ຂ່າວສານ
News Cover

ສະໂມສອນກິລາບານເຕະທະວີໂຊກຊະນະເລີດກິລາບານເຕະລາວລີກ 2

19/07/2023
ສະໂມສອນກິລາບານເຕະທະວີໂຊກຊະນະເລີດກິລາບານເຕະລາວລີກ 2
ແຂວງຊຽງຂວາງ ປະຈໍາປີ 2023
ຜົນການແຂ່ງກິລາບານເຕະລາວລີກ2ແຂວງຊຽງຂວາງປະຈຳປີ 2023 ສະໂມສອນກິລາບານເຕະ ທະວີໂຊກໄດ້ຊະນະເລີດແລະກາຍເປັນແຊ້ມປະຈຳປີ2023 ຫຼັງເອົາຊະນະສະໂມສອນກິລາບານເຕະກອງທັບ ແຂວງ ໄປດ້ວຍປະຕູ 1-0 ໂດຍຄະແນນລວມທັງໝົດມີ 23 ຄະແນນ ຈາກການແຂ່ງຂັນ 10 ນັດ ຊະນະ 7 ນັດ ສະເໝີ 2 ນັດ ແລະ ເສຍ 1 ນັດ.
ພິທີມອບລາງວັນ ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ບົວເງິນ ຫຸມໄຊພອນ ຮອງເຈົ້າແຂວງ ຊຽງຂວາງ, ທ່ານ ຄຳໄພ ປະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສົມພອນ ສີອຳໄພ ປະທານ ສະຫະພັນບານເຕະ ແຂວງ ຊຽງຂວາງ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມໃນງານພິທີມອບຂັນຊະນະເລີດ.
ຕາຕະລາງຄະແນນ ລາວລີກ2 ແຂວງຊຽງຂວາງປະຈຳປີ 2023
1. ສະໂມສອນກິລາບານເຕະ ທະວີໂຊກ
2. ສະໂມສອນກິລາບານເຕະ ປກສ ແຂວງ
3. ສະໂມສອນກິລາບານເຕະ ອາລີວັນ ແຟມມິລີ
4. ສະໂມສອນກິລາບານເຕະ ກອງທັບ ແຂວງ
5. ສະໂມສອນກິລາບານເຕະ ເມືອງຜາໄຊ
6. ສະໂມສອນກິລາບານເຕະ ສະມາຄົມຫວຽດ
ຂໍສະແດງຄວາມຍິນດີກັບສະໂມສອນກິລາບານເຕະທະວີໂຊກທີ່ໄດ້ແຊັມກິລາບານເຕະລາວລີກ2ແຂວງຊຽງຂວາງປະຈໍາປີ 2023
News Cover

ສະຖາບັນກິລາ-ກາຍຍະກຳທັດສະນະສຶກສາ ແລະ ຢ້ຽມຢາມສຕລ

19/07/2023

ວັນທີ 19 ກໍລະກົດ 2022 ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ(ສຕລ),ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳຂອງກະຊວງສຶກສາທິການ ແລະ ກິລານຳໂດຍທ່ານ ກິ່ງລັດຕະນະ ທອງສະຫມຸດ ຮອງຜູ້ອຳນວຍການສະຖາບັນດັ່ງກ່າວໄດ້ມາທັດສະນະສຶກສາແລະ ຢ້ຽມຢາມສຳນັກງານສຕລ,ໂດຍໄດ້ຮັບການຕ້ອນຮັບຈາກທ່ານຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ.

ທ່ານ ກິ່ງລັດຕະນະ ທອງສະຫມຸດໄດ້ລາຍໃຫ້ຮູ້ວ່າ:ເຂົ້າຮວ່ມໃນການມາຖອດຖອນບົດຮຽນໃນຄັ້ງນີ້ລວມມີຄູອາຈານ ແລະ ນັກສຶກສາ ລວມ30 ທ່ານທີ່ກຳລັງຮຽນປີ 2 ໃນລະບົບປະລິນຍາຕີວິຊາຊີບສາຂາວິທະຍາສາດການອອກກຳລັງກາຍ ແລະ ສາຂາວິທະຍາສາດການກິລາກ່ຽວກັບຄູຝຶກ, ສຳລັບຈຸດປະສົງໃນການມາຄັ້ງນີ້: 1. ແມ່ນຢາກໄດ້ຄວາມຮູ້ຈາກ ສະຫະພັນບານເຕະແຫງຊາດລາວ, 2. ຄວາມຊຳນິຊຳນານຂອງການເຮັດວຽກແລະ3. ວິທີການນຳໃຊ້ສິ່ງອຳນວຍຄວາມສະດວກຕ່າງໆ.ໃນພິທີຍັງໄດ້ເປີດໂອກາດໃຫ້ກັບນັກສຶກສາຖາມກ່ຽວກັບສຕລໂດຍໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຢ່າງດີ.

ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ສະແດງຄວາມຍິນດີຕ້ອນຮັບພ້ອມລາຍງານຜົນງານການເຄື່ອນໄຫວຂອງສຕລໄລຍະຜ່ານມາແລະທ່ານໄດ້ກ່າວຕື່ມວ່າ:ໃນອະນາຄົດ ສຕລມີຄວາມຍິນດີທີ່ຈະຈັດການຝຶກອົບຮົມຄູຝຶກ,ກຳມະການຕັດສິນ,ວຽກງານຈັດການແຂ່ງຂັນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບກິລາບານເຕະໃຫ້ກັບສະຖາບັນກິລາ-ກາຍຍະກຳ.ທ່ານ ທະນົງຈິດ ວິລະສັກ ຮອງຫົວຫນ້າພະແນກຈັດການແຂ່ງຂັນກໍໄດ້ເຂົ້າຮວ່ມຕ້ອນຮັບແລະບັນລະຍາຍກະຕິກາແລະລະບຽບການແຂ່ງຂັນບານເຕະໃຫ້ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳ.


News Cover

ພຸດທະໄຊ ໂຄຈະເລີນ ຍ້າຍຮ່ວມສະໂມສອນທັບຫລວງ ຢູໄນເຕັດ

19/07/2023

ວັນທີ 19 ກໍ​ລະ​ກົ​ດ 2023 ເພສເຟສບຸກທາງການຂອງສະໂມສອນ ທັບ​ຫລວງ ຢູໄນເຕັດ THAP LUANG UNITED ທີມຈາກໄທລີກ 3 ປະເທດໄທໄດ້ລາຍງານຂ່າວການເປີດໂຕນັກກິລາໃຫມ່ ‘’ ພຸດ​ທະ​ໄຊ ໂຄ​ຈະ​ເລີນ ‘’ ອະ​ດີດ​ນັກ​ກິ​ລາທີມ​ຊາດ​ລາວເຂົ້າຮ່ວມທີມ, ເປັນນັກເຕະຄົນລາວຜູ້ທຳອິດທີ່ໄດ້ລົງຫລິ້ນໃຫ້ກັບສະໂມສອນ ທັບ​ຫລວງ ແລະເປັນໂຄຕ້າອາຊຽນຂອງສະໂມສອນທີ່ຈະສົ່ງຊື່ເຂົ້າຮ່ວມໄທລີກ3ລະດູການ 2023.

ປັດຈຸບັນ, ພຸດທະໄຊ ໂຄຈະເລີນມີອາຍຸ 27 ປີ ເກີດໃນ ວັນທີ 29 ທັນວາ 1995 ທີ່ ບ້ານ ສຸນັນທາ ນະ​ຄອນ​ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ເຄີຍຫລິ້ນໃຫ້ ທີມຊາດລາວມາຫລາຍ ຊຸດນັບຕັ້ງແຕ່ຊຸດເຍົາວະຊົນຈົນເຖິງ ຊຸດໃຫຍ່ .

ພຸດທະໄຊ ກ່ອນຈະກ້າວເປັນນັກກິລາບານເຕະອາຊີບ,ເຄີຍເປັນນັກເຕະເຍົາວະຊົນຂອງສະໂມສອນ ເອສະຣາ ແລະຫລິ້ນໃຫ້ກັບ ສະໂມສອນ ນັບຕັ້ງແຕ່ປີ 2007 ຈົນເຖິງປີ 2014.

- ປີ 2015 ຫລິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງອັດຕະປື ເອຟຊີ

- ປີ 2016 ຫລິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າມແຊ້ມ ລາວພຣີເມຍລີກ ແລະ ຮອງແຊ້ມ TOYOTA MEKONG CLUB CHAMPIONSHIP 2017

- ປີ 2017 ຫລິ້ນໃຫ້ກັບ ສະໂມສອນ ທິບ ສະຫວັນ ເອຟຊີ

- ປີ 2018 - 2021 ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ນະ​ຄອນ​ປະ​ຖົມປະເທດໄທ
- ປີ 2021 - 2022 ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ສະ​ຫມຸດ​ປະ​ການປະເທດໄທ
- ປີ 2023 ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ເອ​ສະ​ຣາ ສະຫະພັນບານເຕະແຫ່ງຊາດລາວຂໍ​ອ​ວຍ​ພອນ
ໃຫ້ ພຸດທະໄຊ ໂຄຈະເລີນຈົ່ງປະສົບຜົນສຳເລັດໃນການຫລິ້ນກິລາໃຫ້ກັບສະໂມສອນ ທັບຫລວງ ຢູໄນເຕັດ ທີມຈາກໄທລີກ 3 ປະເທດໄທໃນຄັ້ງນີ້ດວ້ຍ.

News Cover

ເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍລະດັບ1ປະຈໍາປີ 2023 (LFF/AFC FUSAL LEVEL 1 COACHING COURSE 2023)

18/07/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ຮ່ວມກັບສະຫະພັນບານເຕະອາຊີ( AFC ) ໄດ້ຈັດພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ( LFF/AFC FUSAL LEVEL 1 COACHING COURSE 2023) ຂື້ນໃນຕອນເຊົ້າວັນທີ 18 ກໍລະກົດ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ,ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນໃນການຈັດຝຶກອົບຮົມໃນຄັ້ງນີ້ເພື່ອຈຸດປະສົງຍົກລະດັບກິລາບານເຕະຟຸດຊໍຂອງສປປລາວກ້າວສູ່ຄຸນນະພາບສູງຂື້ນເລື້ອຍໆ.ພ້ອມນັ້ນທ່ານດຣ ໄຊຊະນະ ທອງຄຳຈັນຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມຈົ່ງຕັ້ງໃຈຮັບເອົາບົດຮຽນທີ່ຄູຝຶກສິດສອນໃຫ້ໄດ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດປະກອບສວ່ນຊວ່ຍພັດທະນາສະໂມສອນບານເຕະຟຸດຊໍທີ່ຕົນສັງກັດຢູ່ໃຫ້ມີຜົນງານດີເດ່ນຂື້ນ.

ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ -ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ ແລະ ນັກສຳມະກອນຈໍານວນ 19 ທ່ານ ໃນນີ້ເປັນຍິງ 2 ທ່ານ, 7 ທ່ານ ມາຈາກປະເທດໄທ ແລະບັນດາສະໂມສອນບານເຕະຟຸດຊໍທີ່ເຂົ້າຮ່ວມຊິງຂັນປະທານ ສຕລ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023. ການຝຶກອົບຮົມແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ ຊຶ່ງຈະມີການສອບເສງພາກທິດສະດີ 2 ຄັ້ງ, ພາກປະຕິບັດຕົວຈິງ 2ຄັ້ງ.

News Cover

ທະຫານແຂວງຈຳປາສັກມີໂອກາດເປັນແຊ້ມ ຖ້າຊະນະບາຈຽງ ໃນນັດສຸດທ້າຍ

18/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ອາທິດທີ 13 ແຂ່ງຂັນວັນທີ 07 ກໍລະກົດ ຫາ 08 ກໍລະກົດ 2023 ທີ່ຜ່ານມາທະຫານແຂວງ ເອົາຊະນະ ນ້ຳດື່ມນາດາ 6-2,ຫົວແຊ ເສຍໃຫ້ ລະບຽງພູ 2-4, ສີລາເພັດ ເສຍໃຫ້ ບາຈຽງ 0-2ແລະປກສ ແຂວງຈຳປາສັກ ເອົາຊະນະ ສີອຳພອນ 5-2.ສະຫລຸບຕາຕະລາງຄະແນນການແຂ່ງຂັນ ອັນດັບ 1 ທະຫານແຂວງຈຳປາສັກ ລົງສະໜາມ 13 ນັດ ຊະນະ 9 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 30 ແນນ.ຈາກຈຸດນີ້,ຫາກທິມທະຫານແຂວງຊະນະທີມບາຈຽງໃນນັດສຸດທ້າຍ,ທະຫານແຂວງກໍຈະໄດ້ແຊັມການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກຢ່າງແນ່ນອນ.

ສຳລັບຕາຕະລາງຄະແນນການແຂ່ງຂັນອັນດັບ 2ແມ່ນລະບຽງພູ ລົງສະຫນາມ 12 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 28 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 26 ຄະແນນ, ອັນດັບ 4 ປກສ ແຂວງຈຳປາສັກ ລົງສະຫນາມ 13 ນັດ ຊະນະ 7 ນັດ ສະເຫມີ 3 ນັດ ເສຍ 3 ນັດ ມີ 24 ຄະແນນ, ອັນດັບ 5 ສີອຳພອນ ລົງສະຫນາມ 13 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ເສຍ 6 ນັດ ມີ 15 ຄະແນນ, ອັນດັບ 6 ສີລາເພັດ ລົງສະຫນາມ 13 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 9 ນັດ ມີ 10 ຄະແນນ, ອັນດັບ 7 ຫົວແຊ ລົງສະຫນາມ 13 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 9 ນັດ ມີ 10 ຄະແນນ ແລະ ອັນດັບ ສຸທ້າຍ ນ້ຳດື່ມ ນາດາ ລົງສະຫນາມ 13 ນັດ ຊະນະ 2 ນັດ ເສຍ 11 ນັດ ມີ 6 ຄະແນນ.
ຂະ
ນະທີ່ຜູ້ຍິງປະຕູສູງສຸດ ຍັງສືບຕໍ່ໄດ້ລຸ້ນກັນຕື່ມໃນອາທິດສຸດທ້າຍຂອງການແຂ່ງຂັນ, ຕາມການຈັດອັນດັບມາຮອດປັດຈຸບັນ: ອັນດັບ 1 ກີ້ ຂິນດາວົງ ສູນໜ້າຈາກສະໂມສອນ ທະຫານແຂວງຍິງໄດ້11ປະຕູ, ອັນດັບ 2 ຍິງໄດ້ 9 ປະຕູ 2 ຄົນ ຄື: ສຸກຈິນດາ ນັດຜາສຸກ ສູນໜ້າຂອງສະໂມສອນ ປ.ກ.ສ ແຂວງ ແລະ ສີຄູນ ແສງສະຫວ່າງ ນັກກິລາສະໂມສອນ ລະບຽງພູ

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປ ອາທິດທີ 14 ເຊິ່ງເປັນອາທິດສຸດທ້າຍ ຈະມີຂຶ້ນໃນວັນທີ 21 ກໍລະກົດ 2023 ເວລາ 13:30 ນ້ຳດື່ມນາດາ ພົບ ສີລາເພັດ, ເວ15:30 ປກສ ແຂວງຈຳສັກ ພົບ ຫົວແຊ ແລະ ວັນທີ 22 ກໍລະກົດ 2023 ເວລາ 13:30 ບາຈຽງ ພົບ ທະຫານແຂວງ ເຊິ່ງເປັນນັດຕັດສິນແຊ້ມຖ້າຫາກທະຫານແຂວງເອົາຊະນະ, ເວ15:30 ປກສແຂວງຈຳປາສັກ ພົບ ນ້ຳດື່ມນາດາ. ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ, ຫລັງຈາກຈົບການແຂ່ງຂັນຄູ່ສຸດທ້າຍແມ່ນຈະມີການມອບລາງວັນຕ່າງໆໃຫ້ກັບທີມຊະນະເລີດ ແລະ ລາງວັນປະເພດບຸກຄົນ.

News Cover

ການແຂ່ງຂັນລາວລີກ2ສະຫວັນນະເຂດ:ສະຫວັນຢູໄນເຕັດຊະນະອານັນອາໄຫລ່ 2-1

17/07/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 6 ຮອບຂາກັບ ໃນອາທິດຜ່ານມາ ຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ອານັນ ອາໄຫລ່ ທີມນຳຕາຕະລາງຄະແນນ ພົບກັບ ທີມສະຫວັນ ຢູໄນເຕັດ ທີມອັນດັບ 2 ເຊິ່ງແຂ່ງຂັນວັນເສົາ 15 ກໍລະກົດ 2023 ຢູ່ທີ່ສະໜາມກິລາແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນຜົນປະກົດວ່າ ສະຫວັນ ຢູໄນເຕັດ ບຽດເອົາຊະນະ ອານັນ ອາໄຫລ່ 2-1 ເຊິ່ງສະຫວັນ ຢູໄນເຕັດ ໄດ້ປະຕູຈາກເບີ 24 ເຈັກກີ້ ອິນທິສອນ ນາທີ 29’, ເບີ 9 ເອກກະໄມ ຣາຊະຈັກ ນາທີ 46’ ສ່ວນ ອານັນ ອາໄຫລ່ ໄດ້ປະຕູຈາກ ເບີ 99 ອານຸຊາ ໄຊຄູນທອງ ນາທີ 40’ ສ່ວນຜົນຄູ່ອື່ນ ດາຣກວູຟ ສະເໝີ ໂພໄຊນ້ອຍ 2-2 ແລະ ລີລາວະດີ ສອງຄອນ ສະເໝີ ໄຮຢີນ້າ 2-2.

ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ອັນດັບ 1 ອານັນ ອາໄຫຼ່ ລົງສະໜາມ 6 ນັດ ຊະນະ 4 ນັດ ສະເໝີ 1 ນັດ ເສຍ 1 ນັດ ມີ 13 ຄະແນນ, ອັນດັບ 2 ສະຫວັນ ຢູໄນເຕັດ ລົງສະໜາມ 6 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 11 ຄະແນນ, ອັນດັບ 3 ລີລາວະດີ ສອງຄອນ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 9 ຄະແນນ, ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ2 ນັດ ເສຍ 2 ນັດ ມີ 8 ຄະແນນ, ອັນດັບ 5 ດາຣກວູຟ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ 1 ນັດ ເສຍ 3 ນັດ ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 6 ນັດ ສະເໝີ 1 ນັດ ເສຍ 5 ນັດ ມີ 1 ຄະແນນ.


News Cover

ເຮັ​ສ​ບີ​ທີ 941ເປັນ​ທີມ​ນຳ​ຄະແນນການ​ແຂ່ງ​ຂັນ​ ບານ​ເຕະລາວ​ລີກ 2 ນະ​ຄອນ​ຫຼວງວຽງຈັນ

17/07/2023

ການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນມາຮອດປັດຈຸບັນແມ່ນໄດ້ດຳເນີນການແຂ່ງຂັນມາໄດ້ 8 ນັດ ເຊິ່ງອາທິດຜ່ານມາຄູ່ທີ່ໜ້າສົນໃຈ ເປັນການພົບກັນລະວ່າງ ເຮັບີທີ 941 ທີມນຳໃນຕາຕະລາງຄະແນນພົບກັບຈັນທະບູລີ ທີມອັນດັບ 2 ເຊິ່ງແຂ່ງຂັນຄູ່ສຸດທ້າຍ ວັນເສົາ 15 ກໍລະກົດ 2023 ທີ່ສະຫນາມກິລາເຈົ້າອານຸວົງ. ຜ່ານການແຂ່ງຂັນຜົນປະກົດວ່າ:ເຮັບີທີ 941 ສະເໝີ ຈັນທະບູລີ 0-0, ສ່ວນຜົນການແຂ່ງຂັນຄູ່ອື່ນ ເອັອີຊີ ສະເໝີ ເອັທີທີ 2-2, ຣີນີຕີ ເສຍໃຫ້ ເມືອງຫາດ 1-6, ຄິງດ້ອມ ເສຍໃຫ້ ມ1-4,ເຄພີເອັສ ເສຍໃຫ້ ເຄເອັທີ 0-7,ຈັນສີ ເສຍໃຫ້ ໄອສະປອດ 1-4.

ສະຫລຸບ ຕາຕະລາງຄະແນນ ເຮັບີທີ 941 ລົງສະຫນາມ 9 ນັດ ຊະນະ 7 ນັດ ສະເຫມີ 2 ມີ 23 ຄະແນນ, ອັນດັບ 2 ຈັນທະບູລີ ລົງສະຫນາມ 9 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ມີ 21 ຄະແນນ, ອັນດັບ 3 ເຄເອັມທີ ລົງສະຫນາມ 9 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 4 ໄອສະປອດ ລົງສະຫນນາມ 9 ນັດ ຊະນະ 4 ນັດ ສະເຫມີ 4 ນັດ ເສຍ 1 ນັດ ມີ 16 ຄະແນນ, ອັນດັບ 5 ເມືອງຫາດ ລົງສະຫນາມ 9 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ເສຍ 2 ນັດ ມີ 15 ຄະແນນ, ອັນດັບ 6 ຊ ລົງສະຫນາມ 9 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 14 ຄະແນນ, ອັນດັບ 7 ເອັທີທີ ລົງສະຫນາມ 9 ນັດ ຊະນະ 3 ນັດ ສະເຫມີ 4 ນັດ ເສຍ 2 ນັດ ມີ 13 ຄະແນນ, ອັນດັບ 8 ຄິງດ້ອມ ລົງສະຫນາມ 9 ນັດ ຊະນະ 3 ນັດ ເສຍ 3 ນັດ ສະເຫມີ 3 ນັດ ມີ 12 ຄະແນນ, ອັນດັບ 9 ເອັອີຊີ ລົງສະຫນາມ 9 ນັດ ຊະນະ 1 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 6 ຄະແນນ, ອັນດັບ 10 ຈັນສີ ລົງສະຫນາມ 9 ນັດ ຊະນະ 2 ນັດ ເສຍ 7 ນັດ ມີ 6 ຄະແນນ, ອັນດັບ 11 ຣີນີຕີ ລົງສະຫນາມ 9 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 7 ນັດ ມີ 4 ແນນ ແລະ ອັນດັບສຸດທ້າຍ ເຄພີເອັສ ລົງສະຫນາມ 9 ນັດ ເສຍ 9 ນັດ ມີ 0 ຄະແນນ.

ສຳລັບການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນໃນນັດວັນພຸດ 19 ກໍກົດ 2023 ເວລາ 14:00 ເອັອີຊີ ພົບ ໄອສະປອດ, ເວລາ 16:00 ຈັນສີ ພົບ ຈັນທະບູລີ, ເວລາ 18:00 ຄິງດອມ ພົບ ເຄພີເອັສ ວັນພະຫັດ 20 ກໍລະກົດ 2023 ເວລາ 14:00 ເອັທີທີ ພົບ ເມືອງຫາດ, ເວລາ16:00 ຣີນີຕີ ພົບ ມ, ເວລາ 18:00 ເຮັບີທີ 941 ພົບ ເຄເອັມທີ ແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ແຟນບານສາມາດໄປຕິດຕາມຮັບຊົມໄດ້ໂດຍບໍ່ເສຍຄ່າ(ເຂົ້າຊົມFree).


News Cover

ບຸນພະຈັນ ບຸນກອງ ຍ້າຍຮ່ວມທີມ Preah Khan Reach Svay Rieng FC ທີມລີກສູງສຸດຂອງປະເທດກຳປູເຈຍ

17/07/2023
ວັນ​ທີ 17 ກໍ​ລະ​ກົດ 2023 ສະ​ໂມ​ສອນ Preah Khan Reach Svay Rieng FC,ເຊິ່ງເປັນທິມບານເຕະລີກສູງສຸດຂອງປະເທດກຳປູເຈຍໄດ້​ເປີດ​ເຜີຍ​ຢ່າງເປັນ​ທາງ​ການເມື່ອບໍ່ດົນມານີ້ວ່າ: ສະ​ໂມ​ສອນໄດ້ເຊັນສັນຍາເອົາບຸນ​ພະ​ຈັນ ບຸນກອງນັກກິລາທິມຊາດລາວ ຈາກສະ​ໂມ​ສອນກິ​ລາ​ບານ​ເຕະຊ້າງ​ນ້ອຍ ມາ​ຮ່ວມ​ທີມ ເພື່ອ​ໄລ່​ລ້າ​ແຊ້ມການ​ແຂ່ງ​ຂັນ​ບານ​ເຕະລີກກຳ​ປູ​ເຈ​ຍໃນລະ​ດູ​ການ 2023 – 2024.ສຳ​ລັບ​ປະ​ຫວັດ ບຸນ​ພະ​ຈັນ ບຸນກອງ ແມ່ນ​ເກີດ​ວັນ​ທີ 29 ພະ​ຈິກ 2000 ສູງ 167 ຊັງຕີແມັດ ແລະ ນ້ຳໜັກ 58 ກິໂລກຣາມ ເກີດທີ່ບ້ານນາແກ ນະ​ຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນລູກຊາຍຂອງ ທ່ານ ບຸນກອງ ແລະ ທ່ານ ນາງ ບຸນລັບ ມີນ້ອງຊາຍ 1 ຄົນ. ບຸນພະຈັນ ເລີ່ມຫຼິ້ນກີລາເຕະບານມາຕັ້ງແຕ່ນ້ອຍໃນສະໄໝຮຽນປະຖົມ ດ້ວຍໃຈອັນຮັກມັກ ແລະ ຕິດພັນກັບກີລາຊະນິດນີ້ ເນື່ອງຈາກຜູ້ເປັນພໍ່ເຄີຍຫຼິ້ນມາກ່ອນ, ບຸນພະຈັນ ເປັນ​ນັກເຕະອາຍຸນ້ອຍທີ່ສຸດພຽງ 15 ປີໃນບານເຕະລາວພຣີເມຍລີກ ໂດຍເລີ່ມຕົ້ນຫຼິ້ນໃຫ້ກັບຊຸດເຍົາວະຊົນຂອງ ສະຫວັນ ເອັ​ຟ​ຊີ ໂດຍຄູຝຶກຂອງ ສະຫວັນ ເອຟຊີ ເຫັນແວວ ໄດ້ໃຫ້ໂອກາດຜູ້ກ່ຽວເຂົ້າມາທົດລອງຫຼິ້ນໃນຊຸດໃຫຍ່ລົງສະໜາມນັດທໍາອິດນັດທີ່ພົບກັບ ຊ້າງນ້ອຍໃນປີ 2015 ແລະໃນເວລາຕໍ່ມາຜູ້ກ່ຽວຍິງ​ 1 ປະ​ຕູ​ທຳ​ອິດໄດ້ໃນນັດທີ່​ ສະ​ຫວັນ ຢູ​ໄນ​ເຕັດ ພົບ ທີມ​ໄຟ​ຟ້າ​ລາວ.
ບຸນ​ພະ​ຈັນ ບຸນກອງ ເຄີຍເຂົ້າຮວ່ມ​ເປັນ​ນັກ​ກິ​ລາຂອງສູນຝຶກ(Academe)ສະຫວັນນະເຂດ,ສູນຝຶກລັດຕະນະວົງທ່ອງທ່ຽວ,ສູນຝຶກຟຸກໂມບາຍ,ສູນຝຶກບ້ານນາແກ ແລະ ເຄີຍ​ຫລິ້ນ​ໃຫ້​ກັບ ສະໂມສອນ ສະຫວັນ ຢູໄນເຕັດ, ສະໂມສອນ ທິບສະຫວັນ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ, ຕິດທີມ​ຊາດ​ລາວ ໃນ​ແຕ່​ລະ​ຮຸ່ນ​ອາ​ຍຸ​ນັບ​ຕັ້ງ​ແຕ່ U16, U18, U19, U21, U23 ແລະ ຕິດ​ທີມ​ຊາດ​ລາ​ວ​ຊຸດ​ໃຫຍ່​ໃນ​ປີ 2018.ສຳ​ລັບ​ຜົນ​ງານ​ທີ່​ຫລິ້ນ​ໃຫ້​ກັບຊ້າງ​ນ້ອຍ ແມ່ນ​ສາ​ມາດ​ຄວ້າ​ແຊ້ມ 4 ລາຍ​ການ​ຄື: ເປບ​ຊີ ລາວ​ລີກ 1 ໃນ​ປີ 2022, 2023, ການ​ແຂ່ງ​ຂັນ​ບານ​ເຕະຊີງ​ຂັນ ສ​ຕ​ລ ໃນ​ປີ 2020 ແລະ ປີ 2022.ບຸນ​ພະ​ຈັນ ບຸນກອງເປັນນັກກິລາທີ່ຖະນັດຫຼີ້ນໃນກອງກາງແລະກອງໜ້າ.
ຄະນະສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຊົມເຊີຍແລະ​​ອວຍ​ພອນໃຫ້ບຸນ​ພ​ະ​ຈັນ ບຸນກອງ ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ເປັນ​ນັກ​ກິ​ລາ​ຄົນ​ລາວ​ຜູ້ທຳ​ອິດ​ທີ່​ໄດ້​ຫລິ້ນ​ໃຫ້​ກັບສະ​ໂມ​ສອນອາ​ຊີບ​ໃນ​ລີກຂອງ​ປະ​ເທດ​ກຳ​ປູ​ເຈຍໃນຄັ້ງນີ້ດວ້ຍ.
News Cover

ສຕລ ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາແຫ່ງທີ3ຢູ່ຈຳປາສັກ

15/07/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບອຳນາດການປົກຄອງແຂວງຈຳປາສັກໄດ້ຈັດພິທີເປີດສູນ ຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາແຫ່ງທີ 3 ຂຶ້ນທີ່ແຂວງຈໍາປາສັກໃນຕອນເຊົ້າ ວັນທີ 15 ກໍລະກົດ 2023,ເຊິ່ງໄດ້ຈັດຂື້ນຢ່າງເປັນທາງການທີ່ສະໜາມກິລາບານເຕະຫຼັກ2 ໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ປະດິດ ວັນນະ ລັດສະໝີ ປະທານ ກວດກາພັກ-ລັດແຂວງ,ທັງເປັນຮອງປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ໂດຍມີທ່ານ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ຄະນະບໍລິຫານງານສະຫະພັນກິລາບານເຕະ ແຂວງ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ພ້ອມດ້ວຍຄະນະຄູຝຶກ ສຕລ, ສຕຂ,ນັກກິລາເຍົາ ວະຊົນແລະ ພໍ່ແມ່ຜູ້ປົກຄອງນັກກິລາແຂວງເຂົ້າຮ່ວມ.

ໃນພິທີ,ທ່ານ ປະດິດ ວັນນະລັດສະໝີລາຍງານໃຫ້ຮູ້ວ່າ:ສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາທີ່ແຂວງຈໍາປາສັກປະກອບມີຄະນະຊີ້ນໍາ 5ທ່ານ, ຄູຝຶກ21ທ່ານ, ໂຄງການດັ່ງກ່າວແມ່ນເລີ່ມຝຶກແອບມາແຕ່ວັນທີ 22 ເມສາ ຫາ 9 ກໍລະກົດ 2023 ໂດຍມີນັກ ກິລາ 5 ຮຸ່ນເຂົ້າຮວ່ມຄືຮຸ່ນອາຍຸບໍ່ເກີນ6ປີ(U6), U8, U10, U12 ແລະ U15, ມີນັກກິລາເຂົ້າຮ່ວມຝຶກແອບສະເລ່ຍ 160 ຄົນແລະ ຝຶກແອບສະເພາະວັນເສົາ-ອາທິດ ເລີ່ມແຕ່ເວລາ 7:30 ຫາ 9:30ມ ໂດຍແມ່ນ ສຕລ ເປັນຜູ້ກຳນົດຫຼັກສູດການຝຶກສອນໃຫ້ໃນແຕ່ລະອາທິດ.ໂຄງການນີ້ແມ່ນພາຍໃຕ້ການສະໜັບສະໜູນ ຈາກໂຄງການພັດທະນາຄວາມອາດສາມາດ ຂອງສະຫະພັນບານເຕະນາໆຊາດ (FIFA Talent Development Scheme).

ມາຮອດປັດຈຸບັນ,ສຕລ ໄດ້ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາມາແລ້ວ3ແຫ່ງຄືແຫ່ງທີ1ຢູ່ນະຄອນຫຼວງວຽງຈັນ,ແຫ່ງທີ2ແຂວງຫຼວງພະບາງແລະແຫ່ງທີ3ຢູ່ແຂວງຈຳປາສັກແລະແຫ່ງທີ4ກໍຈະຈັດພິທີເປີດຂື້ນໃນໄວໆນີ້.

#FIFATalentDevelopmentScheme

#ChampiChampaFootballTrainingCenter

News Cover

ມຕ ເຊນ້ອຍຊະນະເລີດການແຂ່ງຂັນບານເຕະນັກຮຽນ ຊິງຂັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2023

12/07/2023

ໂຮງຮຽນມັດທະຍົມຕົ້ນເຊນ້ອຍໄດ້ຊະນະເລີດການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມຕົ້ນຊິງຂັນທ່ານເຈົ້າແຂວງເຊກອງ ປະຈຳປີ 2023,ເຊິ່ງພິທີປິດການແຂ່ງຂັນແລະມອບຂັນລາງວັນໄດ້ຈັດຂື້ນໃນວັນທີ 11 ກໍລະກົດ 2023 ຢູ່ທີ່ສະຫນາມກິລາແຂວງເຊກອງ.

ການແຂ່ງຂັນດັ່ງກ່າວໄດ້ເລີ່ມມາແຕ່ວັນທີ 19 ພຶດມິຖຸນາ 2023 ໂດຍມີ5ທີມເຂົ້າຮ່ວມຄື:

1. ໂຮງຮຽນ ມຕ ເຊນ້ອຍ

2. ໂຮງຮຽນ ມຕ ຫົວເມືອງ

3. ໂຮງຮຽນ ມຕ ອົງແກ້ວ

4. ໂຮງຮຽນ ມຕ ຊົນເຜົ່າ

5. ໂຮງຮຽນ ຕ ລາວ - ຫວຽດ

ລະບຽບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ,ທີມໃດມີຄະແນນຫລາຍ ແມ່ນຄວ້າແຊ້ມການແຂ່ງຂັນ

ສະຫລຸບຜົນການແຂ່ງຂັນມີດັ່ງນີ້:

- ລາງວັນຊະນະເລີດໄດ້ແກ່ທີມ ໂຮງຮຽນ ມຕ ເຊນ້ອຍ ໄດ້ຮັບຂັນ ແລະ ເງິນລາງວັນ 3,000,000 ກີບ.

- ຮອງຊະນະເລີດອັນດັບທີ 1 ໄດ້ແກ່ ທີມ ໂຮງຮຽນ ມຕ ອົງແກ້ວ ໄດ້ຮັບເງິນລາງວັນ 1,500,000 ກີບ.

- ຮອງຊະນະເລີດອັນດັບທີ 2 ໄດ້ແກ່ ທີມ ໂຮງຮຽນ ໂຮງຮຽນ ມຕ ຊົນເຜົ່າ ໄດ້ຮັບເງິນລາງວັນ 800,000 ກີບ.

ການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ພາບ ແລະ ຂໍ້ມູນ: ສະຫະພັນບານເຕະແຂວງເຊກອງ

News Cover

ເທີມ​ທີ 2 ສູນ​ພັດ​ທະ​ນຳ​ຈ​ຳ​ປີ - ຈຳ​ປີ ແມ່ນ​ໄດ້​ເລີ້ມ​ຂຶ້ນ​ອາ​ທິດ​ຜ່ານ​ມາ

11/07/2023

ການຝຶກ​ຊ້ອມ​ຢູ່​ທີ່ ສູນພັດທະນາກິລາບານເຕະຈຳປີ-ຈຳປາ CHAMPI-CHAMPAFOOTBALL TRAINING CENTER ເຊິ່ງເປັນການເປີດເທີມ 2 ຂອງ ປີ 2023 ແມ່ນ​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ ແລະ ວັນ​ອາ​ທິດ 8-9 ກ​ໍ​ລະ​ກົດ 2023 ທີ່​ຜ່ານ​ມາ.ສຳ​ລັບ​ເທີມ​ໃຫມ່ມີນ້ອງໆມາສະຫມັກ 150 ກວ່າຄົນ.

ຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16) ຕິດ​ຕໍ່​ລົງ​ທະ​ບຽນ: 02052213030, 02097744940

News Cover

ບັນດາສະໂມສອນລາວລີກ 1 ເຂົ້າຮ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023 ແລະ ແຜນການແຂ່ງຂັນປີ 2024.

11/07/2023

ຕອນເຊົ້າວັນທີ 11 ກໍລະກົດ 2023 ຜູ້ບໍລິຫານສະໂມສອນລາວລີກ 1 ເຂົ້າຣ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023 ແລະ ແຜນການແຂ່ງຂັນປີ 2024 ໂດຍມີ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ເປັນປະທານກອງປະຊຸມ.