີ່ປະເທດກາຕ້າ.


News Cover

ຝຶກອົບຮົມກຳມະການຕັດສິນ ເພື່ອການແຂ່ງຂັນບານເຕະລາວລີກຍິງ2024 ທີ່ຈະເປີດສາກຂຶ້ນ15ມິຖຸນານີ້

12/06/2024

           ຕອນເຊົ້າ ວັນທີ 12 ມິຖຸນາ 2024 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີພິທີເປີດຊຸດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2024 Lao Women's League 2024 ໂດຍເຂົ້າຮ່ວມພິທີເປີດຂອງທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຮອງຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 27 ຄົນ ເປັນຍິງ 15 ຄົນ.

          ໂອກາດດັ່ງກ່າວ ທ່ານ ປະສາດໄຊ ພິລາພັນເດຊ ໄດ້ຮຽກຮ້ອງໃຫ້ກຳມະການຕັດສິນທີ່ເຂົ້າຮວ່ມຝຶກອົບຮົມຄັ້ງນີ້ໃຫ້ເອົາໃຈໃສ່ຢ່າງລະອຽດກ່ຽວກັບກົດລະບຽບກະຕິກາທີ່ທາງສະຫະພັນບານເຕະສາກົນ(FIFA)ໄດ້ປັບປຸງໃໝ່ 2024 ພ້ອມໃຫ້ຮັກສາສຸຂະພາບ ເພື່ອຕໍ່ຍອດການໄປຕັດສິນໃນລະດັບສາກົນໃນຕໍ່ຫນ້າ.ການຝຶກອົບຮົມ,ນອກຈາກກຽມຄວາມພ້ອມເຂົ້າຮ່ວມຕັດສິນການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2024ແລ້ວຍັງເປັນການກຽມຄວາມພ້ອມທາງດ້ານກະຕິກາ, ພາລະກໍາລັງ, ອັບເດດ ກະຕິກາ ຟີຟາ ປັບປຸງໃຫມ່ 2024ຕື່ມອີກ ເຊິ່ງການຝຶກອົບຮົມຈະໄດ້ດໍາເນີນການຝຶກອົບຮົມ 3 ມື້ຄືນັບຕັ້ງແຕ່ວັນທີ 12 -14 ມິຖຸນາ 2024.

            ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2024 ( Lao Women's League 2024)ຈະເປີດສາກຢ່າງເປັນທາງການໃນວັນເສົາ 15 ມິຖຸນາ ຫາ 08 ກັນຍາ 2024,ເຊິ່ງການແຂ່ງຂັນແມ່ນແຂ່ງຂັນແບບລີກ ພົບກັນໝົດທັງ 2 ຮອບ ໂດຍມີ10 ທີມ ເຂົ້າຮ່ວມປະກອບມີ:

1. ກອງທັບ

2. ນ້ຳທາ

3. ຈຳປາສັກ

4. ຫຼວງພະບາງ

5. ມາສເຕີ້ ເຊເວັ້ນ

6. ທ່າຊ້າງ

7. ເອັສອີຊີ

8. ປາກຊັນ

9. ມະຫາວິທະຍາໄລແຫ່ງຊາດລາວ

10. ວຽງຈັນ

              ການແຂ່ງຂັນຄັ້ງນີ້ຈະນຳໃຊ້ 7 ສະຫນາມຄື: ກິລາແຫ່ງຊາດຫຼັກ 16,ສູນຝຶກຫ້ວຍຫົງ ( 2 ສະຫນາມ),ກິລາກາງມະຫາວິທະຍາໄລແຫ່ງຊາດລາວ,ກິລາກອງທັບ ຫຼັກ 5,ກິລາກອງບັນຊາການທະຫານແຂວງວຽງຈັນ ແລະສະຫນາມກິລາສະຖານບັນກິລາ-ກາຍຍະກຳ ( ສີເກີດ )

ສໍາລັບ ທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດໜູນຈຳນວນ 150 ລ້ານກີບ ຂະນະທີ່ ເງິນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ, ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນລວມມີ: ລາງວັນນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜວ່ຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1ໜວ່ຍ ແລະ ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜວ່ຍ.

           ຕາຕະລາງ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 LAO WOMEN'S LEAGUE 2024 ນັດທີ 1

- ວັນເສົາ 15 ມິຖຸນາ 2024

ເວລາ 16:00 ມາສເຕີ້ ເຊເວັ້ນ ພົບ ມຊ

ແຂ່ງຂັນຢູ່ທີ່ ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ

ຖ່າຍທອດສົດ

ເວລາ 16:00 ຫຼວງພະບາງ ພົບ ວຽງຈັນ

ແຂ່ງຂັນຢູ່ທີ່ ສະຫນາມສູນຝຶກຫ້ວຍຫົງ 2

ເວລາ 16:00 ຈຳປາສັກ ພົບ ທ່າຊ້າງ

ແຂ່ງຂັນຢູ່ທີ່ ສະຫນາມສູນຝຶກຫ້ວຍຫົງ 1

ຖ່າຍທອດສົດ

ເວລາ 16:00 ກອງທັບ ພົບ ປາກຊັນ

ແຂ່ງຂັນຢູ່ທີ່ ສະຫນາມກິລາກອງທັບ

ຖ່າຍທອດສົດທາງເຟສບຸກ

ເວລາ 16:00 ນໍ້າທາ ພົບ ເອັສອີຊີ

ແຂ່ງຂັນຢູ່ທີ່ ສະຫນາມກິລາ ສະຖາບັນກິລາ - ກາຍຍະກຳ ສີເກີດ

ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ www.laoff.org.la


News Cover

ກອງປະຊຸມກ່ອນການແຂ່ງຂັນ ບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12, 14 ປີ ແລະ 15 ປີ ຍິງ

11/06/2024

         ກອງປະຊຸມກ່ອນການແຂ່ງຂັນ ບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12, 14 ປີ ແລະ 15 ປີ ຍິງ ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມາຢູ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໂດຍເປັນກຽດເຂົ້າຮ່ວມ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊູນດາມ ມູນຕີ ຫົວຫນ້າພະແນກເຕັກນິກ-ວິທະຍາ ສຕລ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ສະໂມສອນ ທີ່ເຂົ້າຮ່ວມການແຂ່ງຂັນ.

 ສຳລັບທີມທີ່ຜ່ານເຂົ້າຮອບສຸດທ້າຍມີດັ່ງນີ້:

- ຮຸ່ນອາຍຸບໍ່ເກີນ 12 ປີ ຊາຍ ມີ 8 ທີມຄື:

1. ສະໂມສອນ ຈໍາປີ - ຈໍາປາ

2. ສະໂມສອນ ວຽງຈັນ ເອັຟທີິ

3. ສະໂມສອນ ຊ້າງນ້ອຍ ເອຟຊີ

4. ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ເອຟຊີ

5. ສະໂມສອນ ພົມມະທັດ ເອຟຊີ

6. ສະໂມສອນ ພີເຄພີ ເອຟຊີ

7. ເອຟຊີ ຕາລັນ

8. ວິເຊິນ ຢູໄນເຕັດ

- ຮຸ່ນອາຍຸບໍ່ເກີນ 14 ປີ ຊາຍ ມີ 8 ທີມຄື:

1. ສະໂມສອນ ເອສະຣາ ເອຟຊີ

2. ສະໂມສອນ ເອັສທີທີ ເອຟຊີ

3. ສະໂມສອນ ຊ້າງນ້ອຍ ເອຟຊີ

4. ສະໂມສອນ ໄອສະປອດ ເອຟຊີ

5. ສະໂມສອນ ຈັນສີ ເອຟຊີ

6. ສະໂມສອນ ວຽງຈັນ ເອຟທີ

7. ສະໂມສອນ ມະຫາວິທະຍາໄລແຫ່ງຊາດລາວ

8. ສະໂມສອນ ເອຟຊີ ຕາລັນ

- ຮຸ່ນອາຍຸບໍ່ເກີນ 15 ຍິງ ມີ 4 ທີມຄື:

1. ສະໂມສອນ ຈໍາປີ - ຈໍາປາ 1

2. ສະໂມສອນ ມາສເຕີ ເຊເວັນ

3. ສະໂມສອນ ສະປີດ ເອຟຊີ

4. ສະໂສອນ ຈໍາປີ - ຈໍາປາ 2

          ການແຂ່ງຂັນ 3 ລາຍການດັ່ງກ່າວ ການແຂ່ງຂັນແບບລີກແມ່ນແຂ່ງຂັນພົບກັນໝົດ 2 ຮອບ ໄປ ແລະ ກັບ - ຮອບທີ່ 1: ເລີ່ມແຕ່ວັນທີ 16/6/2024 – 4/8/2024 ( ມີພິທີມອບຂັນ ແລະ ຫຼຽນລາງວັນໃຫ້ນັກກິລາສໍາລັບຮອບທີ່ 1 ), ຮອບທີ່ 2: ເລີ່ມແຕ່ວັນ 18/8/2824 – 6/10/2824 ( ມີພິທີມອບຂັນ ແລະ ຫຼຽນລາງວັນໃຫ້ນັກກິລາສໍາລັບຮອບທີ 2) ການໄລ່ຄະແນນແມ່ຄິດໄລ່ຄະແນນ ດັ່ງນີ້: ຊະນະ 3 ຄະແນນ, ສະເໝີ 1 ຄະແນນ, ເສຍ 0 ຄະແນນ. ທີມທີ່ໄດ້ຄະແນນສູງສຸດຈະໄດ້ເປັນອັນດັບທີ 1 ຂອງການແຂ່ງຂັນ ແລະ ຮອງລົງມາຕາມລໍາດັບທີ 2 ແລະ ທີ 3 ຈົນຮອດອັນດັບທີ່ສຸດທ້າຍ. 
          ຈຸດປະສົງຂອງການຈັດການແຂ່ງຂັນລາຍການນີ້ຂຶ້ນມາກໍເພື່ອ ເປັນການພັດທະນາກິລາບານເຕະໃນຮຸ່ນເຍົາວະຊົນໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ, ພ້ອມທັງເປັນການສົ່ງເສີມໃຫ້ກັບເຍົາວະຊົນ ໄດ້ກ້າສະແດງອອກ ໄດ້ມີເວທີການແຂ່ງຂັນກິລາບານເຕະ ວັດລະດັບຄວາມສາມາດ, ເພື່ອກ້າວເປັນຮຸ່ນສືບທອດຂອງແຕ່ລະທີມ ແລະ ກ້າວສູ່ລະດັບຊາດໃນຕໍ່ຫນ້າ, ສະຫະພັນບານເຕະແຫ່ງຊາດລາວ ມີເປົ້າໝາຍໃນການສົ່ງເສີມໃຫ້ ເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອໃຫ້ເຂົາເຈົ້າຫ່າງໄກຈາກຢາເສບຕິດ ແລະ ສິ່ງອະບາຍຍະມຸກອື່ນໆ.

         ສຳລັບສະຫນາມທີ່ໃຊ້ການແຂ່ງຂັນແມ່ນ ສະຫນາມສູນຝຶກຫຼັກ 16 , ສ່ວນຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.


News Cover

ປະກາດຮັບສະໝັກຮຽນເປັນຄູຝຶກ LFF/AFC ' B ' DIPLOMA COACHING COURSE

11/06/2024

ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະລະດັບ LFF/AFC ' B ' DIPLOMA COACHING COURSE ເຊິ່ງຈະໄດ້ຈັດຂື້ນຢູ່ທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ)ນະຄອນຫຼວງວຽງຈັນ, ສປປ ລາວ,ດັ່ງລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

+ ກຳນົດການ:

ການຝຶກອົບຮົມແມ່ນຈະຈັດຂຶ້ນ 2 ໄລຍະຄື:

ໃນໄລຍະທີ 1 ຈັດຂຶ້ນ ລະຫວ່າງວັນທີ 15-26 ກໍລະກົດ 2024

ໄລຍະທີ 2 ໃນລະຫວ່າງ ວັນທີ 2-6 ກັນຍາ 2024

(ປິດຮັບສະໝັກ ວັນທີ 5 ກໍລະກົດ 2024 , ຍ້ອນວ່າ ຕ້ອງສົ່ງລົງທະບຽນ ແລະ ຕາມກົດລະບຽບ ຂອງ ສະຫະພັນບານເຕະອາຊີ AFC).

+ ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ:

1. ບັນດາສະຫະພັນບານເຕະແຂວງ/ສະໂມສອນບານເຕະ/ມະຫາວິທະຍາໄລ/ວິທະຍາໄລ/ໂຮງຮຽນ ຫຼື ອົງການຈັດຕັ້ງຕ່າງໆສາມາດເຂົ້າຮ່ວມໄດ້

2. ຕ້ອງມີໃບປະກາດ AFC “ C” Certificate Coaching Course ມາກ່ອນ ຢ່າງໜ້ອຍ 1 ປີຂື້ນໄປ.

3. ປະກອບເອກະສານເຂົ້າຝຶກອົບຮົມຕາມແບບຟອມທີ່ ສຕລ, ສົ່ງໃຫ້ບໍ່ໃຫ້ກາຍ ວັນທີ 5 ກໍລະກົດ 2024.

4. ການຍື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ໃບປະ

ກາດສະນີຍະບັດ ‘ຊີ’ ຄັດຕິດມາພ້ອມ.

5. ຜູ້ມີສິດເຂົ້າຝຶກອົບຮົມຕ້ອງຜ່ານການພິລະນາ, ຮັບຮອງຈາກ ສະຫະພັນບານເຕະ ອາຊີ ແລະ ສຕລ ກ່ອນ.

6. ຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກອົບຮົມ.

7. ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະ ອາຊີ ວາງອອກຢ່າງເຂັ້ມງວດ.

8. ຟັງ,ຂຽນ,ອ່ານ ພາສາອັງກິດໄດ້ຍິ່ງເປັນການດີ.

+ ຄວາມຮັບຜິດຊອບຂອງ ສຕລ:

1. ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

2. ເຄື່ອງນຸ່ງສຳລັບການຝຶກອົບຮົມຈຳນວນ 2 ຊຸດ.

3. ອາຫານຫວ່າງ, ນ້ຳດື່ມ ແລະ ນໍ້າກ້ອນ ຮັບໃຊ້ໃນການຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງ ຜູ້ເຂົ້າຮ່ວມຝຶກອົບຮົມ:

1. ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

2. ເສຍຄ່າສະໝັກເປັນຈຳນວນເງີນ 1,500,000 ກີບ (ສຳລັບຄົນລາວ) ແລະ 1000 $ ( ສຳລັບຄົນຕ່າງປະເທດ ) ພາຍຫຼັງໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມ.

3. ເກີບສຳລັບເຕະບານ,ເກີບຜ້າໃບ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

+ ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະ ອາຊີ (AFC).

+ ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນປິດຮັບແລ້ວແມ່ນຈະບໍ່ມີການພິຈາລະນາຢ່າງເດັດຂາດ.

+ ສົ່ງກ່ອນມີສິດກ່ອນ.

ລິ້ງດາວໂຫລດແບບຟອມ : https://drive.google.com/.../1DzT6i5mqnz7uxTZOavnGabhNl9a...

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

ນາງ ບຸນມີ ເບີໂທ 02051109530, WhatsApp: 020 98578918

E mail: [email protected]

#LaoFootballFederation

#coachingCourse

#LFFTechnical


News Cover

ສະຫະພັນບານເຕະ ແຂວງສະຫວັນນະເຂດ ຫາລືກຽມຄວາມພ້ອມຮອບດ້ານໃສ່ການແຂ່ງຂັນເຕະບານລາວລີກ 2

08/06/2024


                   ສະຫະພັນກິລາບານເຕະ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືດ້ານອະນຸກໍາມະການຄວາມຮັບຜິດຊອບແຕ່ລະໜ້າວຽກຮ່ວມກັບຄະນະຄູຝືກທີ່່ຈະສົ່ງທີມເຂົ້າຮ່ວມແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ໃນວັນທີ 5 ມີຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ໄພສານ ຈັນສີນາ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ, ມີທ່ານ ສົມສິດ ຫວັນນະບົວທອງ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍກໍາມະການຕັດສິນ, ຄະນະຄູຝຶກເຂົ້າຮ່ວມ.

                  ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ຊຶ່ງຈະຈັດຂຶ້ນໃນວັນທີ 8 ມິຖຸນາ 2024 ທີ່ສະໜາມກິລາແຂວງສະຫວັນນະເຂດ (ຫຼັກ 4).

              ໃນກອງປະຊຸມ, ທ່ານ ສຸພີ ເຄືອບມະວົງ ອະນຸກໍາມະການຈັດງານແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ໄດ້ຜ່ານຮ່າງກົດລະບຽບຕ່າງໆໃຫ້ກັບຄະນະຄູຝຶກແຕ່ລະທີມທີ່ຈະເຂົ້າຮ່ວມແຂ່ງຂັນໄດ້ຮັບຊາບ ພ້ອມພາກັນຈັດຕັ້ງປະຕິບັດໃຫ້ປະກົດເປັນຈິ່ງ. ນອກຈາກນັ້ນ, ຄະນະຄູຝຶກແຕ່ລະທີມໄດ້ຜັດປ່ຽນກັນປະກອບຄໍາເຫັນຕ່າງໆເຂົ້າໃສ່ຮ່າງກົດລະບຽບໃຫ້ໜັກແໜ້ນກ່າວເກົ່າຕື່ມອີກ.

               ໂອກາດດັ່ງກ່າວ, ທ່ານ ປະທານ ໄດ້ຜັດປ່ຽນກັນໃຫ້ຄຳຄິດຄຳເຫັນ ປຶກສາຫາລື ເພື່ອຈະເຮັດໃຫ້ງານແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ຄັ້ງນີ້ ສຳເລັດລຸລ່ວງໄປດ້ວຍດີ. ດັ່ງນັ້ນ, ຈຶ່ງເປັນສິ່ງທ້າທາຍຫຼາຍດ້ານໃນງານຄັ້ງນີ້້ ໂດຍເນັ້ນໜັກໃຫ້ບັນດາຄະນະກຳມະການຕັດສິນ ແລະ ຄະນະຄູຝຶກໃນແຕ່ລະທີມທີ່ເຂົ້າຮ່ວມການແຂ່ງຂັນ ຕ້ອງປະຕິບັດກົດລະບຽບໂມງເວລາໃນການລົງແຂ່ງຂັນໃຫ້ທ່ວງທັນທຸກໆຄັ້ງ ແລະ ຂໍໃຫ້ທຸກຄົນເປັນເຈົ້າການຕື່ມອີກ.

                 ສໍາລັບການແຂ່ງຂັນກິລາເຕະບານລາວລີກ 2 ປະຈໍາປີ 2024 ແມ່ນຈະຈັດຂຶ້ນໃນວັນທີ 8 ມິຖຸນາ 2024 ທີ່ສະໜາມກິລາແຂວງສະຫວັນນະເຂດ (ຫຼັກ 4) ໂດຍມີ 8 ທີມເຂົ້າຮ່ວມຊີງໄຊ ປະກອບມີ ເຮືອເຫຼັກ ເອັບຊີ, ສະຫວັນ ຢູໄນເຕັດ, ໂພໄຊນ້ອຍ, ຮາລີນ້າ, ມະຫາວິທະຍາໄລສະຫວັນນະເຂດ, ເຊໂນ, ອີໂວ້ ແລະ ດັບວູບ. ການແຂ່ງຂັນໃນຄັ້ງນີ້, ຄາດວ່າ ຈະສຳເລັດພາຍໃນເດືອນກໍລະກົດ 2024.