ຂ່າວສານ
News Cover

ຖະ​ແຫລງ​ຂ່າວ​ກ່ອນ​ເກມ ການ​ແຂ່ງ​ຂັນ ກຸ່ມ C

17/08/2023

ວັນ​ທີ 17 ສິງ​ຫາ 2023 ຢູ່​ທີ​ໂຮງ​ແຮມສະ​ຕາ​ຄອນ​ເວນ​ຊັນ ແຂວງ​ຣະ​ຢອງ​ ປະ​ເທດ​ໄທ, ຝ່າຍ​ຈັດ​ການ​ແຂ່ງ​ຂັນ ການ​ແຂ່ງ​ຂັນ​ບານ​ເຕະຊາ​ຍ​ ຊີງ​ແຊ້ມ​ອາ​ຊຽນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 23 ປີ ໄດ້​ຈັດ​ຖະ​ແຫລງ​ຂ່າວ​ກ່ອນ​ເກມ ການ​ແຂ່ງ​ຂັນ ກຸ່ມ C ໂດຍ​ມີ​ຄູ​ຝຶກ 3 ປະ​ເທດ​ເຂົ້າ​ຮ່ວມຄື: ລາວ, ຟີ​ລິບ​ປິນ ແລະ ຫວຽດ​ນ​າມ.

ທ່ານ ອາເຣ​ນ່າ ກູ​ເລຍ​ໂມ່ ຄູຝືກ ທີມຊາດລາວU23 ສັນ​ຊ​າດ​ອີ​ຕາ​ລີ ໄດ້ໃຫ້ການສຳພາດ ຖະແຫລງຂ່າວກ່ອນເກມ ການ​ແຂ່ງ​ຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ຢູ່​ທີ່​ແຂວງ​ຣະ​ຢອງ​ປະ​ເທດໄທ ວ່າ ''
ສຳລັບການກຽມພ້ອມຂອງ ທີມຊາດລາວU23 ແມ່ນໄດ້ກະກຽມການຝຶກຊ້ອມມາໄດ້ 1 ເດືອນ ແລະ ຍັງໄດ້ມີການອຸ່ນເຄື່ອງຢູ່ທີ່ປະເທດໄທ ແລະ 1 ນັດ ຢູ່ ລາວ ພົບກັບ ບຣູໄນ, ນັກກິລາ ທີມຊາດລາວ ຫລາຍຄົນຍັງອາຍຸນ້ອຍ ມາຈາກ ສະໂມສອນ ໃນລາວລີກ 1 ແລະ ລາວລີກ 2, ການແຂ່ງຂັນໃນແຕ່ລະນັດແມ່ນຈະເຮັດຫນ້າທີ່ດີທີ່ສຸດ''
ທີມຊາດລາວU23 ມີຄິວລົງສະຫນາມນັດທຳອິດ ພົບ ທີມຊາດຟີລິບປິນU23 ໃນວັນທີ 18/08/2023 ເວລາ 16:00 ແຂ່ງຂັນຢູ່ທີ່ສະຫນາມກິລາRAYONG PROVINCIAL STADIUM.
ແຟນບານສາມາດຕິດຕາມການຖ່າຍທອດສົດທຸກໆນັດທາງ ໂທລະພາບ True Sports 2.

News Cover

ປະ​ກາດ​ລາຍ​ຊື່​ນັກ​ກິ​ລາ 23 ຄົນ​ສຸດ​ທ້າຍ ທີມ​ຊາດ​ລາວU23 ເຂົ້າ​ຮ່ວມ ການ​ແຂ່ງ​ຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023

17/08/2023
ທີມ​ຊາດ​ລາວU23 ພາຍ​ໃຕ້​ການ​ຄຸມ​ທີມ​ຂອງ ອາ​ເຣ​ນ່າ ກູ​ເລຍ​ໂມ່ ສັນ​ຊ​າດ​ອີ​ຕາ​ລີ ໄດ້​ປະ​ກາດ​ລາຍ​ຊື່​ນັກ​ກິ​ລາ 23 ຄົນ​ສຸດ​ທ້າຍ ທີມ​ຊາດ​ລາວU23 ເຂົ້າ​ຮ່ວມ ການ​ແຂ່ງ​ຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023
ຢູ່​ທີ່​ແຂວງ​ຣະ​ຢອງ​ປະ​ເທດ​ໄທ.
ສຳ​ລັບ​ລາຍ​ຊື່ 23 ຄົນ​ສຸດ​ທ້າຍ​ປະ​ກອບ​ມີ:
+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)
3. ສໍລະສັກ ທິລະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
+ ກອງຫຼັງ
4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
5. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
6. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)
7. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)
8. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
9. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
10. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ IS-CSELONGEY ( ລີກ 3 ປະເທດຝຣັ່ງ )
11. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາ ເຮັສບີທີ 941 (ລີກ 2 ນະຄອນຫຼວງ)
+ ກອງກາງ
12. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
13. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
14. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
15. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
16. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
17. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
+ ກອງຫນ້າ
19. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
20. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
21. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ
22. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
23. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 3 ກຸ່ມດັ່ງນີ້:
- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ
ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ
- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.
- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.
ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.
ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.
ແຟນບານສາມາດຕິດຕາມການຖ່າຍທອດສົດທຸກໆນັດທາງ ໂທລະພາບ True Sports 2

News Cover

ກາດຳ ກອນເຍີ ກອງຫນ້າ ສະໂມສອນ ກິລາບານເຕະ ຊ້າງນ້ອຍ U15 ຂຶ້ນເປັນຜູ້ຍິງປະຕູສູງສຸດ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ

15/08/2023

ກາດຳ ກອນເຍີ ກອງຫນ້າ ສະໂມສອນ ກິລາບານເຕະ ຊ້າງນ້ອຍ U15 ຂຶ້ນເປັນຜູ້ຍິງປະຕູສູງສຸດ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2023 LFF U-15 CHAMPIONSHIP 2023 ຫລັງຈາກຜ່ານການແຂ່ງຂັນນັດທີ 3 ໂດຍຍິງໄດ້ທັງຫມົດ 6 ປະຕູ, ສ່ວນອັນດັບ 2 ຍິງປະຕູໄດ້ 3 ປະຕູ ມີເຖິງ 4 ຄົນ ປະກອບມີ: ເບີ 9 ດາວພະຫັດ ກຳກາຊົມພູ ຈາກ ມາສເຕີ້ ເຊເວັ້ນ, ຄຳເພັດ ຜູຍແສງທອງ ຈາກ ຊ້າງນ້ອຍ, ເບີ 17 ມຸງຄຸນ ສີວິໄລ ຈາກ ຈຳປາສັກ ແລະ ເບີ 13 ສຸກສັນ ຫຼວງລາດ ຈາກ ກອງທັບ

News Cover

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນແຂ່ງຂັນຢູ່ທີ່ປະເທດໄທ

15/08/2023

ວັນທີ 15/8/2023 ຢູ່ທີ່ສະຫນາມບິນສາກົນວັດໄຕ ຄະນະນຳແລະນັກກິລາທິມບານເຕະແຫ່ງຊາດລາວຮຸ່ນອາຍຸບໍ່ເກີນ 23ປີ (U23)ນຳໂດຍທ່ານ ຄຳໄພ່ ປຣະເສີດ ຫົວຫນ້າຄະນະ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ອອກເດີນທາງເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ U23ປະຈຳປີ 2023 ຢູ່ທີ່ແຂວງຣະຢອງ ປະເທດໄທ.

ລາຍຊື່ນັກກິລາມີທັງຫມົດ 27 ຄົນ ຈະຄັດໃຫ້ເຫລືອ 23 ຄົນສຸດທ້າຍ ໃນວັນທີ 16 ສິງຫາ 2023 ທີ່ຈະມາເຖິງນີ້, ລາຍລະອຽດລາຍຊື່ແຕ່ລະຕຳແຫນ່ງມີດັ່ງນີ້:

+ ຜູ້ຮັກສາປະຕູ

1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

2. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

3. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)

4. ສໍລະສັກ ທິລະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

+ ກອງຫຼັງ

5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

6. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

7. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (ລີກ 2 ນະຄອນຫຼວງ)

8. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)

9. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)

10. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

11. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

12. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ IS-CSELONGEY ( ລີກ 3 ປະເທດຝຣັ່ງ )

13. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາ ເຮັສບີທີ 941 (ລີກ 2 ນະຄອນຫຼວງ)

+ ກອງກາງ

14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ

17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ

18. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ

19. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

20. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

21. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

+ ກອງຫນ້າ

22. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )

23. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )

24. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

25. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ

26. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

27. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )

ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:

- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ

- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ

- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ

ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ

- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.

- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.

ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.

ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.

#AFFU23CHAMPIONSHIP2023

#LAOSU23

#LAOFOOTBALLFEDERATION

#LAONATIONALTEAM


News Cover

ເປີດຮັບສະໝັກຜູ້ເຂົ້າຮ່ວມຝຶກອົບຮົມຄູຝຶກຜູ້ຮັກສາປະຕູບານເຕະ ລະດັບ1 AFC / LFF Goalkeeping Coaching Certificate Course - Level 1

15/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຂໍຖືເປັນກຽດແຈ້ງມາຍັງບັນດາສະຫະພັນບານເຕະແຂວງ, ສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງ ສຕລ ຊາບວ່າ: ສຕລຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກຜູ້ຮັກສາປະຕູບານເຕະ ລະດັບ 1. ຝຶກສອນໂດຍວິທະຍາກອນທິ່ໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC).

ຜູ້ເຂົ້າຮ່ວມຕ້ອງມີເງື່ອນໄຂດັ່ງລຸ່ມນີ້:

#ກຳນົດການ

- ວັນເວລາການຝຶກອົບຮົມ: ລະຫວ່າງວັນທີ 20-27 ກັນຍາ 2023

- ປິດຮັບສະໝັກ ວັນທີ 19 ສິງຫາ 2023, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

#ສະຖານທີ່

- ສຳນັກງານໃຫຍ່ ສຕລ (ບ້ານຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ

#ເງື່ອນໄຂ:

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ພະແນກເຕັກນິກວິທະຍາ ສຕລ.

- ການຢື່ນສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມໜັງສືຜ່ານແດນ(ປາສະປໍ) ແລະ ຮູບສີ 1ໃບ.

- ຜູ້ເຂົ້າຮ່ວມຕ້ອງມີໃບປະກາດຄູຝຶກບານເຕະລະດັບ ຊີ(C) ຂື້ນໄປຈື່ງສາມາດເຂົ້າຮ່ວມການຝຶກອົບຮົມໄດ້.

- ໃນເວລາມາຍື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າລົງທະບຽນພ້ອມ

• ຄົນລາວ 500,000 ກີບ / ທ່ານ

• ຄົນຕ່າງປະເທດ 500 ໂດລາ(USD) / ທ່ານ

- ຜູ້ສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.

- ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດໄລຍະການຝຶກອົບຮົມ.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງAFCວາງອອກຢ່າງເຂັ້ມງວດ.

#ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

# ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ.

- ບ່ອນພັກເຊົາຕະຫຼອດໄລຍະການຝຶກອົບຮົມ.

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ.

- ຖ້າຜູ້ເຂົ້າຮ່ວມນຳເອົາຄອມພິວເຕີໂນ໋ດບຸກ, USB ມາດ້ວຍຍິ່ງຈະເປັນການດີເພື່ອນໍາໃຊ້ເຂົ້າໃນການຝຶກອົບຮົມ.

ໝາຍເຫດ:

#ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດ

ຮັບສະໝັກ 20 ສິງຫາ 2023, ເພື່ອລົງທະບຽນ ກັບ AFC.

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນຈິ່ງຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນສົມບັດຂອງຜູ້ສະໝັກ. (ສຕລ ຈະແຈ້ງໃຫ້ຮັບຊາບຜູ້ທີ່ຜ່ານການຄັດເລືອກ)

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

020 52213030 ທ່ານ ສົມໃຈ ແສນພິມມະຈັກ (ຜູ້ປະສານງານ)

E mail: [email protected]

ລິ້ງດາວໂຫລດແບບຟອມ: https://drive.google.com/drive/folders/145te8OJNenDw16T9ukbdp3jN25f1be-G?usp=sharing


News Cover

ກາດຳ ກອນເຍີ ຊັດແຮັດທິກ ພາ ຊ້າງນ້ອຍ ເອົາຊະນະ ຫຼວງພະບາງ 3-0! ເປັນທີມນຳ LFF U-15 Championship 2023

14/08/2023
ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023 ປະກອບມີ: ຈຳ​ປາ​ສັກ ແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ນໍ້າທາ, ຫຼວງພະບາງ ແລະ ວຽງຈັນ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.
ຜົນກາ​ນ​ແຂ່ງ​ຂັນ​​ນັດ​ທີ 3 ວັນ​ທີ 14 ສິງ​ຫາ 2023: ຊ້າງນ້ອຍ ເອົາຊະນະ ຫຼວງພະບາງ 3-0, ນັດນີ້ ກາດຳ ກອນເຍີ ຍິງແຮັດທິກ ນາທີ 14' 24' 45'; ຈຳ​ປາ​ສັກ ແຊ້ມເກົ່າ ຊະນະ ວຽງຈັນ 5-0; ມາສເຕີ 7 ຊະນະ ກອງທັບ 4-2 ແລະ ເອສະຣາ ພົບກັບ ນໍ້າທາ 0-1.
ຜ່ານໄປ 3 ນັດ ຊ້າງນ້ອຍ ເປັນທີມນຳ ມີ 9 ຄະແນນ, ຮອງລົງມາ ຈຳປາສັກ ແລະ ນໍ້າທາ ມີ 7 ຄະແນນເທົ່າກັນ, ຂະນະທີ່ ມາສເຕີ 7 ມີ 6 ຄະແນນ, ຫຼວງພະບາງ ແລະ ເອສຣາ ມີ 3 ຄະແນນເທົ່າກັນ, ສ່ວນ ວຽງຈັນ ແລະ ກອງທັບ ຍັງບໍ່ມີຄະແນນ.
ຕາຕະລາງແຂ່ງຂັນນັດທີ 4 ວັນທີ 17 ສິງຫາ 2023:
- ເວລາ 15:30 ໂມງ ຈຳປາສັກ ພົບກັບ ມາສເຕີ 7 ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 15:30 ໂມງ ຊ້າງນ້ອຍ ພົບກັບ ກອງທັບ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2
- ເວລາ 18:30 ໂມງ ເອສະຣາ ພົບກັບ ວຽງຈັນ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 1
- ເວລາ 18:30 ໂມງ ຫຼວງພະບາງ ພົບກັບ ນ້ໍາທາ ແຂ່ງ​​ຢູ່​ສະ​ຫນາມ​ຫຍ້າ​ທຽມ​ ສຕລ ຫ້ວຍຫົງ ສະ​ຫນາມ 2
News Cover

ສະຫວັນຢູໄນເຕັດຄວ້າແຊ້ມລາວລີກ 2 ແຂວງສະຫວັນນະເຂດປະຈຳປີ 2023

13/08/2023

ການແຂ່ງຂັນເຕະບານ ລາວລີກ 2 ແຂວງສະຫວັນນະເຂດ ປະຈຳປີ 2023 ເພື່ອຊີງຂັນປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈໍາປີ 2023ນັດສຸດທ້າຍ ວັນທີ 12-13 ສິງຫາ2023 ສະໂມສອນບານເຕະ ດາຣກວູຟ ເອົາຊະນະ ລີລາວະດີ ສອງຄອນ 7-3, ໄຮຢີນ້າ ເສຍໃຫ້ ອານັນ ອາໄຫຼ່ 2-6 ແລະ ໂພໄຊນ້ອຍ ເສຍໃຫ້ ສະຫວັນ ຢູໄນເຕັດ 0-2.

ສະຫລຸບຕາຕະລາງຄະແນນ ແຂ່ງຄົບ 10 ນັດ ອັນດັບ 1ກໍຄືທິມຊະນະເລີດເປັນຂອງສະໂມສອນສະຫວັນ ຢູໂນເຕັດ ມີ 23 ຄະແນນ ຄວ້າແຊ້ມຮັບຂັນປະທານ ສຕຂ ພ້ອມເງິນລາງວັນ 12,000,000 ກີບ, ອັນດັບ 2 ອານັນ ອາໄຫຼ່ ມີ 22 ຄະແນນ ຮອງແຊ້ມ ຮັບເງິນລາງວັນ 10,000,000 ກີບ, ອັນດັບ 3 ດາຣກວູຟ ມີ 16 ຄະແນນ, ອັນດັບ 4 ໂພໄຊນ້ອຍ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ໄຮຢີນ້າ ມີ 4 ຄະແນນ.

ຂະນະທີ່ລາງວັນອື່ນໆມີຄື: ດວງໄຊ ໄຊສົມແພງ ຈາກ ດາຣກວູຟ ຄວ້າລາງວັນນັກເຕະດີເດັ່ນ ພ້ອມທັງ ດາວຍິງສູງສຸດ ຍິງ 13 ປະຕູ ຮັບເງິນລາງວັນ ລາງວັນລະ 1,000,000 ກີບ, ວາດສະໜາ ແກ້ວສະຫວັນ ຜູ້ຮັກສາປະຕູຈາກ ສະຫວັນ ຢູໄນເຕັດ ຮັບເງິນລາງວັນຜູ້ຮັກສາປະຕູດີເດັ່ນ1,000,000 ກີບ ແລະ ລາງວັນຄູຝຶກດີເດັ່ນ ຄູຝຶກຈາກ ສະຫວັນ ຢູໄນເຕັດ ຮັບເງິນລາງວັນ 1,000,000 ກີບ.

ໃຫ້ກຽດມອບລາງວັນໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໂດຍມີ ທ່ານ ຈັນທະວົງ ສີລິມະໂນທໍາ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດແຟນບານເຂົ້າຮ່ວມ.

ການແຂ່ງຂັນເຕະບານ ລາວລີກ 2 ແຂວງສະຫວັນນະເຂດ ປະຈຳປີ 2023 ເພື່ອຊີງຂັນປະທານສະຫະພັນບານເຕະແຂວງ ສະຫວັນນະເຂດປະຈໍາປີ 2023 ໄດ້ດຳເນີນການແຂ່ງຂັນມາແຕ່ວັນທີ 3 ມີຖຸນາ ຈົນຮອດວັນທີ 13 ສິງຫາ 2023ຈິ່ງປິດສາກລົງດວ້ຍຜົນສຳເລັດ.


News Cover

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດ ການແຂ່ງຂັນຟຸດຊໍ ລີກ ປະຈຳປີ 2023

10/08/2023

ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ກຽມ​ຈັດ​ການ​ແຂ່ງ​ຂັນ​ຟຸ​ດ​ຊໍ ລີກ ປະ​ຈຳ​ປີ 2023 FUTSAL LAO LEAGUE 2023 ໂດຍ​ຈະ​ເລີ້ມ​ແຂ່ງ​ຂັນ ວັນ​ທີ 09 ກັນ​ຍາ ຫາ 19 ພະ​ຈິກ 2023 ໂດຍ​ຈະ​ໃຊ້​ສະ​ຫນາມ​ກິ​ລາ​ຟຸດ​ຊໍ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ເປັນ​ສະ​ຫນາມ​ແຂ່ງ​ຂັນ ກຳ​ນົດ​ເອົາ 12 ທີມເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ສຳ​ລັບ​ຮູບ​ແບບ​ການ​ແຂ່ງ​ຂັນຄັ້ງ​ນີ້​ແມ່ນ​ແຂ່ງ​ຂັນ​ແບບ​ພົບ​ກັນ​ຫມົດ 1 ຮອບ ເກັບ​ຄະ​ແນນ ລ​ວ​ມ​ທັງ​ຫມົດມີ 66 ນັດ ສະ​ເລ່ຍ 11 ນັດ / ທີມ.
ການແຂ່ງຂັນຟຸດຊໍ ລີກ ແມ່ນຈັດການແຂ່ງຂັນລ້າສຸດໃນປີ 2017 ໂດຍມີທັງຫມົດ 10 ທີມ ເຊິ່ງຄັ້ງນັ້ນ ອັນດັບ 1 ແມ່ນ ສົມສະນຸກຟາມ ລົງ​ສະ​ຫນາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ, ອັນ​ດັບ 2 ນະຄອນຫລວງ ຢູໄນເຕັດ ລົງສະຫນາມ 9 ນັດ ມີ 24 ຄະແນນ, ອ​ັນ​ດັບ 3 ເອັສ ທີ ທີ ເອຟຊີ ລົງສະຫນາມ 9 ນັດ ມີ 21 ຄະແນນ, ​ອັນ​ດັບ 4 ສູນກິລາສະເຕດ້ຽມ ເອຟຊີ ມີ 18 ຄະແນນ, ອັນ​ດັບ 5 ມະຫາວິທະຍາໄລວິທະຍາສາດສຸຂະພາບ ລົງສະຫນາມ 9 ນັດ ມີ 13 ຄະແນນ, ອັນ​ດັບ 6 ກຣີນໄລເດີ້ ເອຟຊີ ລົງສະຫນາມ 9 ນັດ ມີ 12 ຄະແນນ, ອັນ​ດັບ 7 ດີເຄ ເອຟຊີ ລົງສະຫນາມ 9 ນັດ ມີ 10 ຄະແນນ, ອັນ​ດັບ 8 ບຸນເກີດສຶກສາ ເອຟຊີ ລົງສະຫນາມ 9 ນັດ ມີ 6 ຄະແນນ, ​ອັນ​ດັບ 9 ເອຟຊີ ລັກກີ້ ລົງສະຫນາມ 9 ນັດ ມີ 3 ຄະແນນ ແລະ ​ອັບ​ດັບ 10 ວິທະຍາໄລລາວທ໋ອບ ລົງສະຫນາມ 9 ນັດ ບໍ່ມີຈັກຄະແນນ, ລາງວັນທີມມາລະຍາດດີເດັ່ນ ທີມ ມະຫາວິທະຍາໄລວິທະຍາດສຸຂະພາບ ແລະ ນັກເຕະຍິງປະຕູສູງສຸດ ໂຕນ້າ ບຸນມະໄລ ຈາກ ທີມ ເອັສ ທີ ທີ ເອຟຊີ ຍິງໄດ້ 54 ປະຕູ.


ແຟນ​ບານ​ຟຸດ​ຊໍ​ຫ້າມ​ພາດ​ເລີ້ມ​ການ​ແຂ່ງ​ຂັນ​ນັບ​ຕັ້ງ​ແຕ່​ວັນ​ທີ 09 ກັນ​ຍາ 2023 ເປັນ​ຕົ້ນ​ໄປ ເຂົ້າ​ຊົມ​
ບໍ່ເສຍຄ່າ(Free)

News Cover

ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ຮັບຟັງການເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ

09/08/2023

ຕອນເຊົ້າ ວັນທີ 08 ສິງ​ຫາ 2023 ຢູ່​ທີ່​ຫ້ອງ​ປ​ະ​ຊຸມ ສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16 ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ໄດ້ຮັບຟັງການເຜີຍແຜ່ກ່ຽວ​ການ​ສະ​ກັດ​ກັ້ນ​ການ​ລົ້ມ​ບານ ໂດຍ​ແມ່ນ ທ່ານ ພອ​ນ​ສະ​ຫວັນ ເພັດ​ສາຍ​ຊຳ ໜ່ວຍງານການຕໍ່ຕ້ານການລົ້ມບານ ເປັນ​ຜູ້​ບັນ​ລະ​ຍາຍ.

​ຈຸດ​ປະ​ສົງ​ໃນ​ການເຜີຍແຜ່ກ່ຽວ​ການ​ສະ​ກັດ​ກັ້ນ​ການ​ລົ້ມ​ ກໍ​ເພື່ອ​ໃຫ້​ບັນ​ດາ ຄະ​ນະຄູ​ຝຶກ ແລະ ນັກ​ກິ​ລາ ໄດ້​ຮັບ​ຮູ້ເຂົ້າ​ໃຈ​ເລກ​ເຊິ່ງ ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ການລ໋ອກ​ຜົນ​ການ​ແຂ່ງ​ຂັນ, ພຶດຕິກຳ ທີ່ຖືວ່າເປັນການລັອກຜົນການແຂ່ງຂັນ. ສຳ​ລັບການລົ້ກິລາຕາມທີ່ໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍ ກິລາ ແລະ ກາຍຍະກໍາ, ສະບັບເລກທີ 29/ສພຊ, ລົງວັນທີ 25 ພະຈິກ 2019. ມ110: ການລົ້ມກິລາແມ່ນການຕົກລົງກັນໄວ້ລ່ວງໜ້າກ່ຽວກັບຜົນຂອງການແຂ່ງຂັນ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຜົນປະໂຫຍດຂອງບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ ລວມມີນັກກິລາ, ຄູຝຶກ, ກໍາມະການຕັດສິນ ແລະ ບຸກຄົນອື່ນ ຊຶ່ງເປັນການທໍາລາຍກຽດສັກສີ, ຊື່ສຽງຂອງວົງການກິລາ ແລະ ປະເທດຊາດ.

ບຸກຄົນ, ນິຕິບຸກຄົນໃດ ໂດຍເຈດຕະນາ ຫາກໄດ້ສະເໜີໃຫ້: ເອົາໃຫ້ ຫຼື ສັນຍາວ່າຈະໃຫ້, ຮັບເອົາ, ທວງເອົາ,​ ຂໍເອົາ, ຫຼື ຕົກລົງຮັບເອົາ ເງິນ, ຊັບສິ່ງຂອງ, ຫຼື ຜົນປະໂຫຍດໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ ເພື່ອລົ້ມກິລາ ຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ ກໍຈະຖືວ່າເປັນການກະທໍາຜິດທາງອາຍາໃນສະຖານໃຫ້ສິນບົນ ຫຼື ການຮັບຮັບສິນບົນ ແລະ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ຊຶ່ງມີໂທດຕັດອິດສາລະພາບສູງສຸດແມ່ນຕະຫຼອດຊີວິດ.

ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ບັນດານັກກິລາທຸກທ່ານເປັນເຈົ້າການໃນການສະກັດກັ້ນ, ປະຕິເສດ ແລະ ລາຍງານຂໍ້ມູນການລົ້ມບານ ເພາະການລົ້ມບານນີ້ປຽບດັ່ງເປັນກັບການປຸ້ນຊາດດ້ວຍການປຸ້ນກຽດສັກສີ, ຊື່ສຽງຂອງຊາດ ແລະ ຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.

ບັນ​ດາ​ທ່ານ​ ທ່ານສາມາດລາຍງານການລັອກຜົນບານ ຫຼື ການລົ້ມບານຫາໜ່ວຍງານສະກັດກັ້ນການ. ຊຶ່ງຂໍ້ມູນທີ່ທ່ານສົ່ງ ຈະຖືກຮັກສາໄວ້ເປັນຄວາມລັບສູງສຸດ. ທ່ານສາມາດສົ່ງຫາພວກເຮົາຕາມຊ່ອງທາງດັ່ງນີ້:

  1. ທາງອີເມລທີ່: [email protected].
  2. ທາງເວັບໄຊ້ https://laoff.org.la/la. ເຂົ້າໄປທີ່ ໜ່ວຍງານສະກັດກັ້ນການລົ້ມບານ.

ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023, ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:

- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ

- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ

- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.

- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.

ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.

ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.

News Cover

ສະຫວັນ ຢູໄນເຕັດຂຶ້ນເປັນທີມນຳການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ຍັງເຫລືອການແຂ່ງຂັນ 1 ນັດ

07/08/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 9 ຮອບຂາກັບ ໃນອາທິດຜ່ານມາ ວັນເສົາ 05 ສິງຫາ 2023 ລີລາວະດີ ສອງຄອນ ຊິຕີ້ ເສຍໃຫ້ ໂພໄຊນ້ອຍ 1-2, ອານັນ ອາໄຫຼ່ ເສຍໃຫ້ ດາຣກວູຟ ຢູໄນເຕັດ 1-2 ແລະ ວັນອາທິດ 06 ສິງຫາ 2023 ສະຫວັນ ຢູໄນເຕັດ ຊະນະ ໄຮຢີນ້າ 6-1.

ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ສະຖານະການໃນປັດຈຸບັນ ສະຫວັນ ຢູໄນເຕັດ ແຊງ ອານັນ ອາໄຫລ່ ຂຶ້ນມາຢູ່ອັນດັບ 1ຄື ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 20ຄະແນນ,ຖ້າຫາກນັດສຸດທ້າຍສາມາເອົາຊະນະໄດ້ກໍເປັນແຊ້ມທັນທີ.ອັນດັບ 2 ອານັນ ອາໄຫລ່ ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 19ຄະແນນ, ອັນດັບ 3 ດາຣກວູຟ ລົງສະໜາມ 9 ນັດ ຊະນະ 4ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 13 ຄະແນນ,ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 9 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 4 ນັດ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ລົງສະໜາມ 9 ນັດ ຊະນະ 2 ນັດ ສະເໝີ3 ນັດ ເສຍ 4 ນັດ ມີ 9 ຄະແນນ, ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 9 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 7 ນັດ ມີ 4 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນໃນອາທິດນີ້ ວັນເສົາ 12 ສິງຫາ 2023 ເວລ 15:00 ລີລາວະດີ ສອງຄອນ ພົບ ດາຣກວູຟ ຢູໄນເຕັດ ແລະ ວັນອາທິດ 13 ສິງຫາ 2023 ເວລາ 13:30 ອານັນ ອາໄຫລ່ ພົບ ໄຮຢີນ້າ ແລະ ເວລາ 16:00 ສະຫວັນ ຢູໄນເຕັດ ພົບ ໂພໄຊນ້ອຍ. ຫລັງຈາກຈົບການແຂ່ງຂັນຄູ່ສຸດທ້າຍແມ່ນຈະມີພິທີມອບຂັນລາງວັນຕ່າງໆ ໂດຍທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງສະຫວັນ ເຂົ້າຊົມບໍ່ເສຍຄ່າ( Free) ແລະ ສາມາດຕິດຕາມການຖ່າຍທອດສົດໄດ້ທີ່ເພສ ສະຫວັນນະເຂດລີກ 2 - Savannakhet League 2.

News Cover

ຈັດກອງປະຊຸມເຕັກນິກການແຂ່ງຂັນກິລາບານເຕະເຍົາວະຊົນ U15

07/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດກອງ​ປະ​ຊຸມ​ເຕັກ​ນິກການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ15ປີ ຫຼື U15 ໄດ້​ຈັດ​ຂຶ້ນ​ຕອນ​ເຊົ້າ ວັນ​ຈັ​ນ 07 ສິງ​ຫາ 2023 ຢູ່​ຫ້ອງ​ປະ​ຊຸມ ສຕລ ພາຍ​ໃຕ​້​ການ​ເປັນ​ປະ​ທານກອງ​ປະ​ຊຸມ​ຂອງທ່າ​ນ ຈັນ​ທະ​ວົງ ສິ​ລິ​ມະ​ໂນ​ທຳ ຮອງ​ເລ​ຂາ​ທິ​ການ ສຕລ,ໂດຍມີທ່ານ ສັນ​ຕິ​ກອນ ແສງ​ດາ​ລາ ຫົວ​ຫນ້າ​ພະ​ແນກ​ຈັດ​ການ​ແຂ່ງ​ຂັນ ສ​ຕ​ລ, ພ້ອມ​ດ້ວຍ​ວິ​ຊາ​ການທີ່​ກ່ຽວ​ຂ້ອງ ແລະຜູ້ຕາງ​ຫນ້າ​ບັນ​ດາ​ສະ​ໂມ​ສອນກິລາບານ ເຕະເຂົ້າ​ຮ່ວມ​.

ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອກະກຽມໃຫ້ແກ່ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ U15 ຊີງ​ຂັນ ສຕລ ປະ​ຈຳ​ປີ 2023 (LFF U-15 CHAMPIONSHIP 2023) ທີ່ຈະເລີ່ມແຂ່ງຂັນລະຫວ່າງວັນທີ 8 ສິງຫາ ຫາ 2 ກັນ ຍາ 2023 ເຊິ່ງກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນກັນ ປະ ກອບມີ ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ ແລະ ວຽງຈັນ , ໂດຍຈະແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ. ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນຈະແຂ່ງຂັນທັງຫມົດ 80 ນາທີ ໂດຍແບ່ງອອເປັນ 2 ຕັ້ງ , ຕັ້ງລະ 40 ນາທີ.
ສຳ​ລັບ​ຕາ​ຕະ​ລາງ ກາ​ນ​ແຂ່ງ​ຂັນ​ໃນ​ນັດ​ທຳ​ອິດ ຈະ​ມີ​ຂຶ້ນໃນວັນ​ທີ 08 ສິງ​ຫາ 2023
-
ເວ​ລາ 15:30 ຈຳ​ປາ​ສັກ ພົບ ນ້ຳ​ທາ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມ​ຂອງ ສຕລ ສະ​ຫນາມ 1
-
ເວລາ 15:30 ຊ້າງນ​້ອຍ ພົບ ວຽງ​ຈັ​ນ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມ​ຂອງ ສຕລ ສະ​ຫນາມ 2
-
ເວ​ລາ 18:30 ຫຼວງ​ພະ​ບາງ ພົບ ກອງ​ທັບ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມ​ຂອງ ສຕລ ສະ​ຫນາມ 1
-
ເວ​ລາ 18:30 ເອ​ສະ​ຣາ ພົບ ມາ​ສ​ເຕີ​້ ເຊ​ເວັ້ນ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ຫຍ້າ​ທຽມຂອງ​ ສຕລສະ​ຫນາມ 2
ທ່ານສາ​ມາດ​ໄປຊົມ ແລະ ເຊຍ ​ຕິດ​ຂອບ​ສະ​ຫນາມ​ທີມ​ທີ່​ຕົນ​ເອງ​ມັກ​ໄດ້, ເຂົ້າ​ຊົມ​ບໍ່ເສຍຄ່າ(Free) ແລະ ສາ​ມາດ​ຮັບ​ຊົມ ການ​ຖ່າຍ​ທອດ​ສົດ​ໄດ້​ທີ່ ເພ​ສ​ເຟ​ສ​ບຸກ LFF U-15Championship ແລະ Youtube LAOFFTV LAOFF TV ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ.

News Cover

ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້

05/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມກໍາມະການຕັດສິນການແຂ່ງຂັນກິລາບານເຕະ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15ປີ(U15 ) ແລະ ຮຸ່ນອາຍຸບໍ່ເກີນ18ປີ(U18 )ປະຈໍາປີ 2023ຂື້ນໃນຕອນບ່າຍວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 34 ຄົນ.

ໃນໂອກາດນີ້ ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການ

ອົບຮົມຄັ້ງນີ້ ແລະ ອວຍພອນໃຫ້ທຸກທ່ານທີ່ຜ່ານການຝຶກອົບຮົມຈົ່ງຕັ້ງໃຈນຳເອົາຄວາມຮູ້ທີໄດ້ຮຽນມາໄປຈັດຕັ້ງປະຕິບັດວຽກງານກໍາມະການຕັດສິນໃນສະໜາມກິລາຕົວຈິງດ້ວຍຜົນສໍາເລັດ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 3ວັນ ແຕ່ວັນທີ 2-4 ສິງຫາ 2023,ເຊິ່ງໄດ້ມີການຮຽນຮູ້ແລະທົດສອບທາງທິດສະດີ ແລະ ວິເຄາະວີດີໂອໃນການໃຫ້ບັດເຫຼືອງບັດແດງ, ພິເສດນັກຝຶກອົບຮົມທີ່ເຂົ້າຮ່ວມ ແມ່ນໄດ້ ຜ່ານການທົດສອບພາລະກໍາລັງກ່ອນຈຶ່ງຈະເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.

ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມກຽມພ້ອມຂອງກຳມະການຕັດສິນໃນການຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້.