
ຄູຝຶກດີເດັ່ນ
ທ່ານ ຄຳໃສ ຈັນທະວົງ ຄູຝຶກ ຈາກສະໂມສອນ ກິລາບານເຕະ ຫຼວງພະບາງ ໄດ້ເປັນຄູຝຶກດີເດັ່ນ ໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022

ນັກກິລາດີເດັ່ນ
ນັກກິລາດີເດັ່ນ ໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022 ໄດ້ແກ່ ພອນພະສຸກ ມະໄລເມືອງ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

ຜູ້ຮັກສາປະຕູດີເດັ່ນ
ຜູ້ຮັກສາປະຕູດີເດັ່ນໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022
ສຸລິສັກ ຫມັ້ນປະເສີດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ເສຍ 7 ປະຕູ

ຜູ້ຍິງປະຕູສູງສຸດ
ຜູ້ຍິງປະຕູສູງສຸດໃນການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ ປະຈຳປີ 2022
ທະນູສັກ ນັນທະວົງດວງສີ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ ຍິງໄດ້ 12 ປະຕູ

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ
ເຊີນຮັບຊົມການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ
ຮອບຊີງອັນດັບທີ 3
ວັນພຸດ 31/08/2022
ເວລາ 16:00
ສະໂມສອນກິລາບານເຕະ ເອສະຣາ ພົບກັບ ສະໂມສອນກິລາບານເຕະ ຊ້າງນ້ອຍ
ແຂ່ງຂັນຢູ່ສະຫນາມຫຍ້າທຽມ ສຕລ ສະຫນາມ 2
ຮອບຊີງຊະນະເລີດ
ເວລາ 17:00
ສະໂມສອນກິລາບານເຕະ ຈຳປາສັກ ພົບກັບ ສະໂມສອນກິລາບານເຕະ ຫຼວງພະບາງ
ແຂ່ງຂັນຢູ່ສະຫນາມຫຍ້າທຽມ ສຕລ ສະຫນາມ 1
ຖ່າຍທອດສົດຜ່ານເຟສບຸກ Live LFF U-18 Men's Championship ແລະ Elevents Sports
ລິ້ງຖ່າຍທອດສົດ : https://elevensports.com/.../cl7fw8cfqw8oy0k9aeif6ej6w...
#LFFU18CHAMPIONSHIP2022

ຜູ້ຮັກສາປະຕູດີເດັ່ນ
ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2022
ລາງວັນຜູ້ຮັກສາປະຕູດີເດັ່ນ ທິດສາຄອນ ສຳລີວົງຫວັດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ໃຫ້ກຽດມອບລາງວັນໂດຍ ແມ່ນ ທ່ານ ບຸນສູງ ຄົມຂາວ
ຫົວຫນ້າພະແນກການຕະຫລາດສູນຈຳຫນ່າຍເຄື່ອງ ອີໂວ ( EVO STORE )
#LFFU15CHAMPIONSHIP2022

ຜູ້ຍິງປະຕູສູງສຸດ
ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2022
ລາງວັນຜູ້ຍິງປະຕູສູງສຸດ ບຸນຫລາຍ ໂພທິຊາບ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ ຍິງໄດ້ 12 ປະຕູ ໃຫ້ກຽດມອບລາງວັນໂດຍ ແມ່ນ ທ່ານ ຖາວອນ ຫລວງຈັນດາວົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ.
#LFFU15CHAMPIONSHIP2022

ນັກກິລາດີເດັ່ນ
ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2022
ລາງວັນນັກກິລາດີເດັ່ນ ທົງໄຊ ຫອມສົມບັດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ ໃຫ້ກຽດມອບລາງວັນໂດຍ ແມ່ນ ທ່ານ ທອງເພັດ ມະນີສະຫວັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ.
#LFFU15CHAMPIONSHIP2022

ຄູຝຶກດີເດັ່ນ
ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2022
ລາງວັນຄູຝຶກດີເດັ່ນ ທ່ານ ສຸກຈິນດາ ນັດຜາສຸກ ຄູຝຶກ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ, ໃຫ້ກຽດມອບລາງວັນໂດຍແມ່ນ ທ່ານ ດຣ ວຽງໄຊ ວະນິສະເວດ, ຄະນະອະນຸກຳມະການຈັດແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ.
#LFFU15CHAMPIONSHIP2022

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ
ເຊີນຮັບຊົມການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ
ຮອບຊີງຊະນະເລີດ
ວັນອັງຄານ 30/08/2022
ສະໂມສອນກິລາບານເຕະ ຫຼວງພະບາງ ພົບກັບ ສະໂມສອນກິລາບານເຕະ ຈຳປາສັກ
ແຂ່ງຂັນຢູ່ສະຫນາມຫຍ້າທຽມ ສຕລ ສະຫນາມ 1
ເວລາ 17:00
ສ່ວນນັດຊີງອັນດັບ 3
ສະໂມສອນກິລາບານເຕະ ເອສະຣາ ພົບກັບ ສະໂມສອນກິລາບານເຕະ ຊ້າງນ້ອຍ
ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມ ສຕລ ສະຫນາມ 2.
ເວລາ 16:00
ຖ່າຍທອດສົດເຟສບຸກ Live LFF U-15 Championship ແລະ Elevents Sports
ລິ້ງຖ່າຍທອດສົດ : https://elevensports.com/.../cl7ed7hggvjky0jb05awi2jj6...

ສະໂມສອນ ກິລາບານເຕະ ຊ້າງນ້ອຍ
ສະແດງຄວາມຍິນດີ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະຊິງຂັນ ສຕລ ລາວຟອດ 2022 ໄດ້ຮັບຂັນ, ຫລຽນ ແລະ ເງິນລາງວັນ 50 ລ້ານກີບ, ອັນດັບ 2 ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ ໄດ້ຫລຽນ ແລະ ເງິນລາງວັນ 20 ລ້ານກີບ.
ຜູ້ຮັກສາປະຕູດີເດັ່ນ: ສໍລະສັກ ທິລະວົງ ຜູ້ຮັກສາປະຕູ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ.
ນັກກິລາດີເດັ່ນ ແລະ ຜູ້ຍິງປະຕູສູງສຸດ : ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ຍິງໄດ້ 3 ປະຕູ.
ຄູຝຶກດີເດັ່ນ : ທ່ານ SATYASAGARA ສັນຊາດສິງກະໂປ ຄູຝຶກຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

ກໍາມະການຕັດສິນ FIFA ລາວ 4 ທ່ານເຂົ້າຮ່ວມການຕັດສິນ
ສະຫະພັນບານເຕະແຫ່ງຊາດລາວໄດ້ສົ່ງກໍາມະການຕັດສິນ FIFA ຂອງລາວຈຳນວນ 4 ທ່ານເຂົ້າຮ່ວມການຕັດສິນ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊິງແຊ້ມອາຊຽນທີ່ປະເທດອິນໂດເນເຊຍ (AFF U16 Championship 2022 Indonesia ) ໃນລະຫວ່າງ ວັນທີ 31/7/-12/8/2022, ເຊິ່ງປະກອບມີ 1. ທ່ານ ໄຊປະເສີດ ພົງຊະນິດ ກໍາມະການຕັດສິນ
2. ທ່ານ ຄໍາສິງ ໄຊຍະວົງສີ ກໍາມະການຕັດສິນ 3. ທ່ານ ສົມພາວັນ ຫລວງລາດ ຜູ້ຊ່ວຍກໍາມະການຕັດສິນ ແລະ 4. ທ່ານ ບຸນອູ້ມ ລາດຊະວົງ ຜູ້ຊ່ວຍກໍາມະການຕັດສິນ.
ສະເພາະກໍາມະການຕັດສິນ FIFA ຂອງລາວໄດ້ເຂົ້າຮ່ວມການຕັດສິນໃນຮອບນັດຊິງຊະນະເລີດ ລະຫວ່າງ ເຈົ້າພາບ ອິນໂດເນເຊຍ ພົບກັບ ຫວຽດນາມປະກອບມີ ທ່ານ ໄຊປະເສີດ ພົງຊະນິດ ກໍາມະການຕັດສິນ ແລະ ທ່ານ ສົມພະວັນ ຫລວງລາດ. ນອກນັ້ນຍັງມີກຳມະການຕັດສິນຂອງມາເລເຊຍ ແລະໄທເຂົ້າຮວ່ມຕັດສິນໃນຮອບຊິງຊະນະເລີດເຊ່ນດຽວກັນ. ຜົນການແຂ່ງຂັນ ອິນໂດເນເຊຍ ຊະນະ ຫວຽດນາມ 1:0.
ນີ້ແມ່ນໜຶ່ງໃນຜົນງານຂອງສະຫະພັນບານເຕະແຫ່ງຊາດລາວກໍຄືກໍາມະການຕັດສິນ FIFA ຂອງລາວ, ໂດຍສະເພາະກຳມະການຕັດສິນຂອງລາວ 2 ທ່ານທີ່ລົງເປົ່າໝາກວີດໃນນັດຊິງຊະນະເລີດແມ່ນໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບຜົນງານດີຈາກຜູ້ຈັດການແຂ່ງຂັນຄືສະຫະພັນບານເຕະອາຊຽນ.