ຂ່າວສານ
News Cover

ສຕລ ສຳເລັດການຝຶກອົບຮົມກຳມະການບານເຕະຂັ້ນພື້ນຖານ ໃຫ້ກັບຄະນະ ວິທະຍາສາດການກິລາ - ກາຍະກໍາ

23/06/2023
ວັນທີ 23 ມິຖຸນາ 2023 ທີ່ຜ່ານມາ ຢູ່ທີ່ ຄະນະວິທະຍາສາດການກິລາ - ກາຍະກໍາ ໄດ້ມີການມອບໃບຢັ້ງຢືນ ໃຫ້ກັບນັກສຶກສາຜູ້ເຂົ້າຮ່ວມຝຶກອົບຮົມການຝຶກອົບຮົມກຳມະການບານເຕະຂັ້ນພື້ນຖານ. ການຝຶກອົບຮົມແມ່ນໄດດຳເນີນເປັນເວລາ 4 ວັນ,ວັນທີ 20 - 23 ມິຖຸນາ 2023
News Cover

U17 ທີມຊາດລາວ ສົ່ງທ້າຍ U17 ຊິງແຊ້ມອາຊີ 2023 ປະລາໄຊໃຫ້ ມາເລເຊຍ 1-2

22/06/2023

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ນັດສຸດທ້າຍຂອງກຸ່ມ A ວັນທີ 21 ມິຖຸນາຜ່ານມາ, U17 ທີມຊາດລາວ ສົ່ງທ້າຍ ດ້ວຍການປະລາໄຊໃຫ້ U17 ມາເລເຊຍ 1-2, U17 ລາວ ນຳກ່ອນ ແຕ່ຖືກແຊງຊະນະ.

U17 ທີມຊາດລາວ ຕົກຮອບແບ່ງກຸ່ມ ເສຍ 3 ນັດລວດ! – ເສຍໃຫ້ ໄທ ເຈົ້າພາບ 1-2, ເສຍໃຫ້ ເຢເມັນ 1-2 ແລະ ເສຍໃຫ້ ມາເລເຊຍ 1-2, U17 ທີມຊາດລາວ ຕົກຮອບແບ່ງກຸ່ມທັງ 3 ຄັ້ງ ທີ່ເຂົ້າຮ່ວມຮອບສຸດທ້າຍ ຕໍ່ຈາກປີ 2004 ແລະ 2012.

ຂະນະທີ່ U17 ທີມຊາດໄທ ເຈົ້າພາບ ໄດ້ອັນດັບ 1 ຂອງກຸ່ມ A ນັດສຸດທ້າຍ ຊະນະ ເຢເມັນ 1-0 ໄດ້ປະຕູໄຊນາທີ 90’+6. U17 ທີມຊາດໄທ ຊະນະ 3 ນັດລວດ ເປັນທີ 1 ຂອງກຸ່ມ, ເຢເມັນ ເປັນທີ 2 ມີ 6 ຄະແນນ ທັງສອງທີມເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ. ຂະນະທີ່ ມາເລເຊຍ ມີ 3 ຄະແນນ ແລະ ລາວ ບໍ່ມີຄະແນນ ຕົກຮອບ.

News Cover

ສຳ​ເລັດການແຂ່ງຂັນກິລາບານເຕະ ມັດທະຍົມ ມໍຕົ້ນ- ມໍປາຍ ຍິງ/ຊາຍ ປະຈຳປີ 2023

22/06/2023
ສະຫຼຸບການແຂ່ງຂັນກິລາບານເຕະ ມັດທະຍົມ ມໍຕົ້ນ- ມໍປາຍ ຍິງ/ຊາຍ ປະຈຳປີ 2023 ຢູ່​ແຂວງ​ຄຳ​ມ່ວນ ພາຍ​ຫລັງ​ໄດ້​ດຳ​ເນີນ​ການ​ແຂ່ງ​ຂັນນັບ​ຕັ້ງ​ແຕ່​ວັນ​ທີ 08 ພຶດ​ສະ​ພາ ເປັນ​ຕົ້ນ​ມາ​ ສາ​ມາດ​ສະ​ຫລຸບ​ອັນ​ດັບ ໄດ້​ດັ່ງ​ນີ້:
ອັນດັບ1, ມສ ໄຊສົມບູບ
ອັນດັບ2, ມສ ຫົວນາ
ອັນດັບ3, ມສ ມ່ວງສຸມ
ອັນດັບ4, ມສ ດອນຂຽວ
ອັນດັບ1, ມໍປາຍ ໜອງບົກ
ອັນດັບ2, ມໍປາຍ ດົງໃຕ້
ອັນດັບ3, ຮຮ ກີນນອນຊົນເຜົ່າ
ອັນດັບ4, ມໍປາຍ ທ່າແຂກ
ອັນດັບ1,ມໍຕົ້ນ ຫົວນາ
ອັນດັບ2, ຮຮ ມິດຕະພາບ ຄຳມ່ວນ-ກວ່າງບິງ
ອັນດັບ3, ມໍຕົ້ນ ມ່ວງສຸມ
ອັນດັບ4, ມໍຕົ້ນ ນາໂບ
ອັນດັບ1, ມໍຕົ້ນ ນາໂບ
ອັນດັບ2, ມໍຕົ້ນ ໂພນເດື່ອ
ອັນດັບ3, ຮຮ ມິດຕະພາບ ຄຳມ່ວນ-ກວ່າງບິງ
ອັນດັບ4, ມໍຕົ້ນ ຈອມເເຈ້ງ
ພິ​ທີ​ມອບແຕ່​ລາງວັນ​ໄດ້​ມີ​ຂຶ້ນ​ໃນ​ວັນ​ພຸດ 14 ມິ​ຖຸ​ນາ 2023 ທີ່​່​ຜ່ານ​ມາ ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ຄຳ​ມ່ວນ.
ແຂວງຈຳປາສັກ ສຳເລັດ ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນປາຍ ຊາຍ-ຍິງ
ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາຕອນປາຍ ຊິງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ໄດ້ດຳເນີນການແຂ່ງຂັນນັບຕັ້ງແຕ່ ວັນທີ 3 ພຶດສະພາ 2023 ເປັນຕົ້ນມາ ໂດຍມີ 2 ປະເພດຄື: ປະເພດຊາຍທິມຊາຍ ແລະ ປະເພດທິມຍິງ.
- ປະເພດທິມຊາຍ ປະກອບມີ 8 ພາກສ່ວນເຂົ້າຮ່ວມການແຂ່ງຂັນ
1. ທິມຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ
2. ທິມຫ້ອງການສຶກສາທິການ ແລະ ກິລາ ເມືອງບາຈຽງຈະເລີນສຸກ
3. ທິມເມືອງໂພນທອງ;
4. ທິມເມືອງຊະນະສົມບູນ;
5. ທິມໂຮງຮຽນນານາຊາດ;
6. ທິມໂຮງຮຽນ ມສ ໂພນທອງ;
7. ທິມ ບໍລິສັດ ຈໍາປາວໍລິເອີ;
8. ທິມ ຟາຍເດ (ເມືອງຈໍາປາສັກ).
ການແຂ່ງຂັນແມ່ນແບ່ງອອກເປັນ 2 ​ກຸ່ມ, ກຸ່ມລະ 4 ທິມ ແລະ ຄັດເລືອກເອົາອັນດັບ 1 ແລະ ອັນດັບ 2 ຂອງກຸ່ມ ເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດ ແລະ ຊິງຊະນະເລີດ.
- ປະເພດທິມຍິງ ປະກອບມີ ພາກສ່ວນເຂົ້າຮ່ວມການແຂ່ງຂັນ
1. ທິມຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ;
2. ທິມເມືອງສຸຂຸມາ;
3. ທິມໂຮງຮຽນນານາຊາດ;
4. ທິມ ປາກເຊ ຊິຕີ້.
ການແຂ່ງຂັນແມ່ນແຂ່ງຂັນແບບພົບກັນໝົດ 2 ທັງ 2 ທິມ 2 ຮອບ (ໄປ ແລະ ກັບ) ແລະ ທິມທີເກັບຄະແນນໄດ້ຫຼາຍທີ່ສຸດແມ່ນໄດ້ຊະນະເລີດ ແລະ ຊະນະເລີດອັນດັບຕ່າງໆຕາມຕາຕະລາງຄະແນນການແຂ່ງຂັນ.
ຜົນການແຂ່ງຂັນປະເພດທິມຊາຍ ທິມເມືອງໂພນທອງ ສາມາດຄ້ວາລາງວັນຊະນະເລີດ ຮັບຂັນລາງວັນ ພ້ອມເງິນສົດ 8,000,000 ກີບ, ທິມໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮອງຊະນະເລີດ ຮັບເງິນລາງວັນ 4,000,000 ກີບ, ທິມໂຮງຮຽນນານາຊາດ ໄດ້ອັນດັບ 3 ​ຮັບເງິນລາງວັນ 2,000,000 ກີບ ແລະ ທ້າວ ກິດຕິພົງ ຊາບຸນເຮືອງ ນັກກິລາທິມໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮັບລາງວັນນັກກິລາຍິງປະຕີສູງສຸດ ຍິງຈໍານວນ 6 ປະຕູ ຮັບເງິນລາງວັນ 500,000 ​ກີບ.
ຜົນການແຂ່ງຂັນປະເພດທິມຍິງ ເປັນທິມໂຮງຮຽນນານາຊາດ ສາມາດຍາດໄດ້ຊະນະເລີດ ຮັບຂັນລາງວັນພ້ອມເງິນຈໍານວນ 8,000,000 ກີບ, ທິມເມືອງ ສຸຂຸມາ ໄດ້ຮອງຊະນະເລີດ ຮັບເງິນລາງວັນ 4,000,000 ກີບ, ທິມຫ້ອງການສຶກສາທິການໄດ້ອັນດັບ 3 ຮັບເງິນລາງວັນ 2,000,000 ກີບ ແລະ ນາງ ສຸກສະຫວັນ ພົມມະໄຊ ນັກກິລາທິມໂຮງຮຽນນານາຊາດ ໄດ້ຮັບລາງວັນນັກກິລາຍິງປະຕີສູງສຸດ ຍິງຈໍານວນ 13 ປະຕູ ຮັບເງິນລາງວັນ 500,000 ​ກີບ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

News Cover

ແຂວງຈຳປາສັກ ສຳເລັດ ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນປາຍ ຊາຍ-ຍິງ

22/06/2023
ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາຕອນປາຍ ຊິງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ໄດ້ດຳເນີນການແຂ່ງຂັນນັບຕັ້ງແຕ່ ວັນທີ 3 ພຶດສະພາ 2023 ເປັນຕົ້ນມາ ໂດຍມີ 2 ປະເພດຄື: ປະເພດຊາຍທິມຊາຍ ແລະ ປະເພດທິມຍິງ.
- ປະເພດທິມຊາຍ ປະກອບມີ 8 ພາກສ່ວນເຂົ້າຮ່ວມການແຂ່ງຂັນ
1. ທິມຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ
2. ທິມຫ້ອງການສຶກສາທິການ ແລະ ກິລາ ເມືອງບາຈຽງຈະເລີນສຸກ
3. ທິມເມືອງໂພນທອງ;
4. ທິມເມືອງຊະນະສົມບູນ;
5. ທິມໂຮງຮຽນນານາຊາດ;
6. ທິມໂຮງຮຽນ ມສ ໂພນທອງ;
7. ທິມ ບໍລິສັດ ຈໍາປາວໍລິເອີ;
8. ທິມ ຟາຍເດ (ເມືອງຈໍາປາສັກ).
ການແຂ່ງຂັນແມ່ນແບ່ງອອກເປັນ 2 ​ກຸ່ມ, ກຸ່ມລະ 4 ທິມ ແລະ ຄັດເລືອກເອົາອັນດັບ 1 ແລະ ອັນດັບ 2 ຂອງກຸ່ມ ເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດ ແລະ ຊິງຊະນະເລີດ.
- ປະເພດທິມຍິງ ປະກອບມີ ພາກສ່ວນເຂົ້າຮ່ວມການແຂ່ງຂັນ
1. ທິມຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ;
2. ທິມເມືອງສຸຂຸມາ;
3. ທິມໂຮງຮຽນນານາຊາດ;
4. ທິມ ປາກເຊ ຊິຕີ້.
ການແຂ່ງຂັນແມ່ນແຂ່ງຂັນແບບພົບກັນໝົດ 2 ທັງ 2 ທິມ 2 ຮອບ (ໄປ ແລະ ກັບ) ແລະ ທິມທີເກັບຄະແນນໄດ້ຫຼາຍທີ່ສຸດແມ່ນໄດ້ຊະນະເລີດ ແລະ ຊະນະເລີດອັນດັບຕ່າງໆຕາມຕາຕະລາງຄະແນນການແຂ່ງຂັນ.
ຜົນການແຂ່ງຂັນປະເພດທິມຊາຍ ທິມເມືອງໂພນທອງ ສາມາດຄ້ວາລາງວັນຊະນະເລີດ ຮັບຂັນລາງວັນ ພ້ອມເງິນສົດ 8,000,000 ກີບ, ທິມໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮອງຊະນະເລີດ ຮັບເງິນລາງວັນ 4,000,000 ກີບ, ທິມໂຮງຮຽນນານາຊາດ ໄດ້ອັນດັບ 3 ​ຮັບເງິນລາງວັນ 2,000,000 ກີບ ແລະ ທ້າວ ກິດຕິພົງ ຊາບຸນເຮືອງ ນັກກິລາທິມໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮັບລາງວັນນັກກິລາຍິງປະຕີສູງສຸດ ຍິງຈໍານວນ 6 ປະຕູ ຮັບເງິນລາງວັນ 500,000 ​ກີບ.
ຜົນການແຂ່ງຂັນປະເພດທິມຍິງ ເປັນທິມໂຮງຮຽນນານາຊາດ ສາມາດຍາດໄດ້ຊະນະເລີດ ຮັບຂັນລາງວັນພ້ອມເງິນຈໍານວນ 8,000,000 ກີບ, ທິມເມືອງ ສຸຂຸມາ ໄດ້ຮອງຊະນະເລີດ ຮັບເງິນລາງວັນ 4,000,000 ກີບ, ທິມຫ້ອງການສຶກສາທິການໄດ້ອັນດັບ 3 ຮັບເງິນລາງວັນ 2,000,000 ກີບ ແລະ ນາງ ສຸກສະຫວັນ ພົມມະໄຊ ນັກກິລາທິມໂຮງຮຽນນານາຊາດ ໄດ້ຮັບລາງວັນນັກກິລາຍິງປະຕີສູງສຸດ ຍິງຈໍານວນ 13 ປະຕູ ຮັບເງິນລາງວັນ 500,000 ​ກີບ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
News Cover

ແຂວງ​ເຊກອງ ສຳ​ເລັດ ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມຕອນປາຍ (ຍິງ-ຊາຍ) ຊີງຂັນທ່ານເຈົ້າແຂວງ-ແຂວງເຊກອງ ປະຈຳປີ 2023

22/06/2023
ແຂວງ​ເຊກອງ ສຳ​ເລັດ ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມຕອນປາຍ (ຍິງ-ຊາຍ) ຊີງຂັນທ່ານເຈົ້າແຂວງ-ແຂວງເຊກອງ ປະຈຳປີ 2023 ທີ່ໄດ້ເລີ່ມການແຂ່ງຂັນແຕ່ວັນທີ 29 ພຶດ​ສະ​ພາ - 16 ມິ​ຖຸ​ນາ 2023 ໂດຍສາມາດສະຫຼຸບໄດ້ຄື ການແຂ່ງຂັນມີ 2 ລາຍການແຂ່ງຂັນ ຄື: ປະເພດຍິງ ແລະ ຊາຍ.
I. ປະເພດມັດທະຍົມຕອນປາຍທີມຍິງ ມີທີມເຂົ້າຮ່ວມ 7 ໂຮງຮຽນ ຄື:
1. ໂຮງຮຽນ ມ.ປາຍແຂວງ
2. ໂຮງຮຽນ ສາມັນກິນນອນ ຊົນເຜົ່າແຂວງ
3. ໂຮງຮຽນ ມສ. ດອນຈັນ
4. ໂຮງຮຽນ ມສ. ທ່າແຕງ
5. ໂຮງຮຽນ ມສ. ກະປື
6. ໂຮງຮຽນ ມສ. ຈຸນລາ
7. ໂຮງຮຽນ ມິດຕະພາບ ລາວ-ຫວຽດນາມ
II. ປະເພດມັດທະຍົມຕອນປາຍທີມຊາຍ ມີທີມເຂົ້າຮ່ວມ 7 ໂຮງຮຽນ ຄື:
1. ໂຮງຮຽນ ມ.ປາຍແຂວງ
2. ໂຮງຮຽນ ສາມັນກິນນອນ ຊົນເຜົ່າແຂວງ
3. ໂຮງຮຽນ ມສ. ດອນຈັນ
4. ໂຮງຮຽນ ມສ. ທ່າແຕງ
5. ໂຮງຮຽນ ມສ. ກະປື
6. ໂຮງຮຽນ ມສ. ບ້ານໂພນ
7. ໂຮງຮຽນ ມິດຕະພາບ ລາວ-ຫວຽດນາມ
- ຈຳນວນນັກ​ກິ​ລາເຂົ້າຮ່ວມທັງໝົດ: 322 ຄົນ, ຍິງ 161 ຄົນ.
1. ປະເພດຍິງ:
- ລາງວັນຊະນະເລີດໄດ້ແກ່ ທີມ ໂຮງຮຽນ ມປ ແຂວງ, ເງິນລາງວັນ 3,000,000 ກີບ.
- ຮອງຊະນະເລີດອັນດັບທີ 1 ໄດ້ແກ່ ທີມ ໂຮງຮຽນ ມສ ດອນຈັນ, ເງິນລາງວັນ 1,500,000 ກີບ.
- ຮອງຊະນະເລີດອັນດັບທີ 2 ໄດ້ແກ່ ທີມ ໂຮງຮຽນ ມສ.ທ່າແຕງ, ເງິນລາງວັນ 800,000 ກີບ.
2. ປະເພດຊາຍ:
- ລາງວັນຊະນະເລີດໄດ້ແກ່ ທີມ ໂຮງຮຽນ ມສ. ກະປື, ເງິນລາງວັນ 3,000,000 ກີບ.
- ຮອງຊະນະເລີດອັນດັບທີ 1 ໄດ້ແກ່ ທີມ ໂຮງຮຽນ ມສ. ທ່າແຕງ, ເງິນລາງວັນ 1,500,000 ກີບ.
- ຮອງຊະນະເລີດອັນດັບທີ 2 ໄດ້ແກ່ ທີມ ໂຮງຮຽນ ມສ. ບ້ານໂພນ, ເງິນລາງວັນ 800,000 ກີບ.
ການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
ພາບ ແລະ ຂໍ້​ມູນ: ສະ​ຫະ​ພັນ​ບານ​ເຕະ​ແຂວງ​ເຊກອງ

News Cover

ສູນພັດທະນາກິລາບານເຕະ ຈຳປີ-ຈຳປາ CHAMPI-CHAMPA FOOTBALL TRAINING CENTER

20/06/2023

ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ. ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານ້ອງໆນັກຮຽນທີ່ມັກຮັກໃນກິລາບານເຕະ.

      ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.

ຕິດ​ຕໍ່​ລົງ​ທະ​ບຽນ: 02052213030, 02097744940.


News Cover

5 ນັດ ຍິງ 17 ປະຕູ! ຣາຟາເອວ ເດີ ຊາ ໂຣດຣີເກັຊ ສູນໜ້າຊາວເບຣຊິນຂອງ ມາສເຕີ ເຊເວັນ ເອັຟຊີ

20/06/2023

ຣາຟາເອວ ເດີ ຊາ ໂຣດຣີເກັຊ ສູນໜ້າຊາວເບຣຊິນ ໄວ 31 ປີ ຂອງ ມາສເຕີ ເຊເວັນ ທີມໃນສັງວຽນ ລາວລີກ 1 (ລີກສູງສຸດຂອງ ສປປ ລາວ) ຍິງປະຕູແບບເປັນກອບເປັນກຳ ຫລ້າສຸດຍິງຜູ້ດຽວ 8 ປະຕູ ນັດທີ່ຕົ້ນສັງກັດ ມາສເຕີ ເຊເວັນ ຖະຫລົ່ມ ວຽງຈັນ ເອຟຊີ 14-1 ເມື່ອທ້າຍອາທິດຜ່ານມາ.


ຂະນະນີ້ ຣາຟາເອວ ຍິງໄປແລ້ວ 17 ປະຕູ ຈາກການລົງຫລິ້ນພຽງ 5 ນັດ ໂດຍເຂົ້າມາຊ່ວຍ ມາສເຕີ ເຊເວັນ ໃນຮອບຂາກັບ ລາວລີກ 1 ປີນີ້, ຣາຟາເອວ ແຊງ ບຸນພະຈັນ ບຸນກອງ ແລະ ພັດທະນາ ພົມມະເທບ ຂຶ້ນນຳດາວຍິງສູງສຸດທີ່ 17 ປະຕູ, ບຸນພະຈັນ ບຸນກອງ ກອງໜ້າຈາກທີມແຊ້ມ ຊ້າງນ້ອຍ ເອັຟຊີ ຍິງ 15 ປະຕູ ແລະ ພັດທະນາ ພົມມະເທບ ກອງກາງຈາກເອສະຣາ ຍິງ 10 ປະຕູ.


ນີ້ເປັນລີກທີ່ ຣາຟາເອວ ເດີ ຊາ ໂຣດຣີເກັຊ ຍິງປະຕູໄດ້ຫລາຍສຸດໃນອາຊີບ ຜ່ານມາເຄີຍຫລິ້ນໃນລີກຂອງ ເບຣຊິນ, ເອັສໂຕເນຍ ແລະ ລີກໄທ.



News Cover

ຄະນະບໍລິຫານງານ ສຕລ ຢ້ຽມຢາມຕິດການຝຶກຊ້ອມທີມຊາດຍິງລາວU19

19/06/2023

ວັນທີ 19 ມິຖຸນາ 2023 ຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ,  ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຄະນະນຳ ທີມຊາດຍິງລາວ U19 ໄດ້ຕິດຕາມການຝຶກຊ້ອມຂອງນັກກິລາທີມຊາດຍິງລາວ U19 ໂດຍໄດ້ເນັ້ນຫນັກໃຫ້ບັນດານັກກິລາໃຫ້ເອົາໃຈໃສ່ໃນການຝຶກຊ້ອມເຮັດໃຫ້ດີທີ່ສຸດ, ໃຫ້ມີລະບຽບວິໄນ ແລະ ມີຄວາມສາມັກຄີພາຍໃນໝູ່ຄະນະ ເພື່ອໃຫ້ຍາດໄຊຊະນະມາສູ່ປະເທດຊາດ.

ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 01 – 19 ກໍລະກົດ 2023 ຢູ່ທີ່ປະເທດອິນໂດເນເຊຍ.

 ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.

- ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ

- ກຸ່ມ B:  ຫວຽດນາມ, ມາເລເຊຍ ແລະ ສິງກະໂປ

- ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ

ສຳລັບ ທີມຍິງລາວU19 ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ 2023 ເປັນຕົ້ນມາໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ເອີ້ນນັກກິລາ 26 ຄົນ ທີ່ມາຈາກຫລາຍແຂວງຮ່ວມຄັດເລືອກປະກອບມີ: ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ນະຄອນຫຼວງ, ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ.



News Cover

ເປີດຝຶກອົບຮົມຄູຝຶກກິລາບານເຕະລະດັບ “A”ຄັ້ງທີ 2

19/06/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດການຝຶກອົບຮົມຄູຝຶກກິລາບານເຕະລະດັບ “A”(LFF/AFC “A” Diploma Coaching Course 2023/2024)ຄັ້ງທີ 2 ຂື້ນຢ່າງເປັນທາງການທີ່ ສຕລ ເມື່ອວັນທີ 19 ມິຖຸນາ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ເຮີມັນ ຄູຝຶກສອນ ເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ “A” (Coaching Course)ເຂົ້າຮ່ວມ.


ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ ຮັບຮອງ ແລະ ຕົກລົງຈັດຝຶກອົບຮົມຢ່າງເປັນທາງການ ໂດຍມີບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ ຈໍານວນທັງໝົດ 21 ທ່ານ,ທີ່ມາຈາກຕ່າງປະເທດ 6 ທ່ານ ແລະ ສໍາມະນາກອນເສັງຄືນ 3 ທ່ານ.ການຮຽນຄູຝຶກກິລາບານເຕະລະດັບ “A”ໄດ້ແບ່ງເປັນ 6 ໄລຍະໃນການຮຽນ ອາທິດທໍາອິດແມ່ນເລີ່ມຈາກວັນທີ 19-30 ເດືອນມິຖຸນາ, ໄລຍະທີ 2 ແມ່ນເດືອນກໍລະກົດ, ໄລຍະທີ3 ແມ່ນເດືອນກັນຍາ ແລະ ໄລຍະທີ 4 ແມ່ນເດືອນພະຈິກ ແລະ ຈາກນັ້ນກໍແມ່ນສືບຕໍ່ໃນປີ 2024 (ລາຍລະອຽດຕາຕະລາງການຮຽນຈະແຈ້ງໃຫ້ຊາບພາຍຫຼັງ).


ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ,ເຊິ່ງບາງຄຳເຫັນທ່ານໄດ້ກ່າວວ່າ:ນີ້ແມ່ນນິມິດໝາຍອັນດີ,ເຊິ່ງກ່ອນນີ້5ປີເຄີຍຝຶກອົບຮົມມາແລ້ວ, ຄັ້ງນີ້ເປັນຄັ້ງທີ່ 2 ໃນ ສປປ ລາວ ທີ່ພວກເຮົາເປີດຝຶກອົບຮົມຄູຝຶກ,ເພື່ອຈຸດປະສົງສ້າງຄຸຝຶກມາພັດທະນາບານເຕະປະເທດເຮົາເພີ່ມຂຶ້ນ, ເຊິ່ງການຮຽນເທື່ອນີ້ເປັນບົດຮຽນໃນຮູບແບບໃໝ່ ແບ່ງເປັນ 6 ພາກ ທັງໄດ້ຝຶກ ທັງໄດ້ຮຽນນໍາກັນເປັນປີ ຢາກໃຫ້ນັກສໍາມະນາກອນເອົາໃຈໃສ່ຍາດແຍ່ງເອົາໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ເຊິ່ງໃນລາວລີກ 1 ປີໜ້າ ສະຫະພັນບານເຕະຂອງພວກເຮົາມີກົດລະບຽບຄືຮັບເອົາຄູຝຶກທີ່ຜ່ານ A license ແລະ B license ເປັນຄູຝຶກ ນີ້ກໍເປັນໂອກາດອັນດີໃຫ້ບັນດາຄູຝຶກໄດ້ໄປນໍາໃຊ້ໃນບັນດາສະໂມສອນຕ່າງໆຂອງລາວລີກ 1, ເປົ້າໝາຍຂອງຄະນະນໍາສຕລພວກເຮົາ,ຫຼັງຈາກຈົບລະດູການນີ້ກົດລະບຽບຂອງການແຂ່ງຂັນລາວລີກ1 ຜູ້ເປັນຄູຝຶກຕ້ອງມີໃບຢັ້ງຢືນ A license ເທົ່ານັ້ນ ແລະ ສວ່ນB ແມ່ນຈະມາເປັນຜູ້ຊ່ວຍຄູຝຶກທີມຊາດເທົ່ານັ້ນ.


ທ່ານປະທານສະຫະພັນບານເຕະແຫ່ງຊາດລາວກ່າວຕື່ມວ່າ:ທຸກທ່ານທີ່ເຂົ້າມາຮຽນ ສາມາດເປັນຄູຝຶກໃຫ້ກັບສະໂມສອນຕ່າງໆໄດ້. ສະນັ້ນບັນດາສະໂມສອນທີ່ຈະຂຶ້ນມາລາວລີກຕ້ອງມີ A license,ປັດຈຸບັນບັນດາສະໂມສອນໃນລາວລີກ1 ກໍມີການປັບປຸງພັດທະນາຫຼາຍຂື້ນແລະໄດ້ນໍາໃຊ້ຄູຝຶກທີ່ເປັນຄົນລາວ. ສະນັ້ນເພື່ອຍາດແຍ່ງບໍ່ໃຫ້ຄູຝຶກຕ່າງປະເທດເຂົ້າມາເຮັດວຽກໃນປະເທດເຮົາ,ພວກເຮົາຕ້ອງພັດທະນາຕົນເອງໃຫ້ແຂງແຮງ ແຂງແກ່ນຂຶ້ນ ໃຫ້ໄດ້ລະດັບ AFC ມາດຕະຖານການແຂ່ງຂັນ, ສຸດທ້າຍຂໍໃຫ້ທຸກທ່ານຈົ່ງສືບຕໍ່ຕັ້ງໃຈ ເຮັດໃຫ້ໄດ້  A license, ແລ້ວຕໍ່ Pro license ເພື່ອພັດທະນາວົງການບານເຕະ,ຄູຝຶກ,ນັກກິລາໃຫ້ປະສົບຜົນສໍາເລັດຮ່ວມກັນ.


ຂະນະທີ່ ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກວິທະຍາຂອງສຕລ ກໍໄດ້ກ່າວວ່າ: ຫຼັງຈາກ 5 ປີຜ່ານມາ ເຮົາກໍຫວນກັບມາ ເປີດການຝຶກກິລາບານເຕະລະດັບ “A” ອີກຄັ້ງໜຶ່ງ, ເປົ້າໝາຍຂອງການຝຶກຄັ້ງນີ້ກໍແມ່ນເພື່ອເພີ່ມບຸກຄະລາກອນ “A” Coaching  ຂອງປະເທດລາວ, ນີ້ເປັນນະໂຍບາຍ ແລະ ວິໃສທັດ ເພື່ອພັດທະນາ “A” Coaching ໃຫ້ສືບຕໍ່ເປັນຈໍານວນເພີ່ມຂຶ້ນໃນອະນາຄົດຂອງປະເທດເຮົາ, ຄຸນນະພາບຂອງຄູຝຶກແນ່ນອນສົ່ງຜົນສະທ້ອນເຖິງຄຸນນະພາບຂອງນັກກິລາແລະ ສົ່ງຜົນສະທ້ອນຂອງນັກກິລາອອກຈາກສະໂມສອນລີກ1, ລີກ2 ຫຼື ເຍົາວະຊົນກໍດີ, ພວກເຮົາໄດ້ສູ້ຊົນຜ່ານຜ່າຫຼາຍອຸປະສັກ ແລະ ຫຼັງຈາກເປີດ “A” Coaching Course ພວກເຮົາກໍຢາກຝາກໃຫ້ນັກສໍາມະນາກອນທຸກທ່ານ ທຸ້ມເທທຸກສິ່ງທຸກຢ່າງໃຫ້ປະສົບຜົນສໍາເລັດໄປນໍາກັນ ພວກເຮົາຈະພະຍາຍາມຊ່ວຍເປັນທິດທາງໃນການດໍາເນີນການຝຶກອົບຮົມຄັ້ງນີ້ ແລະ ຫວັງວ່າພວກເຮົາຈະໄດ້ຮ່ວມງານກັນພາຍຫຼັງຊຸດອົບຮົມນີ້ສຳເລັດລົງ.ໃນການຝຶກອົບຮົມຄັ້ງນີ້ແມ່ນຈະມີການຮຽນຮູ້ທາງດ້ານທິດສະດີ ແລະການປະຕິບັດຕົວຈິງ ພ້ອມດຽວກັນຍັງມີການສອບເສັງ.


News Cover

ທີມຊາດລາວU17 ເສຍໃຫ້ ທີມຊາດເຢເມນU17 1-2

18/06/2023

ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17  ປະຈຳປີ 2023 ຮອບສຸດທ້າຍກຸ່ມ A  ວັນທີ 18 ມິຖຸນາ 2023 ຢູ່ທີ່ສະຫນາມກິລາທຳມະສາດ ໄດ້ມີການແຂ່ງຂັນນັດທີສອງລະຫວ່າງ  ທີມຊາດລາວU17  ພົບ ທີມຊາດເຢເມນU17  ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ເຢເມນ 1-2

- ລາວ ໄດ້ປະຕູຈາກ: ເບີ 19 ພູສົມບູນ  ປັນຍາວົງ ນາທີ 55'
- ເຢເມນ ໄດ້ປະຕູຈາກ: ເບີ 18 ADEL   ນາທີ 28, ເບີ 3 Anwar ( Pen ) ນາທີ 75'


ທີມຊາດລາວU17 ແລະ ມາເລເຊຍU17 ເສຍ 2 ນັດລວດ ຕົກຮອບແນ່ນອນແລ້ວ, ສ່ວນ ໄທ ແລະ ເຢເມນ ຊະນະ 2 ນັດ.

ນັດສຸດທ້າຍຂອງກຸ່ມ A ມາເລເຊຍ ພົບ ລາວ ແລະ ໄທ ພົບ ເຢເມນ ຈະແຂ່ງຂັນວັນທີ 21 ມິຖຸນາ 2023.

News Cover

ທີມຊາດຍິງລາວU19 ຢູ່ຮ່ວມກຸ່ມເອ ຮ່ວມກັບ ອິນໂດເນເຊຍ ( ເຈົ້າພາບ ), ກຳປູເຈຍ ແລະ ຕີມໍ ເລສເຕ ຄັດເລືອກ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ

17/06/2023

ວັນທີ 17 ມິຖູນາ 2023 ຢູ່ທີ່ນະຄອນຫຼວງ ຈາກາຕ້າ ປະເທດອິນໂດເນເຊຍ ໄດ້ມີການຈັບສະຫລາກການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 01 – 19 ກໍລະກົດ 2023 ຢູ່ທີ່ປະເທດອິນໂດເນເຊຍ.

ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ , ຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ
- ກຸ່ມ B:  ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
- ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ
ສຳລັບ ທີມຍິງລາວU19 ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ 2023 ເປັນຕົ້ນມາໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ເອີ້ນນັກກິລາ 26 ຄົນ ທີ່ມາຈາກຫລາຍແຂວງຮ່ວມຄັດເລືອກປະກອບມີ: ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ນະຄອນຫຼວງ, ແຂວງວຽງຈັນ,ແຂວງຫຼວງພະບາງ  ແລະ ແຂວງອຸດົມໄຊ.


News Cover

ທີມຊາດລາວU17 ປະເດີມສະຫນາມນັດທຳອິດເສຍໃຫ້ ທີມຊາດໄທU17 1-2

15/06/2023

ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17  ປະຈຳປີ 2023 ຮອບສຸດທ້າຍກຸ່ມ A  ວັນທີ 15 ມິຖຸນາ 2023 ຢູ່ທີ່ສະຫນາມກິລາປະທຸມທານີ ໄດ້ມີການແຂ່ງຂັນລະຫວ່າງ  ທີມຊາດລາວU17  ພົບ ທີມຊາດລາວU17 ເຊິ່ງເປັນນັດທຳອິດທັງ 2 ທີມ  ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ໄທ 1-2


- ທີມຊາດລາວ ໄດ້ປະຕູຈາກ: ເບີ 10 ປີເຕີ້ ພັນທະວົງ ນາ  26'

- ທີມຊາດໄທ ໄດ້ປະຕູຈາກ:  ເບີ 19' DUTSADEE 12',  ເບີ 10  CHANOTHAI ນາທີ 90+5'

ນັດທີ ສອງ ຂອງກຸ່ມ A ລາວ ພົບ ເຢເມນ ແລະ ໄທ ພົບ ມາເລເຊຍ ຈະແຂ່ງຂັນວັນທີ  18 ມິຖຸນາ 2023.