ຂ່າວສານ
News Cover

ສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ແຫ່ງທີ 3 ແຂວງຈຳປາສັກ ເລີ້ມຈັດຕັ້ງປະຕິບັດ

22/04/2023

ໃນຕອນເຊົ້າ ວັນທີ 22 ເມສາ 2023 ໄດ້ເລີ່ມເປີດການຝຶກສອນກິລາບານເຕະເຍົາວະຊົນ ຈໍາປີ-ຈຳປາ ແຫ່ງທີ່ 3 ຂື້ນທີ່ ສະໜາມກິລາບານເຕະຫຼັກ2 ແຂວງຈຳປາສັກ. ຈຸດປະສົງເພື່ອເປີດການຝຶກສອນພື້ນຖານກິລາບານເຕະໃຫ້ແກ່ລູກຫຼານເຍົາວະຊົນພາຍໃນແຂວງຈໍາປາສັກໃນແຕ່ລະຮຸ່ນ ເພື່ອສ້າງໃຫ້ນ້ອງໆເຍົາວະຊົນມີການພັດທະນາກ້າວໄປສູ່ການເປັນນັກເຕະອາຊີບໃນອະນາຄົດ.

      ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.

ປັດຈຸບັນແມ່ນມີ 3 ສູນຝຶກຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.

ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ສະໜາມກິລາບານເຕະແຂວງຈໍາປາສັກ ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16)

ສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ:

020 76761212

020  99822800

ລິ້ງລົງທະບຽນ : https://docs.google.com/.../1FAIpQLSfoxeEC3.../viewform...
News Cover

ໂຮງຮຽນມັດທະຍົມຕົ້ນເຊໂນຊະນະເລີດບານເຕະເຍົາວະຊົນຊາຍຊິງຂັນປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈຳປີ 2023

21/04/2023

ການແຂ່ງຂັນບານເຕະເຍົາວະຊົນຊາຍລະດັບມັດທະຍົມຕົ້ນຊິງຂັນທ່ານປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈຳປີ 2023ໄດ້ຈັດຂື້ນໃນວັນທີ 19 ເມສາ 2023 ທີ່ຜ່ານມາ ຢູ່ທີ່ສະໜາມກິລາຫລັກ 4 ແຂວງສະຫວັນນະເຂດ,ໂດຍການເປັນປະທານ ຂອງ ທ່ານ ໄພສານຈັນສີນາ ຮອງຫົວໜ້າພະແນກການເງີນແຂວງ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ,ເຊິ່ງມີ ທ່ານ ອະນຸສອນ ສຸດທິວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ,ທ່ານ ຄໍາໃສ ສົດທິໂສ ເລຂາສະຫະພັນບານເຕະແຂວງສະຫວັນນະເຂດ,ພ້ອມດວ້ຍຄະນະກໍາມະການ,ຄູຝຶກ ແລະ ນັກກິລາເຂົ້າຮວ່ມ.

  ການແຂ່ງຂັນບານເຕະຄັ້ງນີ້ແມ່ນມີ8 ທິມເຂົ້າຮວ່ມຄື ມສ ອຸດົມວິໄລ, ມຕ ສອນໄຊ, ມສ ໂພນສິມ, ມຕ ເຊໂນ, ມສ ຊົນເຜົ່າ, ມສ ລາວ -ຫວຽດ, ມສ ສະຫວັນ ແລະ ມຕ ສຸນັນທາ,ໂດຍ

 ແບ່ງອອກເປັນ 2 ສາຍ, ເຊີ່ງເລີ່ມການແຂ່ງຂັນແຕ່ວັນທີ 12 ມີນາ 2023 ຫາ 19 ເມສາ 2023. 

  ຈຸດປະສົງໃນການແຂ່ງຂັນຄັ້ງນີ້ກໍ່ແມ່ນເພື່່ອເປັນການຮັດແໜ້ນຄວາມສາມັກຄິລະຫວ່າງ ໂຮງຮຽນກັບໂຮງຮຽນ ແລະ ເປັນການແລກປ່ຽນຖອດຖອນບົດຮຽນເຊີ່ງກັນແລະກັນຂອງເຍົາວະຊົນ, ຊາວໜຸ່ມໃຫ້ມີຄວາມຮັກມັກທາງດ້ານກິລາ ເພື່ອ ຫ່າງໄກຈາກສິ່ງເສບຕິດ, ຂອງມືນເມົາ, ພ້ອມທັງເປັນການຊອກຫານັກກິລບານເຕະທີ່ມີພອນສະຫວັນ,ມີທັກສະຄວາມສາມາດໃນການຫລີ້ນກິລາປະເພດນີ້ ແລະ ເພື່ອຄັດເລືອກນັກກິລາຂອງແຂວງສະຫວັນນະເຂດ ທີ່ກຽມຈະໄປແຂ່ງຂັນກິລາສາຍນັກຮຽນໃນປີຕໍ່ໄປ. ການແຂ່ງຂັນກິລາຄັ້ງນີ້ໄດ້ຮັບການສະຫນັບສະຫນູນ ແລະ ການຮ່ວມມືຈາກຫລາຍພາກສ່ວນລວມມູນຄ່າທັງໝົດ 21,200,000 ກີບ.ໃນນັ້ນ,ສະຫະພັນບານເຕະແຫ່ງຊາດລາວ ໃຫ້ການສະຫນັບສະຫນູນ15,000,000 ກີບ ແລະ ສະຫະພັນບານເຕະແຂວງ6,200.000 ກີບ.

 ຜົນການແຂ່ງຂັນສາມາດສັງລວມໄດ້ດັ່ງນີ້:ຊະນະເລີດໄດ້ແກ່ໂຮງຮຽນ ມ ຕົ້ນເຊໂນໄດ້ຮັບເງີນສົດ 2,500,000 ກີບ ພ້ອມຂັນ1ຫນ່ວຍ,ຮອງຊະນະເລີດໄດ້ແກ່ໂຮງຮຽນ ມສ ອຸດົມວິໄລ ໄດ້ຮັບເງີນສົດ 1,500,000 ກີບ , ອັນດັບ ທີ 3 ໄດ້ ແກ່ໂຮງຮຽນ ມສ ຊົນເຜົ່າ ໄດ້ຮັບເງີນສົດ 800,000ກີບ ແລະ ອັນດັບ ທີ 4 ໄດ້ ແກ່ ໂຮງຮຽນ ມສ ລາວ -ຫວຽດ ໄດ້ຮັບເງີນສົດ 400,000ກີບ. 

 ຂ່າວໃຫ້ຮູ້ຕື່ມອີກວ່າ:ສະຫະພັນບານເຕະແຫ່ງຊາດລາວແມ່ນໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງໃນທົ່ວປະເທດເພື່ອຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ. 

ສະຫະພັນບານເຕະແຂວງສະຫວັນະເຂດ Savannakhet football federation

News Cover

ສຕລ ຈັດຝຶກອົບຮົມກຳມະການຕັດສິນກິລາບານເຕະທົ່ວປະເທດທີ່ຈໍາປາສັກ

19/04/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະທົ່ວປະເທດຂື້ນໃນວັນທີ  19 ເມສາ 2023 ທີ່ຫ້ອງປະຊຸມສະໜາມກິລາແຂວງຈໍາປາສັກ,ໂດຍການໃຫ້ກຽດເຂົ້າຮວ່ມພິທີຂອງທ່ານ ແກ້ວລັດຕະນະ ສີຫາວົງຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ທັງເປັນຮອງປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ,ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ.

  ໃນໂອກາດນີ້, ທ່ານ ແກ້ວລັດຕະນະ ສີຫາວົງ ໄດ້ກ່າວເປີດພິທີຢ່າງເປັນທາງການ,ໂດຍໄດ້ຍົກໃຫ້ເຫັນວ່າ: ການພັດທະນາກິລາບານເຕະແຂວງຈໍາປາສັກໃນປັດຈຸບັນນີ້ ແມ່ນກຳລັງເດີນໄປຕາມເສັ້ນທາງດຽວກັນກັບສະຫະພັນບານເຕະແຫ່ງຊາດລາວ ຊຶ່ງການພັດທະນາກິລາບານເຕະແມ່ນມີຫຼາຍອົງປະກອບ ໜຶ່ງໃນນັ້ນກໍ່ແມ່ນວຽກງານການພັດທະນາກໍາມະການຕັດສິນເປັນປັດໄຈສໍາຄັນ. ສະນັ້ນການຝຶກອົບຮົມໃນເທື່ອນີ້ ຂໍໃຫ້ທຸກທ່ານເຮັດໜ້າທີ່ໃນການຝຶກອົບຮົມຢ່າງເຕັມທີ່, ນໍາເອົາຄວາມຮູ້ຄວາມສາມາດ ເພື່ອນໍາໄປພັດທະນາ ເຂົ້າໃນການແຂ່ງຂັນໃຫ້ປະສົບຜົນສໍາເລັດ.

   ການຝຶກອົບຮົມຄັ້ງນີ້,ມີກຳມະການຕັດສິນເຂົ້າຮ່ວມຝືກອົບຮົມທັງໝົດ 15 ຄົນ ໃນນັ້ນເປັນເພດຍິງ 1 ຄົນ ທີ່ມາຈາກຫລາຍພາກສ່ວນເຂົ້າຮ່ວມ,ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ແກ່ການຈັດແຂ່ງຂັນບານເຕະລາວລີກ 2, ການແຂ່ງຂັນລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ,ໂດຍຈະໃຊ້4ວັນ,ນັບແຕ່ວັນທີ 19 - 22 ເມສາ 2023 ,ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາ ຂອງສະຫະພັນບານເຕະໂລກ(ຟີຟາສະບັບປັບປຸງໃຫມ່), ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພາລະກຳລັງຕື່ມອີກ.

News Cover

ລາຍລະອຽດສຳລັບການເປີດເທີມໃໝ່ ສູນຝຶກບານເຕະຈຳປີຈຳປາ ເທີມ2 ປີ 2023

18/04/2023

ລາຍລະອຽດສຳລັບການເປີດເທີມໃໝ່ ສູນຝຶກບານເຕະຈຳປີຈຳປາ ເທີມ2 ປີ 2023

ໝາຍເຫດ: 

- ສຳລັບນັກກິລາທີ່ເຄີຍລົງທະບຽນອອນໄລນ໌ໃນເທີມຜ່ານມາແລ້ວບໍ່ຈຳເປັນຕ້ອງລົງທະບຽນໃໝ່ ສາມາດມາແຈ້ງຊື່ເພື່ອສືບຕໍ່ເຂົ້າຮ່ວມໃນການຝຶກຊ້ອມເທີມທີ2 ໄດ້ເລີຍ.

- ນັກກິລາທີ່ມີຊຸດຊ້ອມເກົ່າຢູ່ແລ້ວແມ່ນສາມາດນຳໃຊ້ຊຸດຊ້ອມຈຳປີຈຳປາເກົ່າໃນການຝຶກຊ້ອມໄດ້.

News Cover

ສະບາຍດີປີໃຫມ່ລາວ ພ.ສ 2566

14/04/2023
News Cover

ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 22 ປີ 25 ຄົນ ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ

11/04/2023

ທີມຊາດລາວ ຊຸດຊີເກມ ພາຍໃຕ້ການຄຸມທີມ ຂອງ ທ່ານ ໄມເຄີນ ໄວ໌ສ ໄດ້ປະກາດລາຍຊື່ນັກກີລາ ນັກກິລາ 25 ຄົນ ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ ໃນລະຫວ່າງວັນທີ 11-25 ເມສາ 2023 ເພື່ອກຽມຄວາມພ້ອມ ເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32  ຢູ່ທີ່ ປະເທດ ກຳປູເຈຍ.

ສຳລັບລາຍຊື່ນັກກິລາ 25 ຄົນມີດັ່ງນີ້:

ຜູ້ຮັກປະຕູ 

- ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

- ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

- ສໍລະສັກ ທິລາວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

ກອງຫລັງ 

- ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ)

- ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ JA DRANCY ( National 3 Level V )

- ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ

- ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ

- ອີນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ

- ເພັດດາວັນ ສົມສະນິດ ຈາກ ສະໂມສອນ Master7

- ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ

- ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ

- ພຸດທະລັກ ທອງສະນິດ  ຈາກ ສະໂມສອນ ເອສະຣາ

- ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ 

ກອງກາງ 

- ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ4 ຂອງເຢຍລະມັນ)

- ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ

- ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ

- ດາໝົດ ທອງຄຳສະຫວັດ ຈາກ ສະໂມສອນ ເອສະຣາ

- ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ

- ສອນໄຊ ພັນທະໄຊ ຈາກ ສະໂມສອນ Master7

- ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ

ກອງຫນ້າ 

- ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ

- ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ Master7

- ອາທິດ ຫລວງລາດ ຈາກ ສະໂມສອນ ເອສະຣາ

- ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ

- ທະນົງໄຊ ຣາມາງກຸນ ຈາກ ສະໂມສອນ ນ້ຳທາ

ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ .

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 30/04/2023 ເວລາ  19:00 ຫວຽດນາມ ພົບ ລາວ 

- ວັນທີ 03/05/2023 ເວລາ 19:00  ມາເລເຊຍ ພົບ ລາວ 

- ວັນທີ 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ 

- ວັນທີ 08/05/2023 ເວລາ 16:00 ລາວ ພົບ ໄທ

ທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Prince Stadium

News Cover

ສະຫະພັນບານເຕະນາໆຊາດ(FIFA) ໄດ້ແຕ່ງຕັ້ງ ທ່ານ ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ (FIFA)

10/04/2023

ສະຫະພັນບານເຕະນາໆຊາດ(FIFA) ໄດ້ແຕ່ງຕັ້ງ ທ່ານ ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ (FIFA) ເຂົ້າຮ່ວມຕັດສິນລາຍການແຂ່ງຂັນ ໂອແລມປິກ ຮອບຄັດເລືອກ ໂຊນທະວີບອາຊີ ທີ່ ປະເທດ ອຸເບກິກສະຖານ (Women's Olypic football Tournament Paris 2024 - Preliminary Competition-AFC-Round 1 Uzbekistan 5-11 April 2023 )

News Cover

ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32

06/04/2023
ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32
- 03/05/2023 ເວລາ 19:30 ກຳປູເຈຍ ພົບ ລາວ
- 06/05/2023 ເວລາ 15:30 ລາວ ພົບ ໄທ
- 09/05/2023 ເວລາ 15:30 ສິງກະໂປ ພົບ ລາວ
ທຸກໆນັດກຸ່ມ ບີ ແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
News Cover

ຕາຕະລາງ ການແຂ່ງຂັນ ບານເຕະຊາຍ U22 ຊີເກມ ຄັ້ງທີ 32

06/04/2023

- 30/04/2023 ເວລາ  19:00 ຫວຽດນາມ ພົບ ລາວ 

- 03/05/2023 ເວລາ 19:00  ມາເລເຊຍ ພົບ ລາວ 

- 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ 

- 08/05/2023 ເວລາ 16:00 ລາວ ພົບ ໄທ

ທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Prince Stadium

News Cover

ວັນທີ 05 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32.

05/04/2023

  ການແຂ່ງຂັນບານເຕະຊາຍ ມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 5 ທີມ ໂດຍຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ, ສ່ວນການແຂ່ງຂັນບານເຕະຍິງມີທັງຫມົດ 9 ປະເທດເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 2 ກຸ່ມ.

ຜົນການຈັບສະຫລາກບານເຕະຊາຍມີດັ່ງນີ໊:

- ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ  ຕີມໍ ເລສເຕ

- ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ 

ການແຂ່ງຂັນບານເຕະຊາຍແມ່ນໃຊ້ 2 ສະຫນາມຫລັກຄື: ສະຫນາມກິລາແຫ່ງຊາດ Morodok Techo ແລະ ສະຫນາມກິລາ Prince. 

ຜົນການຈັບສະຫລາກບານເຕະຍິງມີດັ່ງນີ້

- ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ,   ອິນໂດເນເຊຍ ແລະ ມາເລເຊຍ

- ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະສປປລາວ 

ການແຂ່ງຂັນບານເຕະຍິງ ແມ່ນໃຊ້ສະຫນາມກິລາ ARMY , ສະຫນາມກິລາ RSN ແລະ ສະຫນາມກິລາ Prince.

ການແຂ່ງຂັນບານເຕະໃນງານມະຫະກຳກິລາຊີເກມຄັ້ງທີ 32 ກິລາບານເຕະ ແມ່ນຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ  16 ພືດສະພາ 2023, ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ. 

News Cover

ກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ

03/04/2023

ກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ສຳລັບລາຍການດັ່ງກ່າວນີ້ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A  : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ  

- ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ 

- ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ, 

- ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ 

ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023 

#AFCU17

News Cover

ໃນຕອນບ່າຍ ຂອງມື້ນີ້ 02/04/2023 ຄະນຳ,ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ເດີນທາງກັບມາຮອດ ສະໜາມບີນສາກົນ ວັດໄຕ ເປັນທີ່ຮຽບຮ້ອຍແລ້ວ.

02/04/2023
ຫຼັງຈາກສຳເລັດພາລະກິດ ເຂົ້າຮ່ວມການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກ ປະເທດເນປານ (FIFA day) ແລະ ຍາດໄດ້ ຮອງຊະນະເລີດ, ໃນລະຫວ່າງ ວັນທີ 22-31/03/2023 ທີ່ ເມືອງ Kathmandu ປະເທດເນປານ.
ສ່ວນ ສຸກອາພອນ ແລະ ໄມເຄີນ ວ່າງ ແມ່ນເດີ່ນທາງໄປຕົ້ນສັງກັດ ສະໂມສອນຂອງຕົນເອງເເລ້ວ ໂດຍທີ່ບໍ່ໄດ້ເດີ່ນທາງກັບ ປະເທດລາວ.