
ສຕລ ສຳເລັດການຝຶກອົບຮົມກໍາມະການຕັດສິນກິລາບານເຕະເປບຊີ ລາວລີກ1 ປະຈໍາປີ 2023
ຕອນບ່າຍ ວັນທີ 17 ກຸມພາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີປິດຊຸດຝຶກອົບຮົມກຳມະການຕັດສິນເພື່ອກະກຽມຄວາມພ້ອມໃນລາຍການແຂ່ງຂັນບານເຕະເປບຊີລາວລີກ1ປະຈຳປີ 2023,ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ,ຫົວໜ້າອະນຸກໍາມະການຕັດສິນ,ທ່ານໄຊປະເສີດພົງຊະນິດຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ, ໂດຍມີຜູ້ເຂົ້າຮ່ວມທັງຫມົດ 45 ທ່ານ,ໃນນັ້ນເປັນຍິງ2ທ່ານ,ຜູ້ປະເມີນກຳມະການຕັດສິນ6ທ່ານທີ່ມາຈາກຕ່າງແຂວງ12ທ່ານ.
ໃນພິທີ,ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວໃຫ້ຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ເປັນການຍົກລະດັບໃຫ້ກຳມະການຕັດສິນກ່ອນເປີດການແຂ່ງຂັນ ເປບຊີລາວລີກ 1ເພື່ອຮັບປະກັນການແຂ່ງຂັນໃຫ້ຮັກສາໄດ້ໃນລະດັບເກນມາດຕະຖານຂອງການແຂ່ງຂັນທີ່ໄດ້ກຳນົດໄວ້ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກຳມະການທີ່ໄດ້ສຳເລັດການຝຶກອົບຮົມໃນຄັ້ງນີ້,ເຮັດໃຫ້ກໍາມະການຈໍານວນໜຶ່ງກໍ່ໄດ້ກ້າວຂື້ນໄປສູ່ການຕັດສິນໃນລະດັບAFC ລະດັບFIFA ຊຶ່ງນອກຈາກເປັນຜົນງານຂອງຕົນເອງແລ້ວ,ກໍຍັງເປັນການສ້າງຊື່ສຽງໃຫ້ກັບປະເທດຊາດກໍ່ຄືສະຫະພັນບານເຕະແຫ່ງຊາດລາວຕື່ມອີກ.
ສຳລັບການຝຶກອົບຮົມກຳມະການຕັດສິນດຳເນີນມາເປັນເວລາ4ວັນນັບຕັ້ງແຕ່ວັນທີ 14 - 17 ກຸມພາ 2023 ໂດຍນັກສຳມະນາກອນ ໄດ້ຮຽນຮູ້ ທາງດ້ານທິດສະດີກ່ຽວກັບກະຕິກາຕ່າງໆ, ໂດຍສະເພາະການເຮັດຜິດກົດກະຕິກາ ,ຈັງຫວະລໍ້າໜ້າ ນອກຈາກນັ້ນກໍ່ໄດ້ຮຽນຮູ້ກ່ຽວກັບຕໍາແໜ່ງ, ການບໍລິຫານເກມການແຂ່ງຂັນ,ທີ່ສໍາຄັນກໍ່ໄດ້ຮຽນຮູ້ສະກັດກັ້ນການລົ້ມບານ,ແກ້ໄຂ້ປັບປຸງຂໍ້ຜິດພາດໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ໄດ້ມີການທົດສອບພາລະກຳລັງ,ທົດສອບການວິນິດໄສທາງວີດີໂອແລະອື່ນໆ.

ຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 1
ຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 1
ວັນເສົາ 18/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ວຽງຈັນ ພົບ ສະໂມສອນບານເຕະ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາທະຫາວິທະຍາໄລແຫ່ງຊາດລາວ
ລິ້ງຖ່າຍທອດສົດ: https://www.youtube.com/live/607GTPPTUrg?feature=share
ເວລາ 16:00 ສະໂມສອນບານເຕະ ຊ້າງນ້ອຍ ພົບ ສະໂມສອນບານເຕະ ນ້ຳທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ລິ້ງຖ່າຍທອດສົດ: https://www.youtube.com/live/Kivot6bFEKI?feature=share
ວັນອາທິດ 19/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ກອງທັບ ພົບ ສະໂມສອນບານເຕະ ຫຼວງພະບາ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5
ລິ້ງຖ່າຍທອດສົດ: https://www.youtube.com/live/9rzQEUh-9e0?feature=share
ເວລາ 16:00 ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ ພົບ ສະໂມສອນບານເຕະ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ລິ້ງຖ່າຍທອດສົດ: https://www.youtube.com/live/nazZIr6xKus?feature=share
ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເຟສບຸກ '' Lao League 1 ລາວລີກ 1 '' ແລະ Youtube '' LAOFF TV ສະຫະພັນບານເຕະແຫ່ງຊາດລາວ ''
#LaoLeague1 #laofootball #laoleague #YoungElephantsFC #LaoArmyFC #ViengchanhFC #EzraFC #Master7FC #LuangPrabangFC #ChampasakFC

ງານຖະແຫຼ່ງຂ່າວ ເປີດການແຂ່ງຂັນບານເຕະ ເປບຊີ ລາວລີກ ປະຈຳປີ 2023
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີຖະແຫລງຂ່າວເປີດການແຂ່ງຂັນບານເຕະ ເປບຊີ ລາວລີກ 1ປະຈຳປີ2023 ຂື້ນຢ່າງເປັນທາງການໃນວັນທີ 17 ກຸມພາ 2023 ທີ່ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ,ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.
ໃນພິທີ,ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ກ່າວຈຸດປະສົງຂອງການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1ປະຈຳປີ 2023 ວ່າ:ໃນການແຂ່ງຂັນຄັ້ງນີ້ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:
1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.
2. ສະໂມສອນ ກິລາບານເຕະ ກອງທັບ
3. ສະໂມສອນ ກິລາບານເຕະ ວຽງຈັນ
4. ສະໂມສອນ ກິລາບານເຕະ ເອສະຣາ
5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
6. ສະໂມສອນ ກິລາບານເຕະ ຫຼວງພະບາງ
7. ສະໂມສອນ ກິລາບານເຕະ ຈຳປາສັກ
8. ສະໂມສອນ ກິລາບານເຕະ ນ້ຳທາ
ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ໄດ້ອະທິບາຍ ຮູບແບບຂອງການຈັດແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ໂດຍຈະໃຊ້ 6 ສະຫນາມ ແຂ່ງຂັນຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ, , ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ ແລະ ສະຫນາມກິລາແຂວງຫຼວງນ້ຳທາ.
ສວ່ນຮູບແບບການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ແມ່ນນໍາໃຊ້ຮູບແບບການແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ້ມແຂ່ງຂັນນັບຕັ້ງແຕ່ວັນທີ 18 ກຸມພາ ຫາ ສິງຫາ 2023 ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ, ສະໂມສອນທີ່ໄດ້ເປັນແຊ້ມ ເປບຊີ ລາວລີກ 1ໃນ ລະດູການ 2023 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC Cup 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.
ໃນທ້າຍພິທີຍັງໄດ້ມີພິທີມອບການອຸປະຖຳ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ຈາກຫລາຍບໍລິສັດຄື:ບໍລິສັດ ເບຍລາວ ຈຳກັດ ສະຫນັບສະຫນູນ ເປັນຈຳນວນ 1,638,000,000 ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈຳນວນ 481,288,000 ກີບ ແລະ ບໍລິສັດ ອີໂວ ຈຳກັດ 77,761,000 ກີບ ກ່າວຮັບໂດຍແມ່ນ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.
ໃຫ້ກຽດເຂົ້າຮວ່ມໃນງານນີ້,ຍັງມີທ່ານ ນ. ແສງມະນີ ໄຊຍະກອນ ຜູ້ຈັດການຊ່ອງທາງການຈັດຈຳໜ່າຍເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ບໍລິສັດ ເບຍລາວ ຈຳກັດ, ທ່ານ ທອນແກ້ວ ສີຫາວົງ ຮອງຫົວຫນ້າຝ່າຍປະຕິບັດການ ແລະ ພັດທະນາ ເຄື່ອຂ່າຍ ລາວໂທລະຄົມ, ບໍລິສັດ ລາວໂທລະຄົມ ມະຫາຊົນ ຈຳກັດ , ທ່ານ ແຮັບປີ້ ສີສົມພອນ ຜູ້ອຳນວຍການຝ່າຍການຕະຫລາດ, ບໍລິສັດ ອີໂວ ຈຳກັດ, ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍອຳນວຍການສູນການຄ້າວຽງຈັນເຊັນເຕີ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າ ພະແນກຈັດການແຂ່ງຂັນ ສຕລ, ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປິ 2023 ອາທິດທີ 1 ວັນເສົາ 18/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ວຽງຈັນ ພົບກັບ ສະໂມສອນບານເຕະ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ເວລາ 16:00 ສະໂມສອນບານເຕະ ຊ້າງນ້ອຍ ພົບກັບ ສະໂມສອນບານເຕະ ນ້ຳທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16, ວັນອາທິດ 19/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ກອງທັບ ພົບກັບ ສະໂມສອນບານເຕະ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5, ເວລາ 16:00 ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ ພົບກັບ ສະໂມສອນບານເຕະ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສາມາດໄປຊົມ ແລະ ເຊຍຕິດຂອບສະຫນາມກັບທິມບານເຕະທີ່ຕົນເອງມັກໄດ້, ເຂົ້າຊົມໂດຍບໍ່ເສຍຄ່າ(Free) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເຟສບຸກ '' Lao League 1 ລາວລີກ 1 '' ແລະ Youtube '' LAOFF TV ສະຫະພັນບານເຕະແຫ່ງຊາດລາວ.

ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ
ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນສັນຊາດລາວ ມີບົດບາດໄດ້ໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າຈາກລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ D ທີ່ປະເທດຈໍແດນ (ຊັອກດານີ້) ໃນວັນທີ 6-12 ມີນາ 2023 ນີ້, ກາຍເປັນກຳມະການຕັດສິນຍິງລາວຄົນທຳອິດ ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການນີ້ ແລະ ລະດັບທະວີບອາຊີ.
ທ່ານ ນາງ ພຸດສະຫວັນ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.
ສຳລັບປະສົບການຜ່ານມາຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກິລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019 ເຊິ່ງກ່ອນໄປຮ່ວມຕັດສິນລາຍການນີ້ ພຸດສະຫວັນ ຈັນທະວົງ ໄດ້ໄປຮ່ວມອົບຮົມກຳມະການຕັດສິນລະດັບສູງຂອງຟີຟ້າ ຢູ່ປະເທດມາເລເຊຍ ໃນວັນທີ 7-10 ກຸມພາ 2023 ຜ່ານມາ.
ສຳລັບ ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ນອກຈາກ ພຸດສະຫວັນ ຈັນທະວົງ ຈະໄປຮ່ວມຕັດສິນໃນ ກຸ່ມ D ທີ່ປະເທດຈໍແດນ, ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບ ຮອບຄັດເລືອກ ກຸ່ມ A ໃນລະຫວ່າງວັນທີ 8-12 2023 ໂດຍມີ 4 ທີມຮ່ວມຄັດເລືອກຄື: ສປ ຈີນ, ຟີລິບປິນ, ຮົງກົງ ແລະ ລາວ ເຈົ້າພາບ, ຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີ 1 ຂອງກຸ່ມ ເຂົ້າຮອບຄັດເລືອກຮອບທີສອງຕໍ່ໄປ.

ຜົນການແຂ່ງຂັນນັດອຸນເຄື່ອງ
ວັນທີ 15/02/2023
ທີມໂຮງຮຽນກິລາ ແຂວງຂອນແກ່ນ ຈາກປະເທດໄທ ເອົາຊະນະ ທີມຊາດຍິງ ລາວU20 6-0
ແຂ່ງຂັນຢູ່ສະໜາມກິລາ ໂຮງຮຽນກິລາ ແຂວງຂອນແກ່ນ ປະເທດໄທ.

ສຕລ ສຳເລັດການຝຶກອົບຮົມແພດກາຍຍະບໍາບັດບານເຕະປະຈຳປີ 2023

KANYA KEOMANY ຕໍ່ສູ້ເພື່ອການສ້າງຄວາມເຂັ້ມແຂງຂອງແມ່ຍິງ ໂດຍ: LIAM GARNIER
- ກິລາບານເຕະຍິງກຳລັງໄດ້ຮັບຄວາມນິຍົມໃນທົ່ວໂລກ ແລະ ພັດທະນາໄວກວ່າທີ່່ເຄີຍມີມາ. ໃນຕົ້້ນປີກາຍນີ້້, ນີ້້ທ່ານນາງ ກັນຍາ ແກ້ວມະນີ ໄດ້ີ ຮັບເລືອກຕັ້້ງເປັນສະມາຊິກິສະພາຟີຟ່າຂອງລາວຄົນທຳອິດ. ນາງໄດ້ເຮັັດວຽກຫຼຼາຍປີເພື່່ອສົ່ງເສີມກິລາບານເຕະຍິິງໃນອາຊີີໃນຖານະເປັນສະມາຊິິກຂອງຄະນະກໍໍາມະການບານເຕະຍິງຂອງ AFC. ການສໍໍາພາດນີ້້ຫວັງວ່າຈະສ່ອງແສງໃຫ້ເຫັັນເຖິງອະນາຄົດຂອງບານເຕະຍິງ ແລະ ແມ່ຍິງທີ່່ເຮັັດວຽກຢູ່ໃນອຸດສາຫະກໍໍາບານເຕະ.
- ໃນຖານະເປັນສະມາຊິິກລາວຄົົນທໍໍາອິິດໃນສະພາ FIFA, ທ່ານຢາກເຫັັນແນວຄວາມຄິິດແນວໃດໃນຕາຕະລາງ?
- ບານເຕະຍິິງໃນອາຊີີໄດ້ເປັນສ່ວນຫນຶ່່ງທີ່່ສໍໍາຄັັນຂອງການເຮັັດວຽກຂອງທ່ານສໍໍາລັັບ 15 ປີທີ່່ຜ່ານມາ. ສິ່່ງທ້າທາຍທີ່່ຍັັງເຫຼືືອ ແມ່ນຍັງຕ້ອງໄດ້ຜ່ານຜ່າເພື່່ອໃຫ້ກິິລາພັດທະນາຕໍ່ໄປ?
ກ່ອນອື່່ນໝົດ, ຖືວ່າເປັນກຽດຢ່າງແທ້ຈິງທີ່່ໄດ້ຮັບເລືືອກ ຕັ້້ງປັນສະມາຊິກສະມາຊິກິສະພາຂອງ FIFA ເພື່່ອເປັນຕົວແທນໃຫ້ແກ່ແມ່ຍິງອາຊີເຂົ້້າຮ່ວມ ການແຂ່ງຂັນກິລາທີ່່ໃຫຍ່ທີ່່່ສຸດໃນໂລກ. ບໍ່ວ່າຂ້ອຍຢູ່ໃສ, ເປົ້າໝາຍຂອງຂ້ອຍແມ່ນຜູ້ຍິງສະເໝີີ. ການພັດທະນາກິລາບານເຕະຍິງແມ່ນສິ່່ງທີ່່ຂ້ອຍມຸ່ງຫມັ້້ນທີ່່ຈະເຮັັດບໍ່ພຽງແຕ່ຢູ່ໃນສະຫນາມເທົ່ານັ້້ນແຕ່ນອກສະຫນາມເຊັ່ນກັນ. ຂ້າພະເຈົ້້າຫວັງວ່າຈະເປັນສຽງສໍໍາລັບຜູ້ຍິງ, ຄູຝຶກສອນແມ່ຍິງ, ຜູ້ຕັດສິນ, ຜູ້ບໍໍລິຫານ, ແລະ ອື່່ນໆ, ເພື່່ອເຮັັດໃຫ້ສຽງຂອງເຂົາເຈົ້າໄດ້ຍິິນໃນທຸກ ລະດັບຂອງອົງການປົກຄອງບານເຕະ ແລະ ສໍໍາຄັນທີ່່ສຸດ , ສົ່ງເສີມຄວາມລວມຂອງສັັງຄົົມສໍໍາລັບແມ່ຍິງໃນກິລາບານເຕະ ແລະ ໃຫ້ແນ່ໃຈ່ວ່າແມ່ຍິງທຸກຄົນຍິນິດີຕ້ອນຮັບໃນອຸດສາຫະກໍໍາບານເຕະ.
ເມື່່ອບໍ່ດົນມານີ້ FIFA ແລະ AFC ໄດ້ນີ້້ລົງທຶຶນຫຼຼາຍໃນການພັດທະນາກິລາບານເຕະຍິງ. ຄວາມນິຍົມຂອງກິລາບານເຕະຍິງໄດ້ເພີ່່ມຂຶ້້ນຢ່າງຫຼວງຫຼຼາຍຫຼັັງຈາກການແຂ່ງຂັນເຕະບານໂລກແມ່ຍິງໃນປີ 2019, ປະເທດຝຣັ່ງ. ໃນປັດຈຸບັນພວກເຮົົາເຫັັນແມ່ຍິງໃນຕໍໍາແຫນ່ງ ບໍໍລິິຫານບານເຕະຫຼາຍຂຶ້້ນ. ເຈົ້້າໜ້າທີ່່ເພດຍິງໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າໜ້າທີ່່ໃນການແຂ່ງຂັນບານເຕະຊາຍໂລກຄັ້ງສຸດທ້າຍທີ່່ປະເທດກາຕາ ແລະ ສື່ມວນຊົນຈໍໍານວນຫຼາຍໄດ້ເນັ້ນໃສ່ການສົ່ງເສີມນັກເຕະຍິງ ແລະ ຄູຝຶກບານເຕະ. ມັນເປັນສັນຍານໃນທາງບວກສໍໍາລັບບານເຕະຍິງໂດຍທົ່ວໄປ. ຢ່າງໃດກໍ່ຕາມ, ຍັງມີບາງຈຸດທີ່່ດທີ່່ຈະປັບປຸງໂດຍສະເພາະໃນສະມາຄົມສະມາຊິກບານເຕະຂະຫນາດນ້ອຍທີ່່ບານເຕະຍິງຍັງບໍ່ເປັນທີ່່ນິຍົມ ແລະ ຂາດການສະຫນັບສະຫນູນ.ພວກເຂົົາຕ້ອງການການຊ່ວຍເຫຼືືອທີ່່ຖືກຕ້ອງເພື່່ອເສີມສ້າງຄວາມສາມາດຂອງເຂົາເຈົ້າເພື່ອໃຫ້ພວກເຂົາສາມາດແຂ່ງຂັນກັບທີມບານເຕະແຫ່ງຊາດທີ່່ໃຫຍ່ກວ່າການແຂ່ງຂັນໂດຍສະເພາະໃນເວທີບານເຕະທີ່່ໃຫຍ່ທີ່ສຸດຂອງໂລກເຊັ່ນ:FIFA Women’s World Cup.
- ການປ່ຽນແປງໃຫມ່ຂອງຮູບແບບເຕະບານໂລກຈະຊ່ວຍໃຫ້ສະຫະພັນບານເຕະທີ່ຮູ້ຈັັກຫນ້ອຍເຊັ່ນ AFF ແນວໃດ?
ບານເຕະຍິງໂລກ 2023 ຈະເປັນບານເຕະໂລກຄັ້ງທຳອິດທີ່່ມີ 32 ທີີໃນອົດສະຕາລີີ ແລະ ນິວິຊີແລນ. ສໍໍາລັບ AFF, ນີ້ຫມາຍຄວາມວ່າໂອກາດຫຼາຍສໍໍາລັບປະເທດອາຊຽນທີ່່ຈະຢູ່ໃນເຕະບານໂລກ. ປັດຈຸບັນພວກເຮົາມີ 2 ທີີມອາຊຽນທີ່່ຈະເປີດຕົວໃນບານໂລກຄື: ຫວຽດນາມ ແລະ ຟີລິບປິນ, ໃນຂະນະທີ່່ລໍໍຖ້າ ໄທຜ່ານເຂົ້້າຮອບ Play-off ເຊິ່ງຈະຕັດສິນໃນກາງເດືອນກຸມພານີ້. ມັນເປັນແຮງບັນດານໃຈທີ່່ຈະເຫັນທີີມຊາດຂະຫນາດນ້ອຍຢູ່ທີ່່ນັ້ນ, ຊຶ່່ງຫມາຍຄວາມວ່າທຸກຄົນຈະມີໂອກາດໄດ້ເຫັນທຸງຊາດຂອງພວກເຂົາໃນການແຂ່ງຂັນບານເຕະທີ່່ໃຫຍ່ທີ່່ສຸດຂອງໂລກ. ຈໍໍານວນທີມທີ່່ເພີ່່ມຂຶ້ນໃນຮອບຊິງຊະນະເລີດເຕະບານໂລກແມ່ນການປ່ຽນແປງເກມ ແລະ ເປັນບາດກ້າວທີ່ສໍໍາທີ່່ຄັນສໍໍາລັບການພັດທະນາເກມຂອງແມ່ຍິ່ງ, ຈັງຫວະຈະໄວຂຶ້້ນສໍໍາລັບການພັດທະນາກິລາບານເຕະຂອງແມ່ຍິງ ຍ້ອນວ່າທຸກຄົນກໍໍາລັງມຸ່ງໄປສູ່ຈຸດຫມາຍຂອງເຂົາເຈົ້າໃນເຕະບານໂລກ.ບານເຕະ.

ທ່ານຮອງນາຍົກລັດຖະມົນຕີຕ້ອນຮັບປະທານສະຫະພັນບານເຕະແຫ່ງຊາດລາວ
ໃນວັນທີ 13 ກຸມພາ 2023 ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ພ້ອມດ້ວຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ,ເພື່ອເຂົ້າລາຍງານຜົນສຳເລັດຂອງການເລືອກຕັ້ງຄະນະບໍລິຫານງານບານ ເຕະນານາຊາດຫຼື FIFA ທີ່ ບຸກຄະລາກອນຂອງ ສຕລ ໄດ້ຮັບການເລືອກຕັ້ງຈາກບັນດາສະມາຊິກ ສະຫະພັນບານເຕະອາຊີ ເພື່ອເປັນຕົວແທນ ໃນການປະຕິບັດໜ້າທີ່ໃນຖານະຄະນະບໍລິຫານງານ ສະຫະພັນບານເຕະFIFA.
ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທີ່ໄດ້ຮັບຕຳແຫນ່ງ ເປັນຄະນະບໍລິຫານງານ FIFA ,ອັນໄດ້ສ້າງກຽດຊື່ສຽງມາໃຫ້ແກ່ປະເທດຊາດແລະປະຊາຊົນເຮົາ ປຽບເຫມືອນນັກການທູດທາງດ້ານກິລາ ໂດຍສະເພາະແມ່ນເພດຍິງຄົນລາວທຳອິດທີ່ໄດ້ຮັບຕຳແຫນ່ງໃນເວທີພາກພື້ນແລະສາກົນນີ້.
ທ່ານຮອງນາຍົກໄດ້ແນະນຳແລະອວຍພອນໃຫ້ທ່ານນາງກັນຍາແກ້ວມະນີຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມ,ຕັ້ງໜ້າແລະຫ້າວຫັນປະກອບສວ່ນໃນໜ້າທີ່ໃໝ່ທີ່ໄດ້ຮັບການມອບໝາຍດວ້ຍຜົນສຳເລັດ,ກ້າວຫນ້າຍິ່ງໆຂຶ້ນ.ທ່ານຮອງນາຍົກກ່າວວ່າ:ຜົນສຳເລັດນີ້,ສະທ້ອນໃຫ້ເຫັນວ່າ ລັດຖະບານລາວ ມີນະໂຍບາຍທີ່ຖືກຕ້ອງ ໃນການຊຸກຍູ້ສົ່ງເສີມຕົວແທນບຸກຄະລາກອນທີ່ມີຄວາມຮູ້,ຄວາມສາມາດ,ເພາະວ່າການທີ່ມີສ່ວນຮ່ວມໃນເວທີສາກົນມັນບໍ່ແມ່ນເລື້ອງງ່າຍ,ຕ້ອງບົນພື້ນຖານ ຄວາມຮູ້ ຄວາມສາມາດ ຂອງບຸກຄົນທີ່ສະເຫນີລາຍຊື່ໃນການດຳລົງຕຳແຫນ່ງເປັນຄະນະບໍລິຫານງານ ສະຫະພັນບານເຕະຟີຟາ(FIFA).ຂະນະທີ່ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ,ໃນນາມຄະນະບໍລິຫານງານFIFAຄົນໃໝ່ກໍໄດ້ນ້ອມຮັບຄຳອວຍພອນຂອງ
ທ່ານຮອງນາຍົກລັດຖະມົນຕີ ພ້ອມທັງຈະປະຕິດບັດຫນ້າທີ່ຂອງຕົນເອງທີ່ໄດ້ຖືກມອບຫມາຍໃຫ້ມີຜົນງານດີທີ່ສຸດ.

ພິທີປິດ ຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ (LFF / AFC 'C' Coaching Certificate Course)
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ
ຊີ (LFF / AFC 'C' Coaching Certificate Course) ຂື້ນໃນວັນທີ 10 ກຸມພາ 2023 ທີ່ຜ່ານມາ
ຢູ່ທີ່ ຫ້ອງປະຊຸມຂອງສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງ ທ່ານ ນ. ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ,
ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ທັງວິທະຍາກອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ
ແລະ ນັກສຳມະກອນ ຈໍານວນ 22 ທ່ານ ທີ່ມາຈາກ ສະໂມສອນ ພາຍໃນປະເທດ, ຕ່າງປະເທດ ແລະ ນັກກິລາທີມຊາດລາວ.
ຕະຫລອດໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ,
ໂດຍໄດ້ມີການສອບເສັງ 6 ຄັ້ງ (ຕົວຈິງ 3 ຄັ້ງ ,ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ
), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ
ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ,
ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ
ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ,
ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.
ການຝຶກອົບຮົມຄັ້ງນີ້ແມ່ນໄດ້ດຳເນີນການຝຶກນັບຕັ້ງແຕ່ວັນທີ 30 ມັງກອນ ຫາ 10 ກຸມພາ
2023.
ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃນການເຂົ້າຮ່ວມໃຫ້ກັບຜູ້ເຂົ້າຮ່ວມເພື່ອຢັ້ງຢືນໃນການຝຶກອົບຮົມ,
ສ່ວນຜົນການສອບເສັງນັ້ນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຕ້ອນຮັບ ປະທານ ສະຫະພັນບານເຕະແຫ່ງຊາດລາວ
ໃນວັນທີ 09 ກຸມພາ 2023 ທີ່ສຳນັກງານ ກະຊວງສຶກສາທິການ
ແລະ ກິລາ ( ສສກ ) ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມະການໂອລິມປິກແຫ່ງຊາດລາວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ພ້ອມດ້ວຍຄະນະ ເພື່ອເຂົ້າລາຍງານກ່ຽວກັບຜົນສຳເລັດຂອງການເລືອກຕັ້ງ ຄະນະບໍລິຫານງານ FIFA ທີ່ ບຸກຄະລາກອນຂອງ
ສຕລ ໄດ້ຮັບການເລືອກຕັ້ງຈາກບັນດາສະມາຊິກ ສະຫະພັນບານເຕະອາຊີ ເພື່ອເປັນຕົວແທນ ໃນການປະຕິບັດວຽກງານ
ໃນຖານະ ຄະນະບໍລິຫານງານ ສະຫະພັນບານເຕະຟີຟາ(FIFA).
ໃນໂອກາດດັ່ງກ່າວ ທ່ານ
ຮສ. ປອ ພຸດ ສິມມາລາວົງ ໄດ້ກ່າວຍ້ອງຍໍຊົມເຊີຍ ສະຫະພັນບານເຕະແຫ່ງຊາດລາວ ທີ່ມີຜົນງານດີເດ່ນໃນໄລຍະຜ່ານມາ, ພ້ອມໄດ້ອວຍພອນໃຫ້ ທ່ານ ນາງ ກັນຍາ ແກ້ວມະນີເລຂາທິການສຕລ ທີ່ໄດ້ຮັບຕຳແຫນ່ງໃໝ່ເປັນຄະນະບໍລິຫານງານ FIFA ໃຫ້ມີຄວາມສຳເລັດໃນຫນ້າທີ່ສາກົນ,
ທຸ້ມເທສະຕິປັນຍາແລະເຫື່ອແຮງປະກອບສວ່ນຢ່າງຕັ້ງໜ້າໃຫ້ສົມກັບເປັນທູດວົງການກິລາບານເຕະ ອາຊີ ແລະສາກົນ,ພ້ອມທັງຖືໂອກາດນີ້ເຮັດໜ້າທີ່ເຜີຍແຜ່ວັດທະນະທຳລາວໃນເວທີສາກົນໃຫ້ກວ້າງຂວາງ.
ໃນຕອນທ້າຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ຍັງໄດ້ນຳສະເຫນີແຜນການເຄື່ອນໄຫວວຽກງານ
ຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນປີ 2023 ໂດຍສະເພາະແມ່ນການແຂ່ງຂັນບານເຕະ
ເປບຊີ ລາວລີກ 1 ປະຈຳປີ2023, ການແຂ່ງຂັນ ກິລາລະດັບມັດທະຍົມ ຕອນຕົ້ນ ແລະ ຕອນປາຍ ພາຍໃນແຂວງ (ຍິງ-ຊາຍ) ແລະ ວຽກງານຂອງ ທີມຊາດລາວ ໃຫ້ ທ່ານລັດຖະມົນຕີ
ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຊາບ.
ທ່ານ
ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີ ຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ
FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນເປັນຕົວແທນຈາກທະວີບອາຊີ ໃນເວທີບໍລິຫານກິລາບານເຕະລະດັບໂລກ
ເຊິ່ງຕົວແທນ ຈາກທະວີບອາຊີ ຈະມີ 6 ທ່ານທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ
ໂດຍບັນດາທ່ານ ທີ່ຖືກເລືອກຕັ້ງໃນຄັ້ງນີ້ໄດ້ແກ່:
1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ
2. ທ່ານ Hamad bin Khalifa bin Ahmed al-Thani ປະທານ
ສະຫະພັນບານເຕະກາຕ້າ
3. ທ່ານ Yasser Al-Misehal ປະທານ ສະຫະພັນບານເຕະຊາອຸດິອາເຣເບຍ
4. ທ່ານ Kozo Tashima ປະທານ ສະພັນບານເຕະຢີ່ປຸ່ນ
5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ
6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ
ທັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ້ ແມ່ນສະມາຊິກຈາກປະເທດລາວຄົນທຳອິດທີ່
ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ
ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ
ຫລື FIFA World Cup.
#LaoFootballFederation

ປະທານກິຕິມະສັກສຕລສະແດງຄວາມຊົມເຊີຍຕໍ່ເລຂາທິການ ສຕລ ທີ່ໄດ້ຮັບເລືອກຕັ້ງເປັນຄະນະບໍລິຫານງານFIFA
ປະທານກິຕິມະສັກສຕລສະແດງຄວາມຊົມເຊີຍຕໍ່ເລຂາທິການ ສຕລ ທີ່ໄດ້ຮັບເລືອກຕັ້ງເປັນຄະນະບໍລິຫານງານFIFA
ນະຄອນຫລວງວຽງຈັນ ວັນທີ 7 ກຸມພາ 2023 - ພະນະທ່ານ ສົມສະຫວາດ ເລ່ງສະຫວັດ ປະທານກິຕິມະສັກສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ຕອ້ນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ນໍາໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ເພື່ອລາຍງານຕໍ່ກັບຜົນສຳເລັດຈາກການເລືອກຕັ້ງຄະນະບໍລິຫານງານ FIFA ທີ່ ບຸກຄະລາກອນຂອງ ສຕລ ໄດ້ຮັບການເລືອກຕັ້ງຈາກຊາດສະມາຊິກ AFC ເພື່ອເປັນຕົວແທນ ໃນການປະຕິບັດວຽກງານ ໃນ ຖານະ ຄະນະບໍລິຫານງານFIFA
ໃນໂອກາດນີ້ ທ່ານ ສົມສະຫວາດ ເລ່ງສະຫວັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງ ສຕລ ໃນການປະຕິບັດໜ້າທີ່ໃນຕະຫຼອດໄລຍະຜ່ານມາ, ອັນໄດ້ປະກອບສວ່ນເຮັດໃຫ້ ສຕລ ມີຜົນງານດີເດ່ນເປັນທີ່ພໍໃຈທັງພາຍໃນແລະຕ່າງປະເທດ, ໂດຍສະເພາະແມ່ນ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະບໍລິຫານງານ FIFA ຄົນທຳອິດຂອງປະເທດລາວຍິ່ງສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈຂອງຄະນະບໍລິຫານງານບານເຕະນານາຊາດທີ່ມີຕໍ່ ສຕລ ກໍຄືບຸກຄະລາກອນຂອງປະເທດເຮົາ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ແນະນໍາໃຫ້ປະທານ ສຕລ ພ້ອມຄະນະຈົ່ງເສີມຂະຫຍາຍມູນເຊື້ອແລະສືບຕໍ່ພັດທະນາວົງການບານເຕະລາວ ທີ່ຢູ່ພາຍໃຕ້ການຊີ້ນໍາຂອງ ສຕລ ແຕ່ຫົວທີໃຫ້ມີຜົນງານສູງເດ່ນຂື້ນໄປກວ່າເກົ່າ, ພ້ອມນັ້ນກໍໃຫ້ເພີ່ມທະວີການພົວພັນກັບສະຫະພັນບານເຕະພາກພື້ນ ແລະ ສາກົນໃຫ້ຫຼາຍຂື້ນເພື່ອແລກປ່ຽນບົດຮຽນແລະປະສົບການໃຫ້ນັກກິລາລາວແລະພະນັກງານລາວໄດ້ມີມາດຕະຖານຫຍັບໃກ້ເຂົ້າກັບພາກພື້ນແລະສາກົນ. ທ່ານກ່າວວ່າ: ເພື່ອກ້າວເຂົ້າສູ່ປີ2023ດວ້ຍຜົນງານແລະໄຊຊະນະ ພວກເຮົາຕ້ອງຮີບຮ້ອນຈັດຕັ້ງຜັນຂະຫຍາຍແຜນການຂອງສຕລ ໄປສູ່ການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດແລະຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ແລະ ມີເລຂາທິການ ສຕລເປັນຄະນະບໍລິຫານງານຂອງFIFA ສຕລຈະຍາດໄດ້ຜົນງານເດ່ນຂື້ນໄປເລື້ອຍໆ.

ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ສູ່ ການເປັນຄະນະບໍລິຫານງານ ອົງກອນກິລາລະດັບໂລກ FIFA
ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ສູ່ ການເປັນຄະນະບໍລິຫານງານ ອົງກອນກິລາລະດັບໂລກ FIFA.
ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະ ແຫ່ງຊາດລາວ ໄດ້ຮັບການເລືອກຕັ້ງ ເປັນຄະນະບໍລິຫານງານ ສະຫະພັນບານເຕະນາໆຊາດ ຫລື FIFA ສົກປີ 2023-2027 ທີ່ ກອງປະຊຸມໃຫຍ່ ສະຫະພັນບານເຕະອາຊີ ຄັ້ງທີ 33 ທີ່ປະເທດບາເຣນ. ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີ ຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນຈະເປັນຕົວແທນຈາກທະວີບອາຊີ ໃນເວທີບໍລິຫານກິລາບານເຕະລະດັບໂລກ ເຊິ່ງຕົວແທນ ຈາກທະວີບອາຊີ ຈະມີ 6 ທ່ານ ທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ ໂດຍບັນດາທ່ານ ທີ່ຖືກເລືອກຕັ້ງໃນຄັ້ງນີ້ໄດ້ແກ່:
1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ
2. ທ່ານ Hamad bin Khalifa bin Ahmed al-Thani ປະທານ ສະຫະພັນບານເຕະກາຕ້າ
3. ທ່ານ Yasser Al-Misehal ປະທານ ສະຫະພັນບານເຕະຊາອຸດິອາເຣເບຍ
4. ທ່ານ Kozo Tashima ປະທານ ສະພັນບານເຕະຢີ່ປຸ່ນ
5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ
6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ
ທັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ້ ແມ່ນສະມາຊິກຈາກປະເທດລາວຄົນທຳອິດທີ່ ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ ຫລື FIFA World Cup.